ເວລາຜ່ານມາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ດຳເນີນລາຍການວາງສະແດງ ແລະ ສະແດງດ້ວຍຫົວຂໍ້ “ປະຕິບັດຄວາມເຊື່ອຖືຂັບແທນ ກຸ່ມພາສາເຜົ່າໄຕ - ຜູ້ໄທ”. ນີ້ແມ່ນຄັ້ງທຳອິດທີ່ລາຍການໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນໂຄສະນາບັນດາຄຸນຄ່າວັດທະນະທຳພົ້ນເດັ່ນຂອງ ຫວຽດນາມ ໄປຍັງປະຊາຊົນລາວ, ພ້ອມທັງແນະນຳ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ໂດຍ UNESCO ຮັບຮູ້.
ລາຍການວາງສະແດງ ແລະ ສະແດງດ້ວຍຫົວຂໍ້ “ປະຕິບັດຄວາມເຊື່ອຖືຂັບ ແທນກຸ່ມພາສາເຜົ່າໄຕ - ຜູ້ໄທ” ລວມມີ ເອກະສານພາບຖ່າຍ 54ແຜ່ນ, ຜະລິດຕະພັນສະແດງດີເດັ່ນ 119 ຢ່າງ ແລະ ພິທີກຳຂັບແທນພົ້ນເດັ່ນຂອງກຸ່ມເຜົ່າ ໄຕ - ຜູ້ໄທ” 12 ຕອນ. ຈຸດພົ້ນເດັ່ນແມ່ນການສະແດງຂອງບັນດານັກສິລະປິນພົ້ນເດັ່ນພວມເຂົ້າຮ່ວມການປະຕິບັດ ແລະ ຮັກສາມໍລະດົກຂັບແທນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄຕ, ນຸ່ງເຂດຫວຽດບັກ.
ເຂົ້າຮ່ວມລາຍການ, ທ່ານຫງວຽນວັນເທາະ ນັກສິລະປິນດີເດັ່ນ ແບ່ງປັນວ່າ: ບັນດາລາຍການສະແດງໄດ້ເລືອກເອົາເພື່ອແຊ່ວຍປະຊາຄົມຊາວຫວຽດນາມ ແລະ ຊາວລາວ ຢູ່ນະຄອນຫຼວງວຽງຈັນ ມີຄວາມຮູ້ຕື່ມອີກກ່ຽວກັບຄວາມເຊື່ອຖືຂັບແທນ.
ບັນດາລາຍການສະແດງຂອງພວກຂ້າພະເຈົ້າພາຍຫຼັງທີ່ໄດ້ເລືອກເອົາແລ້ວ ຜູ້ຊົມຈະສຳພັດກັບດົນຕີ ແລະ ຈັງຫວະກໍ່ຄືການຟ້ອນໄດ້ຢ່າງງ່າຍດາຍ ດັ່ງນັ້ນ ຈະເຮັດໃຫ້ຜູ້ຊົມມີຄວາມເຂົ້າໃຈກວ່າກ່ຽວກັບຂັບແທນ. ຍ້ອນວ່າບັນດາລາຍການສະແດງຂັບແທນນີ້ສ່ວນຫຼາຍແມ່ນບັນດາລາຍການຂັບແທດພື້ນເມືອງ ແລະ ສ່ວນຫຼາຍໄດ້ຮັກສາເໝືອເດີມໂດຍຄົນລຸ້ນກ່ອນປະໄວ້ໃຫ້.
ຄວາມຄ້າຍຄືກັນກ່ຽວກັບວັດທະນະທຳຂອງບັນດາຊົນເຜົ່າກຸ່ມພາສາຜູ້ໄທ - ກາດາຍ ພ້ອມກັບຄວາມໃກ້ຊິດກ່ຽວກັບການດຳລົງຊີວິດ, ຈິດວິນຍານ ແລະ ວິຖີຊີວິດ ໄດ້ຊ່ວຍໃຫ້ຜູ້ຊົມລາວ ສາມາດຮູ້ສຶກໄດ້ຢ່າງງ່າຍດາຍ ແລະ ມີຄວາມເຊື່ອມຕົວກັບບັນດາຈຸດພົ້ນເດັ່ນໃນຄວາມເຊື່ອຖືຂັບແທນຂອງພໍ່ແມ່ປະຊາຊົນເຜົ່າໄຕ, ນຸ່ງ ຫວຽດນາມ. ທ່ານ ບົວເງິນ ຊາພູວົງ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ ຮອງປະທານສູນກາງສະມາຄົມມິດຕະພາບ ລາວ ຫວຽດນາມ ຖືວ່າ:
ຄວາມເຊື່ອຖືຂັບແທນ ຂອງຊາວເຜົ່າໄຕ, ນຸ່ງ, ຜູ້ໄທ ຢູ່ ຫວຽດນາມ ແມ່ນຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ, ບັນລຸຫຼັກສິນທຳທີດີ່, ໃນການດຳລົງຊີວິດຂອງມະນຸດຢ່າງເລິກເຊິ່ງ ແລະ ຈິດໃຈຄວາມສາມັກຄີຂອງວົງຄະນະຍາດ. ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນຂອງປະຫວັດສາດ, ວັດທະນະທຳ ແລະ ສີສັນ, ການປະຕິບັດຂັບແທນຂອງຊາວເຜົ່າໄຕ, ນຸ່ງ, ຜູ້ໄທຢູ່ ຫວຽດນາມ ໂດຍ UNESCO ຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ. ບໍ່ພຽງແຕ່ປະກອບສ່ວນແນະນຳບັນດາຄຸນຄ່າພົ້ນເດັ່ນຂອງການປະຕິບັດຂັບແທນໄປຍັງປະຊາຊົນລາວເທົ່ານັ້ນ, ລາຍການສະແດງຄວາມເຊື່ອຖືຂັບແທນດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນເຜົ່າໄຕ, ນຸ່ງ ຫວຽດນາມ ຍັງແມ່ນໂອກາດເພື່ອໃຫ້ບັນດາຄຸນຄ່າວັດທະນະທຳພື້ນເມືອງກາຍເປັນຂົວເຊື່ອມຕໍ່ປະຊາຊົນສອງປະເທດ ຫວຽດນາມ - ລາວ.








