ເວທີ່ສະແດງລອງແທ່ງ : ການປະສານສົມທົບລະຫວ່າງ ຂັບແຈວກັບລະຄອນຕຸກກະຕານ້ຳ
02/03/2015 12:08
ຫວ່າງແລ້ວນີ້, ໂຮງລະຄອນແຈວຮ່າໂນ້ຍ ຫາກໍມີຮູບແບບການສະແດງທີ່ໃໝ່ອຽມເປັນໜ້າຈັບໃຈທີ່ສຸດ, ນັ້ນແມ່ນການປະສານສົມທົບລະຫວ່າງຂັບແຈວກັບສິລະປະສະແດງລະຄອນຕຸກກະຕານ້ຳ

ຫວ່າງແລ້ວນີ້, ໂຮງລະຄອນແຈວຮ່າໂນ້ຍ ຫາກໍມີຮູບແບບການສະແດງທີ່ໃໝ່ອຽມເປັນໜ້າຈັບໃຈທີ່ສຸດ, ນັ້ນແມ່ນການປະສານສົມທົບລະຫວ່າງຂັບແຈວກັບສິລະປະສະແດງລະຄອນຕຸກກະຕານ້ຳບົນເວທີ່ສະແດງດຽວ ດ້ວຍຊື່ທີ່ເອີ້ນວ່າ : ເວທີ່ສະແດງລອງແທ່ງ. ນີ້ແມ່ນລາຍສະແດງສິລະປະ ນອນໃນໂຄງການອະນຸລັກຮັກສາ ແລະ ພັດທະນາສິລະປະພື້ນເມືອງຂອງ ໂຮງລະຄອນແຈວຮ່າໂນ້ຍ. ລາຍການສະແດງສິລະປະໂດຍມີການປະສານສົມທົບລະຫວ່າງຂັບແຈວກັບສິລະປະສະແດງລະຄອນຕຸກກະຕານ້ຳ ໃນເວລາ 20 ນາທີຂອງແຕ່ລະຄ່ຳຄືນ, ໂຮງລະຄອນແຈວຮ່າໂນ້ຍພັດຟົດຟື້ນມ່ວນຊື່ນໄປດ້ວຍສຽງພິນ, ສຽງກອງ, ສຽງຂັບຮ້ອງ. ໃນໂຮງລະຄອນບໍ່ໃຫຍ່ປານໃດ, ບັນດາຜູ້ຊົມພວມຕັ້ງໃຈຕິດຕາມຊົມຄັດສະເໜີບົດລະຄອນທີ່ມີຊື່ສຽງ “ ທິເມົ່າເລັນຈົວ ” ໝາຍເຖິງນາງທິເມົ່າໄປວັດ. ດ້ວຍສຽງຂັບຮ້ອງທີ່ອ່ອນຊ້ອຍ, ບາດສູງບາດຕ່ຳ, ທ່າທີການສະແດງແບບກ້ອງແກ້ງໃນຊຸດອາຜ່ອນທີ່ປະເນື້ອປະຕົວ. ເມື່ອແສງໄຟບົນເວທີ່ສະແດງມອດໄປນັ້ນ, ຢູ່ທາງລຸ່ມ ກໍປະກົດເຫັນແຈ້ງມີສະນ້ຳອັນນ້ອຍໆດ້ວຍນ້ຳຂຽວເຢັນຍ້ອນແສງໄຟໃໝ່ເລີ່ມສ່ອງເຂົ້າ. ສຽງທັກທາຍສະບາຍດີຂອງທ້າວເຕ້ວຊຶ່ງແມ່ນຕົວລະຄອນຕຸກກະຕານ້ຳໄດ້ດັ່ງຂຶ້ນໃນທ່າມກາງສຽງຕົບມື, ໂຮ່ຮ້ອງຂອງຜູ້ຊົມທັງຫຼາຍ. ໃນປະເພດສິລະປະສະແດງລະຄອນຕຸກກະຕານ້ຳໂດຍທົ່ວໄປແລ້ວ, ຜູ້ຊົມໄດ້ລຶ້ງເຄີຍກັບເລື່ອງບັນດານັກສິລະປະການບັນຊາ ຕົວລະຄອນຕຸກກະຕານ້ຳໃຕ້ສະ, ໜອງ. ສ່ວນວົງດົນຕີ ແລະ ນັກສິລະປີນຂັບແຈວ ພັດນັ່ງຢູ່ເທິ່ງເພື່ອປະສານສຽງ ແລະ ຂັບຮ້ອງຕາມການກະທຳຂອງຕົວລະຄອນ. ສ່ວຍສຳລັບລາຍການສະແດງບົນ ເວທີ່ສະແດງລອງແທ່ງນັ້ນ, ສິລະປະຂັບແຈວຖືກສະແດງພ້ອມກັບສິລະປະສະແດງລະຄອນຕຸກກະຕານ້ຳ. ມີເວທີ່ສະແດງເຮັດດ້ວຍໄມ້ຢູ່ເທິ່ງ, ສ່ວນທາງລຸ່ມແມ່ນສະນ້ຳ. ບັນດາ ນັກສິລະປີນຂັບແຈວ ທັງແມ່ນຜູ້ຂັບຮ້ອງ, ເວົ້າ ແລະ ບັນຊາ ຕົວລະຄອນຕຸກກະຕານ້ຳເພື່ອສະແດງການກະທຳຂອງຕົວລະຄອນ. ທັງໝົດເຫຼ່ົານີ້ ໄດ້ເຮັດໃຫ້ຜູ້ຊົມເຫັນໄດ້ເຖິງສິ່ງທີ່ເປັນຈິງໃນຊີວິດປະຈຳວັນ ແຕ່ມີມີຄວາມປະທັບໃຈທີ່ສຸດ. ນັກສິລະປີນດີເດັ່ນ ງອກແອ້ງ, ຫົວໜ້າຄະນະສິລະປະກອນ 3 , ໂຮງລະຄອນແຈວຮ່າໂນ້ຍ ໃຫ້ຮູ້ວ່າ : “ ການບັນຊາຕົວລະຄອນຕຸກກະຕານ້ຳ ຈຳເປັນຕ້ອງມີຄວາມຄ່ອງແຄ້ວ, ລະອຽດລະອໍ. ນອກຈາກນັ້ນ, ນັກສິລະປີນຂັບແຈວ ທີ່ສາມາດບັນຊາຕົວລະຄອນຕຸກກະຕານ້ຳອີກນັ້ນ ກໍຍິ່ງເປັນການດີ, ເພາະວ່າຜູ້ບັນຊາຕົວລະຄອນຕຸກກະຕານ້ຳທຸກຄົນ ຕ່າງກໍສາມາດຂັບແຈວເປັນ, ດັ່ງນັ້ນກໍເຮັດໃຫ້ຕົວລະຄອນມີວິນຍານ, ຜູ້ຊົມມີຄວາມຮູ້ສຶກຄືເລື່ອງຈິງ. ” ການສະແດງທ່າທີທຸກຢ່າງເຊັ່ນ: ມ່ວນຊື່ນ, ໂສກເສົ້າ….ຂອງບັນດາຕົວລະຄອນ ຖືກບັນດານັກສິລະປີນສະແດງອອກຜ່ານສຽງຂັບຮ້ອງ, ສຽງເວົ້າ, ສຽງຫົວ, ແລະ ທັງສະແດງອອກຜ່ານສີມືການບັນຊາຕົວລະຄອນຕຸກກະຕານ້ຳ. ຜ່ານການສະແດງໃນເວລາເກືອບ 1 ຊົ່ວໂມງ, ບັນດາຜູ້ຊົມໄດ້ຮັບຊົມລາຍການສະແດງໂດຍມີການປະສານສົມທົບຢ່າງເປັນເອກະລັກລະຫວ່າງບັນດາປະເພດສິລະປະພື້ນເມືອງຄື: ຂັບແຈວ, ຂັບເຈົາວັນ, ຂັບສຳ, ການເສບເຄື່ອງດົນຕີພື້ນເມືອງ. ນາງໂຮ່ມິນຮ່ຽນ ຜູ້ຊົມຊາວຮ່າໂນ້ຍ ໃຫ້ຮູ້ວ່າ : (ເທບ) “ ລາຍການນີ້ມ່ວນຫຼາຍ ແລະ ເປັນໜ້າຈັບໃຈທີ່ສຸດ. ປະເພດສິລະປະພື້ນເມືອງນີ້, ຂ້າພະເຈົ້າບໍ່ເຄີຍໄດ້ຮັບຊົມໃນຊີວິດປະຈຳວັນ. ລາຍການນີ້ ມີຄຸນຄ່າສູງ. ຜ່ານລາຍການຖືກສະແດງໃນເວລາເກືອບ 1 ຊົ່ວໂມງ, ຂ້າພະເຈົ້ົ້າໄດ້ຮັບຊົມບາງລາຍການສະແດງຄັດສະເໜີບົດລະຄອນທີ່ມີຊື່ສຽງ. ບັນດານັກສິລະປີນສະແດງມ່ວນຫຼາຍ ” ເພື່ອຊ່ວຍແຂກທ່ອງທ່ຽວຕ່າງປະເທດສາມາດເຂົ້າໃຈເນື້ອໃນບົດລະຄອນນັ້ນ, ໂຮງລະຄອນແຈວຮ່າໂນ້ຍ ຍັງຕິດຕັ້ງໂທລະທັດ 2 ໜ່ວຍເພື່ອແນະນຳຄັດສະເໜີບົດລະຄອນດ້ວຍພາສາອັງກິດ. ທ່ານ Zeev ນັກທ່ອງທ່ຽວຊາວ ອິດສະຣາແອນ ເປີດເຜີຍວ່າ : “ ໃນລາຍການນີ້, ທຸກໆຄົນຕ່າງກໍມີໂອກາດໄດ້ຟັງບັນດາທຳນອງເພງພື້ນເມືອງຂອງຫວຽດນາມ. ບັນດາທຳນອງເພງ, ສຽງເຄື່ອງດົນຕີພື້ນເມືອງ, ເລື່ອງນິທານ, ວາດຟ້ອນຕ່າງໆ…ທຸກສິ່ງທຸກຢ່າງກໍເປັນໜ້າຈັບໃຈຫຼາຍ. ພວກຂ້າພະເຈົ້າຍັງໄດ້ມາເບິ່ງການກະກຽມຂອງບັນດາ ນັກສິລະປີນກ່ອນທີ່ຂຶ້ນເວທີ່ສະແດງ. ນີ້ກໍແມ່ນສ່ວນໜຶ່ງທີ່ຈັບໃຈ ” ບໍ່ພຽງແຕ່ແນະນຳໃຫ້ແຂກທ່ອງທ່ຽວຮູ້ຈັກກ່ຽວກັບ ສິລະປະສະຂັບແຈວເທົ່ານັ້ນ, ຫາກຍັງຊ່ວຍຜູ້ຊົມໄດ້ຢ່ອນອາລົມເມື່ອມີໂອກາດໄປຊົມລາຍການ. ໂຮງລະຄອນແຈວຮ່າໂນ້ຍ ກໍແມ່ນສະຖານທີ່ຮູ້ຈັກກັນດີຂອງບັນດາຜູ້ນິຍົມປະເພດສິລະປະພື້ນເມືອງຂອງຫວຽດນາມ ເມື່ອມີໂອກາດມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ.
TAG
vov/vovworld/ລະຄອນຕຸກກະຕາ/ຂັບແຈວ
Related
More








