ຈາກ​ພາບ​ແຕ້ມ​ລະ​ດົມ​ກຳ​ລັງ​ໃຈ, ພາບແຕ້ມ​ສະ​ໜາມ​ຮົບ ​ຕະຫຼອດ​ຮອດ​ບັນ​ດາຜົນ​ງານ​ໄດ້​ປະ​ດິດ​ຄິດແຕ່ງໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຊຸມ​ປີ​ທຳ​ອິດ​ກໍ່​ສ້າງ​ປະ​ເທດ​ຊາດ, ໄລ​ຍະ​ຕໍ່​ສູ້​ຕ້ານ​ຝ​ລັ່ງຫຼັງ​ຈາກ​ນັ້ນ, ບັນ​ດາ​ນັກ​ຈິດ​ຕະ​ກອນ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ສ້າງ “ພົງສາວະດານ​ດ້ວຍ​ພາບ” ພິ​ເສດ​ຂອງ​ປະ​ເທດ​ຊາດ. ນັກ​ຈິດ​ຕະ​ກອນ ເລື່ອງ​ຊວັນ​ດ​ວານ, ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ ຫວຽດ​ນາມ ແບ່ງ​ປັນ​ວ່າ:

ນັບ​ແຕ່​ເດືອນ​ສິງ​ຫາ​ລະ​ດູ​ໃບ​ໄມ້ຫຼົ່ນແຫ່ງການລູກ​ຮື້​ຂຶ້ນ​ໃນ​ທົ່ວ​ປະ​ເທດ ການປະຕິວັດ​ເດືອນ​ສິງ​ຫາ​ປະ​ສົບ​ຜົນ​ສຳ​ເລັດ, ທິມ​ງານ​ໄດ້​ລົງ​ຖະ​ໜົນ​ໄວ​ທີ່​ສຸດ​ແມ່ນ​ວົງ​ການ​ວິ​ຈິດ​ສິນ ຫວຽດ​ນາມ. ບັນ​ດາ​ພາບ​ລະ​ດົມ​ກຳ​ລັງ​ໃຈ​ຂະ​ໜາດ​ໃຫຍ່ ໄດ້​ປະ​ດັບ​ປະ​ດາ​ເຕັ້ມ​ຖະ​ໜົນ​ຮ່າ​ໂນ້ຍ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ​ປະ​ຫວັດ​ສາດ​ຂອງ​ຊາດ ຫວຽດ​ນາມ, ຫຼັງ​ຈາກ​ນັ້ນ ແມ່ນ​ຖະແຫຼງການປະ​ກາດ​ເອ​ກະ​ລາດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ສ້າງ​ຕັ້ງ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ.

ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ເດືອນ​ຕຸ​ລາ 1945 ຢູ່​ເຮືອນ ຄາຍ​ຈີ​ຕຽນ​ດຶກ ຢູ່​ແຄມ​ໜອງ​ຮ່​ວານ​ກຽມ ໄດ້​ຮັ​ບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ວິ​ຈິດ​ສິນ​ທີ່​ເປັນ​ໜ້າ​ສົນ​ໃຈ​ທຳ​ອິດຫຼັງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ. ໃນ​ສະ​ພາບ​ການ​ມີກວ່າ 90%ປະ​ຊາ​ກອນ​ບໍ່​ຮູ້​ອ່ານ, ບໍ່​ຮູ້​ຂຽນ, ງານ​ວາງ​ສະ​ແດງ​ໄດ້​ກາຍ​ເປັນ​ພາ​ຫະ​ຫະ​ໂຄ​ສະ​ນາ, ລະ​ດົມ​ກຳ​ລັງ​ໃຈ ແລະ ສຶກ​ສາ​ທີ່​ມີ​ກຳ​ລັງ​ແຮງ​ແຜ່​ກະ​ຈາຍ​ພິ​ເສດ. ແຕ່​ປະ​ເທດ​ຫາ​ກໍ່​ຍາດ​ໄດ້​ເອ​ກະ​ລາດ ຕ້ອງ​​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະ​ການ, ເມື່ອລ່າ​ເມືອງ​ຂຶ້ນ​ຝ​ລັ່ງ​ກັບ​ຄືນ​ມາ​ທຳການເກາະ​ຜິດ​ຢູ່​ເຂດ​ພາກ​ໃຕ້, ແລ້ວ​ຮອດ​ວັນ​ທີ 19 ທັນ​ວາ 1946, ການ​ຕໍ່​ສູ້​ທົ່ວ​ປະ​ເທດ​ເກີດ​ຂຶ້ນ, ໃນ​ການ​ຕໍ່​ສູ້​ນັ້ນ, ສິ​ລະ​ປະ​ວັດ​ນະ​ຄະ​ດີ​ແມ່ນ​ກຳ​ລັງ​ສຳ​ຄັນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ເທ້​ກີ, ຫົວ​ໜ້າ​ຄະ​ນະ​ທິດ​ສະ​ດີ, ວິ​ພາກວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ຖື​ວ່າ:

ກ້າວ​ເຂົ້າ​ສູ່​ການ​ຕໍ່​ສູ້​ຕ້ານ​ລ່າເມືອງ​ຂຶ້ນ, ພວກ​ເຮົາ​ຕ້ອງ​ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ຄື: ກອງ​ທັບ, ນັກ​ຮົບ​ປ້ອງ​ກັນ​ປະ​ເທດ, ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ແຕ່​ໃນ​ນັ້ນ​ມີ​ເຫຼົ່າ​ຮົບ​ໜຶ່ງ​ກໍ່​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ​ກຳ​ລັງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ.

ຈາກ​ບາດ​ກ້າວ​ຂອງ​ລະ​ດູ​ໃບ​ໄມ້ຫຼົ່ນ 1945, ມີ​ນັກ​ວິ​ຈິດ​ສິນ​ທີ່​ມີ​ຊື່​ສຽງຫຼາຍ​ຄົນ​ໄດ້​ຕິດ​ພັນ​ກັບ​ການ​​ວິ​ວັດ​ການປະ​ດິດ​ສ້າງ​ການ​ຕິ​ວັດ ແລະ ການ​ຕໍ່​ສູ້ໄດ້​ກຳ​ເນີດ. ອາດ​ສາ​ມາດ​ເວົ້າ​ເຖິງ​ນັກ​ວິ​ຈິດ​ສິນ​ຄື: ໂຕງອກ​ເວິນ, ຫງວຽນ​ໂດ​ກຸງ, ເຈິ່ນ​ວັນ​ເກິນ, ຫງວຽນ​ຊາງ, ເຢືອງ​ບິກ​ລຽນ, ຫງວຽນ​ຕື​ງຽມ, ຟານ​ເກ້​ອານ, ຢຽບ​ມິງ​ເຈົາ... ຜ່ານ​ບັນ​ດາ​ຜົນ​ງານ​ຂອງ​ເຂົາ​ເຈົ້າ, ປະ​ທານ​ໂຮ່​ຈີ​ມິນ, ທະ​ຫານ​ລຸງ​ໂຮ່ ແລະ ປະ​ຊາ​ຊົນ​ຕໍ່​ສູ້​ກາຍ​ເປັນ​ບັນ​ດາ​ແບບ​ຢ່າງ​ທີ່​ພົ້ນ​ເດັ່ນ​ຂອງວິ​ຈິດ​ສິນ​ການ​ປະ​ຕິ​ວັດ.

ໃນ​ເງື່ອນ​ໄຂ​ສົງ​ຄາມ​ທີ່​ຂາດ​ເຂີນ​ທຸກ​ຢ່າງ, ການ​ປະ​ກອບ​ສ່ວນ​ທີ່​ພິ​ເສດ​ທີ່​ສຸດ​ຂອງ​ນັກ​ຈຈິດຕະກອນນອນ​ຢູ່​ຄວາມ​ສາ​ມາດ​ຈົດ​ຈຳ​ຄວາມ​ຈິງ​ໃນ​ທັນ​ທີ​ຢູ່​ກັບ​ທີ່. ປຶ້ມ​ແຕ່​ລະ​ຫົວ, ບັນ​ດາ​ລາຍ​ອັກ​ສອນ ຫຼື ສີ​ນ້ຳ​ອາດ​ສາ​ມາດ​ຈົດ​ຈຳ​ການ​ເດີນ​ທາງ, ເວ​ລາຜັກ​ຜ່ອນ, ໜ້າ​ຕາ​ຂອງ​ນັກ​ຮົບ. ການ​ແຕ້ມ ແລະ ພາບ​ລະ​ດົມ​ກຳ​ລັງ​ໃຈ​ກໍ່​ໄດ້​ນຳ​ມາ​ເຖິງ​ມະ​ຫາ​ຊົນ​ໂດຍ​ໄວ, ຍິ່ງ​ໄປ​ກວ່າ​ນັ້ນ​ໄດ້​ວາງ​ສະ​ແດງ​ຢູ່​ສະ​ຖານ​ທີ່​ຜັກ​ຜ່ອນ ຫຼື​ກົມ​ກອງ​ທະ​ຫານ​ໃນ​ຂະ​ບວນ​ການ​ເດີນ​ທາງ. ຕາມນັກ​ຈິດຕະກອນເລືອງ​ຊວັນ​ດ່​ວານ, ຍ້ອນພາ​ສາ​ພາບ​ແຕ້ມ ເຊັ່ນ​ນັ້ນ ,ຈຶ່ງທັງ​ຮັກ​ສາ​ປະ​ຫວັດ​ສາດ, ທັງ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຄວາມ​ຮູ້​ສຶກ:

ເຄື່ອງ​ມື​ໄວ​ທີ່​ສຸດ​ນັ້ນ​ແມ່ນ ການ​ແຕ້ມ​ສະ​ໜາມ​ຮົບ, ຫຼັງ​ຈາກ​ນັ້ນ​ແມ່ນ​ພາບ​ລະ​ດົມ​ກຳ​ລັງ​ໃຈ, ໄປ​ເຖິງ​ສັງ​ຄົມ​ແລະ ມະ​ຫາ​ຊົນ​ໄວ​ທີ່​ສຸດ. ນີ້​ແມ່ນ​ພາ​ສາ​ໂດຍ​ກົງ. ແລະ​ຄວາມ​ປະ​ທັບ​ໃຈ​ຈາ​ກ​ສາຍ​ຕາ​ແມ່ນ​ທຳ​ອິດ ເມ່ອ​ເຫັນ​ພາບ​ແຕ້ມ, ດັ່ງ​ນັ້ນ ມັນ​ໄດ້​ປຸກ​ລຸກ​ໃນ​ທັນ​ທີ, ບໍ່​ຕ້ອງ​ອອກຄຳ​ຮຽກ​ຮ້ອງ​ໃຫຍ່​ໃນ​ພາບ​ແຕ້ມ, ນັກ​ວິ​ຈິດ​ສິນ​ກໍ່​ບໍ່​ຕ້ອງ​ເວົ້າ​ດ້ວຍ​ຄຳ​ເວົ້າ, ມີ​ແຕ່​ນຳ​ໃຊ້​ພາ​ສາ​ແຕ້ມ, ດ້ວຍ​ຄວາມ​ໃນ​ໃຈ​ຂອງ​ຕົນ, ດ້ວຍ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ໃນ​ຜົນ​ງານ​ວິ​ຈິດ​ສິນ.

ບັນ​ດາ​ນັກຈິດຕະກອນ - ນັກ​ຮົບ​ໄດ້​ປະ​ກົດ​ຂຶ້ນ​ໃນ​ຈຸດ​ເວ​ລາ​ໃຫຍ່​ທີ່​ສຸດ​ຂອງ ປະ​ເທດ​ຊາດ. ການ​ສັງ​ເກດ​ໂດຍ​ໄວ ແລະ ລະ​ອຽດ​ອ່ອນ​ຂອງ​ນນັກ​ຈິດ​ຕະກອນໄດ້​ເກັບ​ຮັກ​ສາ​ໜ້າ​ຕາ​ຄາວ​ໜຶ່ງ, ທັງ​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ສິ​ລະ​ປະ, ທັງ​ມີ​ບັນ​ດາ​ເຫດ​ການ​ຍິງ​ໃຫຍ່​ຂອງ​ປະ​ຫວັດ​ສາດ.

ຈິດຕະກອນ​ແຕ່​ລະ​ຄົນ​ມີ​ການ​ສະ​ແດງ​ສະ​ເພາະ, ແຕ່​ບັນ​ດາ​ຜົນ​ງານ​ນີ້ໄດ້​ເຊື່ອມ​ຕໍ່​ກາຍ​ເປັນ​ກະ​ແສ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຈາກ​ບັນ​ດາ​ພາບ​ແຕ້ມ​ໄລ​ຍະ​ຕໍ່​ສູ້ໄລຍະ​ເບື້ອງ​ຕົ້ນ​ຂອ​ງ​ວິ​ຈິດ​ສິນ​ປະ​ຕິ​ວັດ​ຕະຫຼອດ​ຮອດ​ວິ​ຈິດ​ສິນ​ຍຸກ​ທັນ​ສະ​ໄໝ, ນັກ​ສິ​ລະ​ປິນ​ລຸ້ນ​ຕ່າງໆ ຍັງ​ສືບ​ຕໍ່​ຊອກ​ຫາ​ພາບ​ພົດ​ຂອງ​ຍຸກ​ສະ​ໄມ, ຕິດ​ພັນ​ສິ​ລະ​ປະ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາດ. ບັນ​ດາລວດ​ລາຍ, ສີ​ສັນ ແລະ ຮູບ​ຮ່າງ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ພອນ​ສະ​ຫວັນ​, ຄວາມ​ສຸດ​ຈິດ​ສຸດ​ໃຈ, ຍິ່ງ​ໄປ​ກວ່າ​ນັ້ນ​ແມ່ນ​ການ​ເສຍ​ສະຫຼະ​ຊີ​ວິດ​ຂອງຫຼາຍ​ລຸ້ນ​ຄົນ, ໄດ້​ປະ​ກອບ​ສ່ວນ​ເພີ່ມ​ເຕີມ​ແຫຼ່ງວັດ​ທະ​ນະ​ທຳ ຫວຽດ​ນາມ.