VOV WorldVOV World
ເຕົາໄຟໃນຊີວິດຂອງຊາວເຜົ່າກຶມມຸ
16/12/2016 17:00
ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ໄຟ​ແມ່ນປັດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ ​ກຶມ​ມຸ. ທ່າມກາງ​ເຂດ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ, ບັນດາ​ເຕົາ​ໄຟ​ລຸກໃນ​ເຮືອນຮ້ານຕະຫຼອດ​ວັນ ​ແລະ ຄືນໄດ້​ເຮັດ​ໃຫ້​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ​ກຶມ​ມຸ ມີ​ຄວາມ​ອົບ​ອຸ່ນ, ​ໃກ້ຊິດ​ສະ​ໜິດ​ຕິດ​ພັນກວ່າ
ເຕົາໄຟໃນຊີວິດຂອງຊາວເຜົ່າກຶມມຸ
(vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ ກຶມ​ມຸ ມີ​ປະ​ເພນີ​ເຮັດ​ໄຮ່​ໄຖ​ນາ, ຊີວິດ​ສະໜິດ​ຕິດ​ແທດ​ກັບ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ພູຜາ​ປ່າ​ໄມ້. ຕາມ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ຊາວ​ເຜົ່າ​ ກຶມ​ມຸ ຍາມ​ໃດ​ເຄົາລົບ​ບູຊາ​ເທວະ​ດາ​ໄຟ ​ແລະ ຖື​ວ່າ​ນີ້​ແມ່ນ​ເທວະ​ດາ​ທີ່​ນຳ​ເອົາ​ຊີວິດ, ຄວາມ​ອີ່ມໜຳສຳລານ,​ຄວາມ​ຜາ​ສຸກ​ມາ​ໃຫ້​ຊົນ​ເຜົ່າ​ຕົນ.
TAG
vov/vovworld/ຫ້ອງ​ສຸດ​ທ້າຍ​ຂອງ​ເຮືອນ​/ຊາວ​ເຜົ່າ ​ກຶມ​ມຸ