VOV WorldVOV World
ວຽກ​ງານ​ບຸກ​ຄະ​ລາ​ກອນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ກອ​ງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ
29/10/2020 09:00
(VOVWORLD) -ຕ້ານທຳລາຍ ເສກສັ້ນປັ້ນແຕ່ງກ່ຽວກັບບັນຫາບຸກຄະລາກອນ ແມ່ນເລຫລ່ຽມຊື່ງບັນດາອິດທິກຳລັງເປັນປໍລະປັກ, ພວກປະຕິການ, ພວກສວຍໃຊ້ການເມືອງ ເຄີຍປະຕິບັດເປັນປະຈຳກ່ອນທີ່ດຳເນີນກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມທຸກຄັ້ງ. ແລະ ຄັ້ງນີ້ ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຄັ້ງທີ XIIIຂອງພັກ, ພວກຄົນເຫລົ່ານັ້ນ ຍັງສືບຕໍ່ລົງຂ່າວ, ຖ້ອຍທຳນອງຜິດກັບຄວາມຈິງ, ເສກສັ້ນປັ້ນແຕ່ງວຽກງານບຸກຄະລາກອນຂອງພັກ. ເຖິງແນວໃດກໍຕາມ ຄວາມຈິງ ການກະກຽມບຸກຄະລາກອນເປັນລະບົບ ຖືກຕາມຂັ້ນຕອນທີ່ໄດ້ວາງອອກ, ມີລັກສະນະວິທະຍາສາດ ແລະ ປະຕິບັດຕາມກົດລະບຽບຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນສິ່ງໂຕ້ຕອບບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງດັ່ງກ່າວຢ່າງແຮງ.
 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຢູ່ແຂວງ ຮ່ານາມ ພາບປະກອບ   ພັກກອມມູນິດຫວຽດນາມ ໄດ້ກຳນົດເອົາວຽກງານພະນັກງານ ແມ່ນຂອດ “ຫລັກແຫລ່ງ” ຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ພິເສດ ໃນຈຸດເວລາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແມ່ນໄລຍະມອບຮັບລຸ້ນພະນັກງານທີ່ໄດ້ກຳເນີດ ເຕີບໃຫຍ່ ແລະ ຝຶກຝົນຫລໍ່ຫລອມໃນໄລຍະສົງຄາມ ສ່ວນຫລາຍແມ່ນໄດ້ຮັບການບຳລຸງສ້າງຢູ່ພາຍໃນປະເທດ ແລະ ບັນດາປະເທດ ສັງຄົມນິຍົມ ມາສູ່ລຸ້ນພະນັກງານທີ່ໄດ້ກຳເນີດ ເຕີບໃຫຍ່ ໃນສັນຕິພາບ ແລະ ໄດ້ຮັບການບຳລຸງສ້າງຈາກຫລາຍແຫລ່ງ ຫລາຍປະເທດທີ່ມີລະບອບການເມືອງແຕກຕ່າງກັນ. ສະນັ້ນ ວຽກງານພະນັກງານຢູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນບັນຫາຊື່ງພັກກອມມູນິດຫວຽດນາມ ໃຫ້ບຸລິມະສິດແຖວຫນ້າ.
TAG
VOV/VOVworld/ພຶດຕິກຳຕົວຈິງ/ຄຸນທາດການເມືອງ/​ບຸກ​ຄະ​ລາ​ກອນ