ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ
23/09/2017 09:42
(VOVWORLD) -ໃນວັນບຸນສະແດງຕົ້ນກັນຖິນ ແລະ ລາຍການພົບປະແລກປ່ຽນວັດທະນະທຳບັນດາເຜົ່າສ່ວນຫນ້ອຍ ຫວຽດນາມ ດຳເນີນຢູ່ ບ້ານວັດທະນະທຳ ເກີຕູ, ເມືອງ ໄຕຢາງ, ແຂວງ ກວ໋າງນາມ ຫວ່າງແລ້ວນີ້, ບັນດານັກສິລະປະການ, ນັກສະແດງ ທີ່ມາຈາກ 15 ເຜົ່າສ່ວນຫນ້ອຍ ໃນທົ່ວປະເທດ ໄດ້ພ້ອມກັນສະແດງບັນດາວິທີການສ້າງຕົ້ນກັນຖິນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ສຳລັບເຜົ່າ ເກີຕູ ແລ້ວ, ເຈົ້າກົກເຈົ້າເຫລົ່າ ບຣີວໂປ ພ້ອມກັບພໍ່ແມ່ປະຊາຊົນຕາແສງ ລັງ, ເມືອງ ໄຕຢາງ ໄດ້ຮັບຫນ້າທີ່ແມ່ນສະແດງການສ້າງຕົ້ນກັນຖິນຂອງເຜົ່າຕົນ. ບົດຂຽນຂອງນັກຂ່າວ ທູຮວາ ດ້ວຍຫົວຂໍ້ວ່າ: ເຈົ້າກົກເຈົ້າເຫລົ່າ ບຣີວໂປ ຜູ້ສຸດຈິດສຸດໃຈກັບວັດທະນະທຳ ເກີຕູ.

ວັນບຸນສະແດງຕົ້ນກັນຖິນຂອງຊາວເຜົ່າ ເກີຕູ ພາບ:ອິນເຕີແນັດ ໃນເຮືອນຫລັງຫນຶ່ງຢູ່ ບ້ານ ອາເຣີ ຕາແສງ ລັງ, ເມືອງ ໄຕຢາງ, ເຈົ້າກົກເຈົ້າເຫລົ່າ ບຣີວໂປ ສະຫລະເວລາຫລາຍເພື່ອແນະນຳການອອກແບບຕົ້ນກັນຖິນຂອງຊາວເຜົ່າ ເກີຕູ ແລະ ອະທິບາຍຢ່າງລະອຽດກ່ຽວກັບແຕ່ລະລວດລາຍ. ນີ້ແມ່ນຊຸມມື້ຄາວຽກຫຍຸ້ງງານທີ່ສຸດເມື່ອທ່ານໄດ້ຮັບການມອບຫມາຍຈາກບັນດາເຈົ້າກົກເຈົ້າເຫລົ່າອື່ນໃນບ້ານ ສະເຫນີ ທ່ານເປັນຜູ້ຫນຶ່ງດຽວມີຄວາມສາມາດອອກແບບຕົ້ນກັນຖິນໄດ້ ແລະ ບັນຊາກອງສິລະປະການພ້ອມກັນສ້າງຕົ້ນກັນຖິນທີ່ເປັນປະເພນີຂອງເຜົ່າ ເກີຕູ ໃນໂອກາດດຳເນີນງານບຸນສະແດງຕົ້ນກັນຖິນຊື່ງຈັດຂຶ້ນເປັນຄັ້ງທຳອິດຢູ່ ເມືອງໄຕຢາງ. ເຈົ້າກົກເຈົ້າເຫລົ່າ ບຣີວໂປ ອອກແບບຕົ້ນກັນຖິນ ຢ່າງລະອຽດລະອໍ, ແລ້ວກໍ່ມີເອກະສານຈົດແຕ້ມຄຳອະທິບາຍລວດລາຍໄປພ້ອມ. “ຕົ້ນກັນຖິນຂອງເຜົ່າ ເກີຕູ ມີສອງພາກສ່ວນຕົ້ນຕໍ. ນັ້ນແມ່ນກົກ ແລະປາຍ. ພາກສ່ວນທາງກົກບໍ່ມີຫຍັງ, ແຕ່ຝັງລົງດິນສ່ວນໃດສ່ວນຫນຶ່ງເທົ່ານັ້ນ. ແຕ່ ພິເສດແມ່ນພາກສ່ວນທາງປາຍໄດ້ແບ່ງເປັນສອງສາມສ່ວນ. ຫນຶ່ງແມ່ນສ່ວນທີ່ຢູ່ເທິງສາຍແອວຂອງແມ່ຍິງ, ຊາວເຜົ່າ ເກີຕູ ຖືວ່າ ນີ້ແມ່ນສ່ວນທີ່ງາມກວ່າໝູ່ຂອງແມ່ຍິງ. ທີສອງ ທັງໝົດຂອງພາກສ່ວນນີ້ ເອີ້ນວ່າຕົ້ນໄມ້ໄຜ່ປະເພດຫນຶ່ງ ເຕີບໂຕໄວທີ່ສຸດ , ມີດອກສວຍງາມ ແລະ ມີ ກິ່ນຫອມ. ຍ້ອນການເຕີບໂຕໄວ ແລະ ມີກິ່ນຫອມ ສະນັ້ນ ແຕ່ລະປີ ເມື່ອລະດູການສັກເຂົ້າ ສຳເລັດ, ຊາວເຜົ່າ ເກີຕູເຄີຍເອົາໄມ້ສັກເຂົ້າຂອງຕົນໄປບູຊາ ພາວະນາຂໍໃຫ້ເທວະດາຟ້າແຖນບົນບັນດານໃຫ້ເຂົ້າທີ່ເຂົາເຈົ້າຫາກໍ່ສັກນັ້ນອອກຫນໍ່ໄວ ແລະ ເຕີບໂຕໄວ ຄືຕົ້ນໄມ້ໄຜ່ນີ້.”
TAG
VOV/VOVworld/ຊັບສົມບັດ
Related








