ວຽກງານບຸກຄະລາກອນ ມີຄວາມສໍາຄັນເປັນພິເສດ
27/04/2020 10:54
(VOVWORLD) -ໃນບົດຂຽນທີ່ໄດ້ລົງໃນບັນດາອົງການສື່ມວນຊົນເມື່ອວັນທີ 26 ເມສາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງກະກຽມບຸກຄະລາກອນແມ່ນມີຄວາມໝາຍສໍາຄັນ ຮັບປະກັນຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໄດ້ຊີ້ແຈ້ງບັນດາບັນຫາຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານກະກຽມບຸກຄະລາກອນຄັ້ງນີ້.

ຕາມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນຂີດໝາຍມີຄວາມສໍາຄັນຍິ່ງ, ມີຄວາມໝາຍກໍານົດທິດອະນາຄົດ, ລະດົມກໍາລັງໃຈທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນໍາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນທຸກຂົງເຂດຢ່າງຮອບດ້ານ ແລະ ຄົບຊຸດ. ນີ້ກໍແມ່ນຈຸດເວລາມອບຮັບພາລະໜ້າທີ່ຂອງພະນັກງານຂອງພັກກອມມູນິດຫວຽດນາມລຸ້ນຕ່າງໆ.
TAG
VOV/VOVworld/ບຸກຄະລາກອນ/ພະນັກງານ/ກອງປະຊຸມໃຫຍ່ຂອງພັກ/ພັກກອມມູນິດຫວຽດນາມ
Related








