ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ
09/08/2019 09:14
(VOVWORLD) - ກ່ວາເຄິ່ງສັດຕະວັດໄດ້ຜ່ານພົ້ນໄປແລ້ວ ນັບແຕ່ເມື່ອທະຫານອາເມລິກາ ໄດ້ພົ່ນທາດພິດເຄມີ/ດີໂອຊິນລົງໃສ່ຫວຽດນາມ, ຜົນຮ້າຍຈາກການກະທຳດັ່ງກ່າວຍັງຄົງກໍ່ຜົນສະທ້ອນບໍ່ໜ້ອຍເຖິງສຸຂະພາບຂອງປະຊາຊົນ, ຕໍ່ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດສັງຄົມ.

ໃນຊຸມປີຜ່ານມາ, ພັກ, ລັດຫວຽດນາມ ໄດ້ ແລະ ພວມປະຕິບັດບັນດານະໂຍບາຍ, ມາດຕະການອັນແທດຈິງ, ມີປະສິດທິຜົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາດທາດພິດເຄມີພາຍຫຼັງສົງຄາມ, ໃນນັ້ນມີບັນດາການເຄື່ອນໄຫວຊ່ວຍເຫຼືອ, ເບິ່ງແຍງດູແລບັນດາຜູ້ປະສົບເຄາະຮ້າຍ ແລະ ກຳຈັດມົນລະພິດຕໍ່ສິ່ງແວດລ້ອມ. ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ ຕາມໝາກຜົນຂອງບັນດາກິດຈະກຳຄົ້ນຄ້ວາຢູ່ຫວຽດນາມ ແລະ ຕ່າງປະເທດ, ແຕ່ປີ 1961-1971, ທະຫານອາເມລິກາ ໄດ້ພົ່ນທາດພິດເຄມີເກືອບ 80 ລ້ານລິດ ແລະ 61% ໃນຈຳນວນດັ່ງກ່າວແມ່ນທາດພິດສີສົ້ມ ຊື່ງບັນຈຸ 366 ກີໂລກຼາມດີໂອຊິນ ລົງໃສ່ ¼ ຂອງເນື້ອທີ່ດິນຫວຽດນາມ ເທົ່າກັບປະມານ 3 ລ້ານເຮັກຕາ. ບັນດາທາດພິດໄດ້ມີຜົນກະທົບຢ່າງຮ້າຍແຮງ ແລະ ຍາວນານຕໍ່ສິ່ງແວດລ້ອມ, ລະບົບຊີວະພາບຂອງທ້ອງຖິ່ນຕ່າງໆ.
TAG
VOV/VOVworld/ຮ່ວມແຮງຮ່ວມໃຈ/ຜົນຮ້າຍຢ້ອນຫລັງ/ທາດພິດສີສົ້ມ/ດີໂອຊິນ
Related








