ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ນິງຢາງ, ແຂວງຫາຍເຢືອງ
10/03/2014 12:36
ໂດຍຕັ້ງຢູ່ແຄມແມ່ນ້ຳ ຫຼວກ ຫ່າງຈາກນະຄອນຫາຍເຢືອງໄປທາງທິດຕາເວັນ ອອກສ່ຽງໃຕ້ປະມານ 30 ກິໂລແມດ, ເຂດດິນ ນິງຢາງ ໃນແຂວງຫາຍເຢືອງ ແມ່ນເຂດບ້ານນາ ທີ່ມີປະຫວັດສາດ ວັດທະນະທຳ ມາແຕ່ດົນນານ

ໂດຍຕັ້ງຢູ່ແຄມແມ່ນ້ຳ ຫຼວກ ຫ່າງຈາກນະຄອນຫາຍເຢືອງໄປທາງທິດຕາເວັນ ອອກສ່ຽງໃຕ້ປະມານ 30 ກິໂລແມດ, ເຂດດິນ ນິງຢາງ ໃນແຂວງຫາຍເຢືອງ ແມ່ນເຂດບ້ານນາທີ່ມີປະຫວັດສາດ ວັດທະນະທຳ ມາແຕ່ດົນນານ. ຄວາມອຸດົມ ສົມບູນ ແລະ ມີຫຼາຍຮູບຫຼາຍສີ ແມ່ນບໍ່ພຽງແຕ່ໃນດ້ານວັດທະນະທຳ ຈິດໃຈ ເທົ່ານັ້ນ, ຫາກຍັງນັບທັງບັນດາຜະລິດຕະພັນວັດທະນະທຳດ້ານວັດຖຸທີ່ລືຊື່ ໄດ້ຮັບສືບທອດກັນມາແຕ່ດົນນານ, ນັ້ນແມ່ນອາຊີບເຮັດເຂົ້າໜົມ ແບ້ງກາຍ ຊຶ່ງແມ່ນອາຫານພິເສດຕິດພັນກັບຊື່ຂອງໝູ່ບ້ານແຫ່ງນີ້. ເຂົ້າໜົມ ແບ້ງກາຍ ຊຶ່ງແມ່ນອາຫານພິເສດຂອງນິງຢາງ (ພາບ :baohaiduong) ໂດຍຖືກຕັ້ງຢູ່ແຫ່ງທີ່ມີຄວາມສະດວກທາງດ້ານຄົມມະນາຄົມທາງບົກ ແລະ ທາງນ້ຳ, ນັບແຕ່ປາງກ່ອນ, ນິງຢາງ ແມ່ນເຂດດິນທີ່ອຸດົມຮ່ັງມີ, ມີທິວທັດທຳມະຊາດທີ່ໜ້າຈັບໃຈໃນແຂວງຫາຍເຢືອງ, ທັງເປັນແຫ່ງທີ່ມີຊັບສົມບັດອັນລ້ຳຄ່າດ້ວຍປູຊະນີຍະສະຖານປະຫວັດສາດວັດທະນະທຳນັບ 10 ແຫ່ງ. ຢູ່ ນິງຢາງມີວິຫານ, ວັດວາອາຮາມຫຼາຍແຫ່ງທີ່ມີມາກ່ອນນີ້ນັບຮ້ອຍປີເຊັ່ນ: ວັດຈົງ ຊຶ່ງແມ່ນວັດທີ່ມີບັນດາພະພູດທະຮູບອັນເປັນເອກະລັກສະເພາະ. ວິຫານບູຊາ ຄຸກເທື່ອຢຸ ຕັ້ງຢູ່ແຄມແມ່ນ້ຳຫຼວກ ແມ່ນກິດຈະກຳປູຊະນີຍະສະຖານທີ່ມີຂົວຫີນ, ເດີນສາລາ ແລະ ບັນດາພາບແກະຄວັດສະຫຼັກດ້ວຍຫີນໂງ່ນໃຫຍ່ຕັດຕໍ່ກັນ. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍປະຫວັດສາດ, ວັດທະນະທຳແນໃສ່ເຊີດຊູນັກວິລະຊົນແຫ່ງຊາດທີ່ມີຄຸນງາມຄວາມດີສ້າງພື້ນຖານໃຫ້ແກ່ພື້ນຖານເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມພາຍຫຼັງຖືກພວກສັກດີນາທາງທິດເໜືອເຂົ້າມາຮຸກຮານເປັນເວລາ 1000 ປີ. ທ້າວ ຫງວຽນແທງອານ ນັກທ່ອງທ່ຽວຮ່າໂນ້ຍຊາວຮ່າໂນ້ຍມາຢ້ຽມຊົມວິຫານບູຊາ ຄຸກເທື່ອຢຸ ເປີດເຜີຍວ່າ : “ ຂ້າພະເຈົ້າໄດ້ໄປຫຼາຍແຫ່ງ, ແຕ່ອາດເວົ້າໄດ້ວ່າ ຢູ່ ນິງຢາງມີທິວທັດທຳມະຊາດສວຍງາມທີ່ໜ້າຈັບໃຈ. ຍາກທີ່ຈະຫາໄດ້ຢູ່ແຫ່ງໃດ ພັດມີທິວທັດທຳມະຊາດແລະ ຊີວິດຂອງມະນຸດພັດມີຄວາມກົມກ່ຽວຄືຢູ່ແຫ່ງນີ້. ຂ້າພະເຈົ້າມັກໄປຮ່ວມງານບຸນຢູ່ນີ້ທີ່ສຸດ, ໂດຍສະເພາະແມ່ນເມື່ອໄດ້ຮັບຊົມການແຂ່ງຂັນໝາກກະໂພກດິນ, ຊຶ່ງເປັນການປຸກລຸກມູນເຊື້ອຕ້ານສັດຕູຜູ້ຮຸກຮານຂອງປູຍ່າຕາຍາຍແຕ່ປາງກ່ອນ ແລະ ເບິ່ງຄືວ່ານີ້ແມ່ນການລະຫຼິ້ນພື້ນເມືອງທີ່ມີມາແຕ່ດົນນານກ່ວາໝູ່ຢູ່ຫວຽດນາມ ” ວິຫານແຈງ ຫຼືເອີ້ນວ່າ ວິຫານ ຕວນແຈງ ໃນເມືອງນິງຢາງ ແຂວງຫາຍເຢືອງ ຢູ່ ນິງຢາງມີປູຊະນີຍະສະຖານປະຫວັດສາດວັດທະນະທຳຈິດວິນຍານ, ນັ້ນແມ່ນວິຫານແຈງ ທີ່ຂຶ້ນກັບບ້ານ ແຈງຊວຽນ ຕາແສງ ດົງເຕີມ. ວິຫານແຈງ ກ່ອນນີ້ຖືກປຸກສ້າງຢູ່ແຄມແມ່ນ້ຳແຈງ. ຜ່ານຫຼາຍສະຕະວັດ, ວິຫານແຈງໄດ້ຮັບການປຸກສ້າງຄືນໃໝ່ປະກອບດ້ວຍ 3 ຫຼັງ, ແຕ່ລະຫຼັງລວມມີ 7 ຫ້ອງ, ລວມທັງໝົດແມ່ນ 21 ຫ້ອງ. ການອອກແບບສະຖາປັດຕະຍະກຳແມ່ນເຮັດຕາມແບບສະໄໝລາດຊະວົງ ເລ ແລະ ລາດຊະວົງ ຫງວຽນ. ໃນວິຫານແຈງ ກໍຍັງເກັບຮັກສາວັດຖຸບູຮານຈຳນວນໜຶ່ງທີ່ມີຄຸນຄ່າທາງດ້ານສິລະປະຄື ຮູບຫຼໍ່ທອງ ເຈົ້າເສນາ ຕວນແຈງ(ໝາຍເຖິງຜູ້ຄຸ້ມຄອງແມ່ນ້ຳແຈງ) ທີ່ມີນ້ຳໜັກ 200 ກິໂລ, ຮູບແກະຄວັດສະຫຼັກຫີນ ເຈົ້າອາມາດໃນລາດຊະວັງ 4 ອົງ. ທ່ານ ຫງວຽນແທ່ງຫວ້ານ ພະນັກງານຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງ ນິງຢາງ ໃຫ້ຮູ້ວ່າ : “ ຕາມການເຫຼືອມໃສຂອງທ້ອງຖິ່ນ, ວິຫານ ຕວນແຈງ ແມ່ນບູຊາເຈົ້າແມ່ນ້ຳ, ເພາະວ່າ ກ່ອນນີ້, ຢູ່ແມ່ນ້ຳຕອນໄຫຼຜ່ານ ນິງຢາງ, ກະແສນ້ຳໄຫຼເຄີຍສ້າງເປັນຈຸດນ້ຳວົນ, ເຮືອກຳປັ່ນແລ່ນໄປມາເຄີຍຖືກປີ້ນຂວ້ຳ, ດັ່ງນັ້ນ ເຂົາເຈົ້າຖືວ່າ ເຈົ້າແມ່ນ້ຳອຸກໃຈ. ດັ່ງນັ້ນເມື່ອວິຫານໄດ້ຮັບການປຸກສ້າງຂຶ້ນນັ້ນ, ທຸກໆຄົນຕ່າງກໍນຳເຄື່ອງຂອງມາຖະຫວາຍບູຊາວິງວອນ ແລະ ຄວາມໂຊກດີໄດ້ມາສູ່ເຂົາເຈົ້າ. ດັ່ງນັ້ນວິຫານແຫ່ງນີ້ໄດ້ຮັບຖືວ່າມີຄວາມສັກສິດທີ່ສຸດ . ການບູຊາເຈົ້າເສນາ ຕວນແຈງ ແມ່ນໄດ້ສະແດງໃຫ້ເຫັນການເຫຼື້ອມໃສບູຊາເຈົ້ານ້ຳ ຍັງຄົງຝັງເລິກໃນແນວຄິດຈິດໃຈຂອງຊາວທ້ອງຖິ່ນ” ປີໜຶ່ງ, ຢູ່ ວິຫານ ຕວນແຈງ ຈັດງານບຸນ 2 ຄັ້ງ, ຄັ້ງທີ 1 ແມ່ນຖືກດຳເນີນແຕ່ ວັນທີ 10 ຫາວັນທີ 20 ເດືອນ 2 ໄລ່ຕາມຈັນທະປະຕິທິນ. ສ່ວນຄັ້ງທີ 2 ແມ່ນຖືກດຳເນີນແຕ່ ວັນທີ 10 ຫາວັນທີ 20 ເດືອນ 8 ໄລ່ຕາມຈັນທະປະຕິທິນ. ງານບຸນວິຫານ ຕວນແຈງ ໂດຍແມ່ນອຳນາດການປົກຄອງເປັນຜູ້ຈັດຕັ້ງ ຊຶ່ງລວມມີບັນດາພິທີກຳອັນສົມກຽດ ດ້ວຍບັນດາກອງທຳພິທີບູຊາ ນຸງຊຸດອາພອນທີ່ສວຍງາມ. ປະມານ 10 ປີມານີ້, ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງແຂວງໄດ້ເຂົ້າຮ່ວມງານບຸນນັບມື້ນັບຫຼາຍຂຶ້ນ, ອັນໄດ້ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນຕະຫຼອດເວລາຈັດງານບຸນ. ການຟື້ນຟູງານບຸນປະເພນີຢູ່ ນິງຢາງ ໄດ້ຕອບສະໜອງຄວາມມຸງມາດປາດຖະໜາຂອງຊາວທ້ອງຖິ່ນ. ການປະຕິສັງຂອນຍົກລະດັບບັນດາປູຊະນີຍະ ສະຖານ ກໍໄດ້ເປັນການປະກອບສ່ວນນຳ ນິງຢາງກາຍເປັນສະຖານທີ່ທ່ອງທ່ຽວວັດທະນະທຳຈິດວິນຍານ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເຂດບ້ານນາທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳນີ້ນັບມື້ນັບຫຼາຍຂຶ້ນ.
TAG
vov/vovworld/ວິຫານຕວນແຈງ/ວັດທະນະທຳ
Related








