VOV WorldVOV World
ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017
07/01/2018 17:00
(VOVWORLD) - ໃນປີ 2017, ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຢ່າງເປັນທາງການ.
ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017
 ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ (ພາບ: dantri.com.vn) ໃນປີ 2017, ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຢ່າງເປັນທາງການ. ສິລະປະບ່າຍຈ່ອຍແມ່ນຮູບການດຳເນີນຊີວິດດ້ານສິລະປະວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາແຂວງພາກກາງ ຫວຽດນາມ, ເຊິ່ງປະກອບມີບັນດາຮູບການດົນຕີ, ກະວີ, ສະແດງບົນເວທີ, ຈິດຕະກຳ, ວັນນະຄະດີ… ຖືກສະແດງພາຍໃຕ້ຮູບການຫຼິ້ນບ່າຍຈ່ອຍ ແລະ ສະແດງບ່າຍຈ່ອຍ. ໃນຂະນະນັ້ນ UNESCO ກໍ່ໄດ້ຖອນມໍລະດົກຂັບຊວານແຂວງ ຟູ໋ທໍ້ ອອກຈາກບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຄວນຮັກສາດ່ວນ ແລະ ຖືກຈົດໃສ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ. ຂັບຊວານແມ່ນຮູບການສິລະປະວົງຄະນາຍາດ, ຕິດພັນກັບການບູຊາເຈົ້າຊີວິດ ຮຸ່ງ, ແມ່ນການເຫຼື້ອມໃສບູຊາບັນພະບຸລຸດຂອງຊາວ ຫວຽດນາມ. ສາສະດາຈານ ຮ່ວາງເຈືອງ, ຜູ້ອຳນວຍການໃຫຍ່ສູນຄົ້ນຄ້ວາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ ຫວຽດນາມ, ໃຫ້ຮູ້ວ່າ:
TAG
VOV/VOVworld/ວັດທະນະທຳທີ່ພົ້ນເດັ່ນໃນປີ 2017