VOV WorldVOV World
ເຂດວັດທະນະທຳທີ່ມີຫົວຄິດປະດິດສ້າງນຳບັນດາການເຄື່ອນໄຫວ ວັດທະນະທຳສິລະປະ ທີ່ມີຫຼາຍຮູບຫຼາຍສີມາສູ່ມວນຊົນ
06/08/2018 12:15
(VOVWORLD) -ເຂດວັດທະນະທຳ ຫົວຄິດປະດິດສ້າງ ຫວຽດນາມແມ່ນໂຄງການ ໂດຍສະພາອັງກິດ ແລະ ສະຖາບັນວັດທະນະທຳ ສິລະປະຫວຽດນາມປະຕິບັດ ເພື່ອແນໃສ່ ສ້າງການເຄື່ອນໄຫວສິລະປະ ໃຫ້ແກ່ບັນດາຜູ້ທີ່ມີຄວາມເມົາມົວ ປະດິດຄິດສ້າງມີເຂດສະແດງ ບັນດາຜະລິດຕະພັນຂອງຕົນ. ໃນໄລຍະທີ່ຜ່ານມາ ໂຄງການເຂດວັດທະນະທຳ ຫົວຄິດປະດິດສ້າງ ຫວຽດນາມ ໄດ້ຮັບການຜັນຂະຫຍາຍ ຢູ່ບັນດາເຂດຕົວເມືອງໃຫ່ຍ ອັນໄດ້ດຶງດູດບັນດາໝາກຜົນທີ່ເປັນໜ້າຊື່ນຊົມ.
ເຂດວັດທະນະທຳທີ່ມີຫົວຄິດປະດິດສ້າງນຳບັນດາການເຄື່ອນໄຫວ ວັດທະນະທຳສິລະປະ ທີ່ມີຫຼາຍຮູບຫຼາຍສີມາສູ່ມວນຊົນ
 ເຂດ Manzi ຢູ່ເຮືອນເລກທີ 14 ຖະໜົນ ຟານຮຸຍອິກ ກໍ່ແມ່ນຮ້ານກາເຟຮ້ານໜຶ່ງທີ່ໜ້າປະທັບໃຈ ປັດຈຸບັນ ຢູ່ຮ່າໂນ້ຍມີເຂດວັດທະນະທຳ ທີ່ມີຫົວຄິດປະດິດສ້າງເກືອບ 100 ແຫ່ງ ເຊິ່ງໄດ້ສຸມໃສ່ທາງດ້ານສິລະປະ ຍຸກປັດຈຸບັນ ແລະ ບັນດາການບໍລິການຍຸກທັນສະໄໝຄື ບໍລິເວນເຮັດວຽກລວມ, ສູນເຕັກໂນໂລຊີ, ເຕັກໂນໂລຊີຂໍ້ມູນຂ່າວສານ. ຮູບການຂອງບັນດາເຂດວັດທະນະທຳ ຫົວຄິດປະດິດສ້າງ ແມ່ນມີຫຼາຍຮູບຫຼາຍສີ. ນັ້ນອາດຈະແມ່ນ ຮ້ານກາເຟ, ຫ້ອງວາງສະແດງຮູບຖ່າຍ, ຮູບແຕ້ມ, ເວທີສະແດງດົນຕີ, ຫໍສະໝຸດ, ເວັບໄຊ, ໂຮງຮຽນ,…ຢູ່ເຂດເຫຼົ່ານີ້, ກໍ່ມີບັນດາການເຄື່ອນໄຫວອຸດົມສົມບູນ ຫຼາຍຮູບຫຼາຍສີເຊັ່ນ: ຜະລິດ ແລະ ຂາຍບັນດາຜະລິດຕະພັນ ທີ່ມີຫົວຄິດປະດິດສ້າງ, ຈັດຕັ້ງເຫດການໂຄສະນາ, ດຳເນີນການພົບປະ ແລກປ່ຽນຄວາມຮູ້ ແລະ ທັກສະຜ່ານການໂອລົມສົນທະນາ, ກອງປະຊຸມສຳມະນາ… AgoHub ຢູ່ເຮື່ອນເລກທີ 12 ຖະໜົນ ຮວ່າໝາ ຮ່າໂນ້ຍ ແມ່ນຮູບແບບທີ່ມີຫົວຄິດປະດິດສ້າງ ດ້ວຍບັນດາການເຄື່ອນໄຫວຄື: ງານວາງສະແດງ, ຮ້ານຂາຍອຸປະກອບຮັບໃຊ້ຫ້ອງການ, ຫໍສະໝຸດ, ອາຫານການກິນ. ຢູ່ທີ່ນີ້ໃນແຕ່ລະເດືອນ ກໍ່ລ້ວນແຕ່ຈັດບັນດາເຫດການເຊັ່ນ: ງານວາງສະແດງຫົວເລື່ອງ ສະຖາປັດຕະຍະກຳ, ຈິດຕະກຳ, ບັນດາຊຸດຮຽນວິຊາແຕ້ມ, ເຮັດເຂົ້າໝົມທີ່ສະຫງວນໃຫ້ເດັກ. ນາງ ຫງວຽນແທັງຫາຍ ຜູ້ຕາງໜ້າຂອງ AgoHub ແບ່ງປັນວ່າ:        “ຈຸດໝາຍຂອງ AgoHub ແມ່ນເພື່ອກາຍເປັນສະຖານທີ່ ທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ປະຊາຄົມສະຖາປັດຕະຍະກຳ, ກໍ່ສ້າງ, ພິເສດແມ່ນໄວໜຸ່ມ ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມຕ້ອງການ ຊອກຫາບັນດາຄວາມຮູ້, ແລກປ່ຽນຂໍ້ມູນຂ່າວສານ. ບັນດາສະມາຊິກຂອງ AgoHub ໄດ້ຊົມໃຊ້ແຫຼ່ງຂໍ້ມູນຢ່າງມະຫາສານ, ໄດ້ຊອກຮູ້ບັນດາແຫຼ່ງວັດຖຸດິບ, ວັດສະດຸຕ່າງໆທີ່ກ່ຽວຂ້ອງເຖິງຂະແໜງ ສະຖາປັດຕະຍະກຳ, ການກໍ່ສ້າງ, ພິເສດແມ່ນວັດສະດຸໃໝ່”.       ສູນຊ່ວຍໜູນພັດທະນາ ຜູ້ທີ່ມີຄວາມເກັ່ງກ້າສາມາດ ທາງດ້ານຮູບເງົາ (TPD) ຢູ່ເຮືອນເລກທີ 51 ຖະໜົນ ເຈິ່ນຮຶງດ້າວ ກໍ່ລົງເລິກສະເພາະຂົງເຂດຟີມຮູບເງົາ. ບັນດາຊຸດຮຽນຜະລິດຮູບເງົາຢູ່ TPD ແມ່ນດຳເນີນໃນແຕ່ລະຂົງເຂດເຊັ່ນ: ຝຶກແອບການຜັນສຽງ, ຝຶກແອບວິທີສະແດງ, ວິທີຜະລິດຟີມຮູບເງົາ… ສ່ວນເຂດ Kinergie Studio  ຢູ່ຖະໜົນ ຫງວຽງຄ໋ຽນ, ຮ່າໂນ້ຍ ກໍ່ປຽບເໝືອນໂຮງຮຽນ ແລະ ເຂດເຄື່ອນໄຫວສິລະປະຟ້ອນ. ຢູ່ທີ່ນີ້ກໍ່ເປີດຊຸດຮຽນຟ້ອນບາເລ, ຟ້ອນທັນສະໄໝ. ນາງ ບຸ່ຍທິທູຮ່ຽນ ຜູ້ຄຸ້ມຄອງເຂດ Kinergie Studio ໃຫ້ຮູ້ວ່າ:
TAG
VOV/VOVworld/ເຂດ​ວັດ​ທະ​ນະ​ທຳ