ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ
24/03/2018 03:11
(VOVWORLD) -ຂັບກ້ຽວ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວຊົນເຜົ່າ ຢ້າວແທງອີ ໃນໂອກາດລະດູບານໃໝ່ວຽນມາ. ລະດູບານໃໝ່່, ລະດູແຫ່ງການຂັບກ້ຽວກັນຂອງຄູ່ບ່າວສາວ ແລະ ກໍແມ່ນລະດູຂອງຊາວເຜົ່າຢ້າວ ຢູ່ຕາແສງ ບັ່ງກ໋າ, ເມືອງ ຮວ່າງໂບ່, ແຂວງ ກວ໋າງນິງ ໄປຊອກຫາຄູ່ ໂດຍຜ່ານການຂັບຮ້ອງເປັນຂົວຕໍ່. ບົດຂຽນ “ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ” ຂອງນັກຂ່າວ ວູ໋ມ່ຽນ.

ຊາວເຜົ່າຢ້າວ ແທງອີ ນັ້ນແມ່ນເນື້ອຮ້ອງທຳນອງເພງທີ່ເຊື້ອເຊີນຢ່າງຈິງໃຈຂອງອ້າຍບ່າວຊາວເຜົ່າຢ້າວແທງອີ ເມື່ອຊວນຍິງສາວເປັນເພື່ອນຮ່ວມທາງໄປງານບຸນລະດູບານໃໝ່ ຢູ່ບ້ານ ບັ່ງກ໋າ, ເມືອງ ຮວ່າງໂບ່, ແຂວງ ກວ໋າງນິງ. ງານບຸນໃນບ້ານຖືກຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຕົ້ນລະດູບານໃໝ່ ເມື່ອອາກາດອົບອຸ່ນ ແລະ ກໍແມ່ນເວລາທີ່ວຽກໄຮ່ການນາໄດ້ສຳເລັດເປັນທີ່ຮຽບຮ້ອຍ, ສະນັ້ນ ບ່າວສາວໃນບ້ານ ກໍມີເວລາໄປງານບຸນຫຼາຍກວ່າ. ບຸນບ້ານ ບັ່ງກ໋າ ໄດ້ດຶງດູດແຂກທ່ອງທ່ຽວນັບພັນໆຄົນທີ່ມາຈາກທຸກສາລະທິດມາຊີມເຂົ້າໜົມກູ່, ເຂົ້າໜຽວຫ້າສີ, ຈິບຈອກເຫຼົ້າ, ພິເສດແມ່ນ ຊົມບ່າວສາວ ບັ່ງກ໋າ ແກວ່ງໝາກຄອນ ແລະ ຂັບກ້ຽວກັນ. ບັນດາທຳນອງຂັບກ້ຽວກັນ ແຕ່ດົນນານມາແລ້ວ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງຊາວເຜົ່າ ຢ້າວແທງອີ . ນີ້ແມ່ນທຳນອງການຂັບກ້ຽວຖາມຕອບລະຫວ່າງຍິງຊາຍທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງ ເຊິ່ງຊາວເຜົ່າ ຢ້າວແທງອີ ໄດ້ນຳໃຊ້ເຂົ້າໃນຫຼາຍໂອກາດເຊັ່ນ: ພິທີສູ່ຂໍ, ງານແຕ່ງດອງ, ພິທີອວຍພອນ ຜູ້ຊາຍໄດ້ເຕີບໃຫຍ່ເຖິງກະສຽນແລ້ວ, ບຸນບ້ານຖືກຈັດຂຶ້ນ ເພື່ອພາວະນາຂໍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ໃນບັນດາເຫດການທີ່ສຳຄັນນັ້ນ, ການຂັບກ້ຽວກັນປຽບເໝືອນດັ່ງຄຳໝາກໃບພູເປີດສາກເລື່ອງລາວ ແລະ ຕາມປົກກະຕິແລ້ວ ຈະມີຄຳສະເພາະຕາມບັນດາຫຼັກການທີ່ກຳນົດ ເຊິ່ງບໍ່ສາມາດປ່ຽນແປງໄດ້: ຄຳແປ: ມີ ຊາຍ ຜູ້ ໜຶ່ງ ຢູ່ ຝັ່ງ ນັ້ນ ຂອງ ແມ່ ນ້ຳ / ອ້າຍ ແນມ ເຫັນ ມັງກອນຢູ່ ໃຕ້ ນ້ຳ / ກຳ ລັງ ລອຍ ໄປ ມາ ເພື່ອ ເອົ າ ນ້ຳ / ມາພົ່ ນ ນ້ຳ ໃຫ້ ປະ ຊາ ຊົນ / ທັ ງ ໂລ ກ ມະ ນຸດ ແລະ ພອນສະຫວັນ/ລ້ວນ ແຕ່ ໄດ ້ ຮັບ / ໄດ້ຊົມໃຊ້ ລ້ວນ ແຕ່່ ມີຄວາມ ອີ່ ມ ໜ ຳ ສຳ ລ ານ / ມັງກອນໄດ້ພົ່ ນ ນ້ຳ ຢ່າງລົ້ນ ເຫຼືອ / ປະ ຊາ ຊົນ ພວກ ເຮົ າ ຊົມ ຊື່ນ ດີ ໃຈ ເປັນ ຢ່າງ ຍິ່ງ . ບໍ່ວ່າເວລາໃດ ຊາວເຜົ່າ ຢ້າວແທງອີ ກໍສາມາດຂັບກ້ຽວກັນຄື: ເມື່ອໄປໄຮ່ໄປສວນ, ໄປງານບຸນ ຫຼື ບັນດາຄຳທັກທາຍສະບາຍດີກັນໃນແຕ່ລະມື້ ໂດຍຊາວເຜົ່າ ຢ້າວແທງອີ ໄດ້ປະດິດແຕ່ງເປັນບັນດາບົດຂັບກ້ຽວທີ່ເປັນຫນ້າທີ່ດຶງດູດໃຈທີ່ສຸດ. ປົກກະຕິແລ້ວ ເນື້ອຮ້ອງທຳນອງບົດຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ ແມ່ນຈິງໃຈ, ລຽບງ່າຍແຕ່ເຕັມໄປດ້ວຍຄວາມໝາຍຫຼາຍຢ່າງ, ພິເສດແມ່ນຍາມບ່າວສາວຂັບກ້ຽວກັນເພື່ອຊອກຄູ່. ບັນດາຄຳຂັບກ້ຽວທີ່ອ່ອນຊ້ອຍນັ້ນ ໄດ້ເຮັດໃຫ້ບ່າວສາວຊາວເຜົ່າ ຢ້າວແທງອີ ມີອາລົມຈິດຄວາມຮັກນຳກັນ. ແລະຈາກສິ່ງດັ່ງກ່າວ ກໍມີຫຼາຍເລື່ອງຄວາມຮັກໄດ້ແຕກໜໍ່ຈໍ່ດອກ, ມີບ່າວສາວຫລາຍຄູ່ເປັນຜົວເມຍ ແລະ ຢູ່ນຳກັນຢ່າງມີຄວາມຜາສຸກ. ນັກສິລະປະການ ເຈືອງ ທິ ກູຍ ເລົ່າຄືນວ່າ: “ ກ່ອ ນ ນີ້ ມີຫຼາຍ ຄົນ ຂັບ ກ້ຽວ ກັນ , ແລ້ວກາຍເປັນ ຜົວ ເມຍ ກັນ . ເຫັນ ພວກອ້າຍ ບ່າວ ຂັບ ຖາມ ກັນ , ເຮົ າ ມັກ ເຮົາ ກໍ ຕອບ . ບໍ່ ວ່າ ເຮັດ ຫຍັງ ກໍ ຄິດ ເຖິງຂັບ ກ້ຽວກັນ, ສະ ນັ້ນ ມັນ ຈຶ່ງ ຝັງ ເລິກໃນໃຈ ເຮົ າ ທີ່ບໍ່ ອາດ ລືມ ໄດ້ . ຍາມ ໃດ ກໍ ຄິດ ວ່າ ຈະ ເຮັດ ແນວ ໃດ ເພື່ອ ໃຫ້ ເຮົ າ ຮູ້ຂັບ ກ້ຽວ ຫຼາຍ ແບບ ເພື່ອ ໄປ ຂັບ ຖາມ ຕອບ ກັບ ຊາວ ໜຸ່ມ , ຖ້າ ເຮົ າ ຊະ ນະ ເຮົ າ ມີຄວາມ ມ່ ວນ ຊື່ນ ທີ່ ສຸດ ” . ຊາວເຜົ່າ ຢ້າວແທງອີ ຍັງຄົງຮັກສາສີສັນວັດທະນະທຳສະເພາະຂອງເຜົ່າຕົນ ກ່ອນຈະຂັບກ້ຽວກັນຕາມ ປົກກະຕິແລ້ວ ຊາວເຜົ່າ ຢ້າວແທງອີ ຈະຂັບຮ້ອງດັງກ້ອງກັງວານ, ສຽງຂຶ້ນລົງຕາມຈັງຫວະ, ຟັງແລ້ວເປັນຕາອອນຊອນ. ຫຼັງຈາກນັ້ນ ແມ່ນຂັບຄວາມໃນໃຈ, ກະຊິບບອກກັນເບົາໆ. ນັກສິລະປະການ ດັ້ງແທງເລືອງ, ອາຍຸ 75 ປີ, ຍັງຈື່ ທຳນອງ ຂັບກ້ຽວຫຼາຍແບບ. ນັກສິລະປະການ ດັ້ງແທງເລືອງ ໃຫ້ຮູ້ວ່າ: ປະຊາຊົນເກືອບທັງໝົດຢູ່ ຕາແສງ ບັ່ງກ໋າ ແມ່ນຊາວຊົນເຜົ່າ ຢ້າວແທງອີ , ແຕ່ປັດຈຸບັນ ບໍ່ມີເທົ່າໃດຄົນທີ່ສາມາດຂັບກ້ຽວແບບດັ້ງເດີມໄດ້. “ ດຽວນີ້ ໄວ ໜຸ່ມບໍ່ ຮູ້ ຂັບ ກ້ຽວ . ກ່ອນນີ້ ແມ່ນ ຕ່າງ ກັນຫຼາຍ . ໃຜ ທີ່ ຍັງ ບໍ່ ທັນ ໄດ້ ຜົວ ໄດ້ ເມຍ , ໃນ ຕົ້ນ ລະ ດູ ບານ ໃໝ່ ຈຸດປະສົງແມ່ນ ໄປ ເພື່ອ ຊອກ ຮູ້ ເຊິ່ງກັນ ແລະ ກັນ . ມີແຕ່ ໄປ ຂັບ ເທົ່າ ນັ້ນ , ແຕ່ ວັນ ທ ີ 1 ເຖິງ ວັນ ເພັງ ( ໄລ່ ຕາມ ຈັນ ທະ ປະ ຕິ ທິນ ). ໃຜມີເວລາ ຫວ່າງ ແມ່ນ ໄປເ ລ າ ະ ຫຼິ້ນ ແລະ ຂັບ ຮ ້ອງ . ຍ້ອນ ຊາວ ເຜົ່າ ພວກ ຂ້າ ພະ ເຈົ້າ ມັກລະອາຍ . ເມື່ອ ເຫັນ ຜູ້ ສາວ ງາມ ຂ້າ ພະ ເຈົ້າ ຮູ້ ສຶກ ຮັກແທ້, ແຕ່ບໍ່ ກ ້າ ເວົ້າ , ແຕ່ ຖ້າພາກເຊື່ອມສານເຂົ້າ ປະ ໂຫຍກ ຂັບ ກ້ຽວ ແລ້ວ ພັດ ກ້າ ເວົ້າ ໄດ້ . ຈຸດ ພິ ເສດ ແມ່ນ ຄື ແນວນັ້ນ . ເມື່ອ ຂ້າ ພະ ເຈົ້າມ ີອ າ ຍຸ 16 – 17 ປີ ກ ໍ ໄດ້ ໄປ ຂັບ ກ້ຽວ ແລ້ວ ” . ໃນຊຸມປີມໍ່ໆມານີ້, ການຂັບກ້ຽວຂອງຊາວເຜົ່າ ຢ້າວແທງອີ ຢູ່ ບັ່ງກ໋າ ໄດ້ນຳເຂົ້າຮັບໃຊ້ໃຫ້ແຂກທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອຮັກສາ ແລະ ໂຄສະນາເຜີຍແຜ່ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວແທງອີ ເຖິງນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
TAG
VOV/VOVworld/ການຂັບກ້ຽວ
Related
More








