VOV WorldVOV World
ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື
19/06/2023 10:00
(VOVWORLD) -ວັນທີ 5 ທັນວາ 2013, ສິລະປະຂັບເດີນກາຕາຍຕື ພາກໃຕ້ໄດ້ຮັບການຮັບຮອງຈາກອົງການ ວິທະຍາສາດ ສຶກສາ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງເປັນຕົວແທນຂອງ ມວນມະນຸດ. ເຖິງວ່າບໍ່ແມ່ນອູ່ໃຫ້ກຳເນີດສິລະປະຂັບເດີນກາຕາຍຕື ຄືແຂວງບາກລຽວກໍຕາມ, ແຕ່ແຂວງດົ່ງທາບແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ປະຕິບັດເປັນຢ່າງດີສຳລັບວຽກງານການອະນຸລັກຮັກສາ ແລະ ເຊີດຊູຄຸນຄ່າທີ່ເປັນເອກະລັກສະເພາະຂອງປະເພດສິລະປະນີ້, ນຳສິລະປະປະເພດນີ້ກາຍເປັນຜະລິດຕະພັນ ວັດທະນະທໍາ ທ່ອງທ່ຽວທີ່ເປັນເອກະລັກຂອງ ທ້ອງຖິ່ນ
ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື
ນະຄອນກາວແລ້ງເຂົ້າຮ່ວມງານມະໂຫລານຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບ      ປະຈຸບັນ, ນະຄອນ ກາວແລ້ງ, ແຂວງ ດົ່ງທາບ ມີສະໂມສອນຂັບເດີນກາຕາຍຕື 37 ສະໂມສອນ ດ້ວຍຈຳນວນສະມາຊິກ 426 ຄົນ. ທຸກໆຕອນຄ່ຳ ວັນເສົາ, ຢູ່ສວນສາທາລະນະ ຮາຍບ່າຈຶງ, ບັນດາສະມາຊິກຂອງສະໂມສອນຂັບເດີນກາຕາຍຕື ໄດ້ຈັດຕັ້ງບັນດາການເຄື່ອນໄຫວ, ຝຶກແອບ ແລະ ສະແດງສິລະປະຂັບເດີນກາຕາຍຕື . ຢູ່ທີ່ນີ້, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມການສະແດງບັນດາບົດເພງຂັບເດີນກາຕາຍຕື. ນາງມາຍແທງລວານ, ນັກສິລະປິນສະໝັກຫຼິ້ນຢູ່ຕາແສງ 6, ນະຄອນ ກາວແລ້ງ, ແບ່ງປັນວ່າ:       “ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ ເມົາມົວປະເພດສິລະປະນີ້ ແລະ ນິຍົມຊົມຊອບທີ່ສຸດ. ໃນເບື້ອງຕົ້ນ, ຂ້າພະເຈົ້າຝຶກຂັບຮ້ອງ, ແຕ່ຄາວນັ້ນ ບໍ່ມີເຄື່ອງດົນຕີຄົບ, ສະນັ້ນ ຈັງຫວະ ທຳນອງເພງບໍ່ໄດ້ມາດຕະຖານ.ໄລຍະຕໍ່ມາ, ສິລະປະປະເພດນີ້ເລີ່ມໄດ້ຮັບຄວາມນິຍົມ, ຂ້າພະເຈົ້າໄດ້ ກັບມາຝຶກແອບຂັບຮ້ອງບັນດາບົດເພງທີ່ຕົນເອງ ມັກ ເພື່ອໃນການໄປສະແດງ, ຮ່ວມງານບຸນ, ພົບປະແລກປ່ຽນກັບອ້າຍນ້ອງຢູ່ໃກ້ ແລະ ໄກທຸກໆຄັ້ງ ກໍມີໂອກາດໄດ້ຮຽນຮູ້ຕື່ມອີກ”.       ນະຄອນກາວແລ້ງ ແມ່ນບ່ອນໃຫ້ກຳເນີດນັກສິລະປິນ ຂັບເດີນກາຕາຍຕືທີ່ດີເດັ່ນຫຼາຍຄົນ. . ປະທານສະໂມສອນ ຂັບເດີນກາຕາຍຕື ນະຄອນ ກາວແລ້ງ ແມ່ນນັກສິລະປິນດີເດັ່ ທູບາ ມີອາຍຸ 63 ປີ ແລະ ມີປະສົບການໃນການປະກອບອາຊີບເປັນນັກຮ້ອງເປັນເວລາ 45 ປີ.ໃຫ້ຮູ້ວ່າ :       “ 2 ປີມານີ້, ສິລະປະຂັບເດີນກາຕາຍຕືແຂວງດົ່ງທາບໄດ້ພັດທະນາຢ່າງແຂງແຮງ. ຂ້າພະເຈົ້າເອງກໍ່ໄດ້ລະດົມບັນດາອ້າຍນ້ອງຢູ່ສະໂມສອນຂັບເດີນກາຕາຍຕື ແລະ ຄະນະຮັບຜິດຊອບ ໂມສອນ ຂັບເດີນກາຕາຍຕືແຂວງ ດົ່ງທາບ. ພວກຂ້າພະເຈົ້າໄດ້ທະວີຄູນຮູບແບບຂອງສະໂມສອນຂັບເດີນກາຕາຍຕື, ແລ້ວກໍໂຄສະນາ ຊ່ວຍເຫຼືອກັນເພື່ອພ້ອມກັນກ້າວຂຶ້ນ”.     ສະໂມສອນຂັບເດີນກາຕາຍຕືຍິ່ງມີຫຼາຍເທົ່າໃດ, ກໍຍິ່ງຊ່ວຍນັກສິລະປິນສະໝັກຫຼິ້ນ ມີໂອກາດ ເສີມຂະຫຍາຍຄວາມສາມາດຂອງຕົນ. ອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສະໂມສອນຂັບເດີນກາຕາຍຕື ໄດ້ພົບປະແລກປ່ຽນ,ສະແດງສິລະປະ , ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບເດີນກາຕາຍຕື. ທ່ານນາງ ໂງທິແທງຊວນ, ຮອງປະທານຄະນະກຳມະການປະຊາຊົນຕາແສງ 6, ນະຄອນ ກາວແລ້ງ ໃຫ້ຮູ້ວ່າ:    “ ຕາແສງ 6 ມີ 1 ສະໂມສອນຂັບເດີນກາຕາຍຕື. ສະໂມສອນນີ້ໄດ້ຈັດການພົບປະແລກປ່ຽນ ປະຈໍາອາທິດກັບສະໂມສອນອື່ນໆ. ໃນໄລຍະຈະມາເຖິງ, ທາງຕາແສງຈະສ້າງເງື່ອນໄຂດີກ່ວາອີກ ເພື່ອໃຫ້ສະໂມສອນໄປພົບປະແລກປ່ຽນ, ເຂົ້າຮ່ວມບັນດາງານສະແດງ, ງານແຂ່ງຂັນໂດຍນະຄອນກໍ່ຄືຫົວໜ່ວຍຕ່າງໆຈັດຕັ້ງຂຶ້ນ”.       ຂະແໜງວັດທະນະທຳແຂວງ ດົ່ງທາບ ຍູ້ແຮງການໂຄສະນາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າສິລະປະຂັບເດີນກາຕາຍຕື.ແຂວງ ດົ່ງທາບ.ຍັງເປີດຊຸດອົບຮົມຕື່ມອີກ, ຈັດຕັ້ງງານປະກວດຂັບເດີນກາຕາຍຕື, ໂດຍສະເພາະແມ່ນນຳເອົາສິລະປະຂັບເດີນກາຕາຍຕືມາສະແດງຢູ່ບັນດາງານບຸນ, ເຫດການວັດທະນະທຳຂອງແຂວງ. ທ່ານ ໂງຮ່ວາງຫວຽດ, ຮອງຜູ້ອຳນວຍການສູນວັດທະນະທຳ, ກິລາ ແລະ ໂທລະໂຄງ ນະຄອນ ກາວແລ້ງ ໃຫ້ຮູ້ວ່າ:       “ໃນໄລຍະຈະມາເຖິງ, ທາງສູນຈະເປັນເສນາທິການໃຫ້ການນຳນະຄອນ ກາວແລ້ງ ນຳເອົາ ບັນດາເນື້ອໃນຂອງງານພົບປະແລກປ່ຽນສະແດງ ຂັບເດີນກາຕາຍຕື ເຂົ້າໃນໂຄງການປະຕິບັດງານ ຂອງປີ, ເພື່ອແນໃສ່ສ້າງສະຖານທີ່ເຄື່ອນໄຫວໃຫ້ ນັກສິລະປິນ ມີໂອກາດພົບປະແລກປ່ຽນ. ແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ຂະບວນການເຄື່ອນໄຫວຂັບເດີນກາຕາຍຕືຂອງບັນດາຫົວໜ່ວຍ”.      ສິລະປະຂັບເດີນກາຕາຍຕື ແຕ່ດົນນານມາແລ້ວ ໄດ້ກາຍເປັນ ປະເພດສິລະປະພື້ນເມືອງທີ່ຕິດພັນກັບຊີວິດທາງດ້ານຈິດໃຈຂອງຊາວແຂວງ ດົ່ງທາບ. ທາງແຂວງ ສູ້ຊົນໃນໄລຍະ 2024 – 2025 ໃຫ້ມີ 50% – 70% ຈຳນວນຕາແສງ, ເທດສະບານໃນແຂວງ ສ້າງຕັ້ງສະໂມສອນ ຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບຂັ້ນຕາແສງ. ຮັກສາການຈັດຕັ້ງງານປະກວດສິລະປະຂັບເດີນກາຕາຍຕື, ຂັບລຳທຳເພງພື້ນເມືອງ ແລະຂັບຫໍ່ດົງທາບ ຂັ້ນແຂວງປີລະ 1 ຄັ້ງ; ເກັບກຳ, ພິມ, ຈຳໜ່າຍປຶ້ມແນະນຳ “ສິລະປະຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບ” ຈໍານວນ 1.000 ຫົວ.
TAG
VOV/VOVworld/ຂັບເດີນກາຕາຍຕື/ຂັບຫໍ່ດົງທາບ