ພິທີບູຊາຜີບ້ານຜີເມືອງ, ການເຊື່ອຖືທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່
13/05/2016 17:00
ໃນການເຊື່ອຖື, ຊາວ ຮ່າຍີ່ຖືວ່າທຸກສິ່ງທຸກຢ່າງລ້ວນແຕ່ມີວິນຍານ, ຍ້ອນເຫດນັ້ນເຂົາເຈົ້າຈຶ່ງຈັດຕັ້ງພິທີບູຊາເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາເທວະດາ. ຕາມປະເພນີແລ້ວ, ກ່ອນທີ່ລົງທົ່ງຕົກກ້າ, ຂຶ້ນໄຮ່ປູກສາລີ

(vovworld) - ໂດຍອາໄສຕົ້ນຕໍຢູ່ເຂດພູສູງ, ການດຳລົງຊີວິດສ່ວນຫຼາຍແມ່ນອີງໃສ່ທຳມະຊາດ, ຊາວ ຮ່າຍີ່ມີຄວາມເຊື່ອໝັ້ນວ່າ, ຊີວິດຢູ່ເຢັນເປັນສຸກຂອງເຂົາເຈົ້ານັບແຕ່ກີ້ແຕ່ກ່ອນມາຮອດປະຈຸບັນ, ສ່ວນໜຶ່ງແມ່ນໂດຍບັນດາເທວະດາດົນບັນດານ, ຊ່ວຍເຫຼືອໃຫ້. ບັນດາເທວະດາໃຫ້ເຂົາເຈົ້າປ່າ, ນ້ຳເພື່ອປູກເຂົ້າ, ໃຫ້ອາຫານປະຈຳວັນ, ຍ້ອນເຫດນັ້ນຊາວ ຮ່າຍີ່ຈຶ່ງຖືເປັນສຳຄັນການບູຊາເພື່ອຕອບບຸນແທນຄຸນບັນດາເທວະດາ. ໃນປະຊາຄົມຊາວ ຮ່າຍີ່, ພິທີບູຊາໄດ້ຮັບຖືວ່າແມ່ນການເຊື່ອຖືພິເສດສະເພາະ, ເປີດສາກໃຫ້ບັນດາພິທີບູຊາເທວະດາໃນໜຶ່ງປີຂອງຊາວ ຮ່າຍີ່.
TAG
vov/vovworld/ບູຊາຜີບ້ານ
Related








