ຈຸດໃໝ່ໃນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2013
15/04/2013 10:08
ງານບຸນວິຫານຮຸ່ງ ຫຼືເອີ້ນວ່າ ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນງານບຸນໃຫຍ່ຢູ່ຫວຽດນາມ ເພື່ອອາໄລຫາຄຸນງາມຄວາມດີ ສ້າງຕັ້ງປະເທດຊາດຂອງເຈົ້າຊີວິດຮຸ່ງອົງຕ່າງໆຊຶ່ງແມ່ນເຈົ້າຊີວິດບັນດາ ອົງທຳອິດ ຂອງຊາດຫວຽດນາມ

ພິທີໄຂງານບຸນວິຫານຮຸ່ງປີ 2013 (ພາບ: baophutho.com) ງານບຸນວິຫານຮຸ່ງ ຫຼືເອີ້ນວ່າ ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນງານບຸນໃຫຍ່ຢູ່ຫວຽດນາມ ເພື່ອອາໄລຫາຄຸນງາມຄວາມດີສ້າງຕັ້ງປະເທດຊາດຂອງເຈົ້າຊີວິດຮຸ່ງອົງຕ່າງໆຊຶ່ງແມ່ນເຈົ້າຊີວິດບັນດາອົງທຳອິດ ຂອງຊາດຫວຽດນາມ. ແຕ່ດົນ ນານມາແລ້ວ, ຊາວຫວຽດນາມໄດ້ຖືເອົາວັນທີ 10 ເດືອນ 3 ໃນແຕ່ລະປີ ໂດຍໄລ່ຕາມຈັນທະປະຕິທິນຫວຽດນາມເປັນວັນໄຫວ້ບູຊາບັນພະບຸລຸດ ແລະ ພ້ອມກັນກັບເມືອຢາມວິຫານຮຸ່ງ ຊຶ່ງແມ່ນກົກເຄົ້າເຫງົ້າກໍ, ດິນແດນແຫ່ງ ບັນພະບຸລຸດຂອງຊາດຫວຽດນາມ. ງານບຸນວິຫານຮຸ່ງປີນີ້ ມີຄວາມໝາຍພິເສດ, ຍ້ອນມີເລື່ອງອົງການ UNESCO ຮັບຮອງ “ ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດ ຮຸ່ງຢູ່ແຂວງຟູ້ເຖາະແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ ”. ນັບແຕ່ປີ 2000 ເປັນຕົ້ນມາ, ງານບຸນວິຫານຮຸ່ງໄດ້ກາຍເປັນພິທີລະດັບຊາດ, ແລະ ລັດເປັນຜູ້ຕາງໜ້າໃຫ້ປະຊາຊົນທົ່ວປະເທດ ຮັບຜິດຊອບການຈັດຕັ້ງພິທີລະດັບຊາດ, ເພາະສະນັ້ນ, ຂອບຂະໜາດກໍຄືບັນດາພິທີກຳຂອງງານບຸນ ຖືກຈັດຂຶ້ນຢ່າງສົມກຽດ ແລະ ໃຫຍ່ກ່ວາ. ປີນີ້, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ກໍມີຈຸດໃໝ່ພິເສດ, ນັ້ນແມ່ນເລື່ອງຈັດພິທີຮັບໃບຢັ້ງຢືນຂອງອົງການ UNESCO ທີ່ເຊີດຊູ ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ແຂວງຟູ້ເຖາະແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ທ່ານຮ່າເກ້ຊານ ຮອງປະທານຄະນະກຳມະການປະຊາຊົນແຂວງຟູ້ເທາະ ຫົວໜ້າຄະນະຈັດຕັ້ງງານບຸນວິຫານຮຸ່ງ ໃຫ້ຮູ້ວ່າ :
Related








