ຊົນເຜົ່າຢ້າວຢູ່ຫວຽດນາມ
30/05/2014 17:00
ຊົນເຜົ່າຢ້າວຖືກແບ່ງອອກເປັນຫຼາຍແຊງທີ່ແຕກຕ່າງກັນ ແຕ່ພາສາຂອງເຂົາເຈົ້າພັດເປັນເອກະພາບກັນ, ອັນໄດ້ສະແດງໃຫ້ເຫັນສາຍພົວພັນສະໜິດແໜ້ນລະຫວ່າງວົງຄະນາຍາດເຜົ່າຢ້າວນຳກັນ.

(vovworld) - ຊາວເຜົ່າຢ້າວຍັງມີຊື່ອີ້ນທີ່ແຕກຕ່າງກັນເຊັ່ນ: ດົງ, ຈ້າຍ, ຢີ່ວມ່ຽນ, ກິມມ່ຽນ... ໂດຍແມ່ນຊົນເຜົ່າທີ່ມີຈຳນວນພົນລະເມືອງຫຼາຍອັນດັບ 9 ໃນຈຳນວນ 54 ຊົນເຜົ່າຢູ່ຫວຽດນາມ ດ້ວຍເກືອບ 1 ລ້ານຄົນ. ຊາວເຜົ່າຢ້າວອາໄສຢູ່ບັນດາບ້ານໃນເຂດພູດອຍທາງພາກເໜືອຄືແຂວງກາວບັ່ງ, ຮ່າຢາງ, ລາວກາຍ, ອຽນບ໋າຍ, ລາຍເຈົາ, ຕວຽນກວາງ... ແລະ ບາງແຂວງໃນເຂດພູພຽງຄື: ຟູ໋ທໍ້, ວິ້ງຟຸກ, ຮ່ວາບິ່ງ.
TAG
vov/vovworld
ຊົນເຜົ່າຢາວຢູ່ຫວຽດນາມ
Related








