VOV WorldVOV World
ຫໍພິພິທະພັນຫວຽດນາມປ່ຽນແປງໃໝ່ວິທີຮັບໃຊ້ມວນຊົນ
02/07/2018 05:45
(VOVWORLD) -ໃນວັນນີ້, ຄວາມສຳນຶກກ່ຽວກັບຫໍພິພິທະພັນແມ່ນບໍ່ພຽງແຕ່ຈຳກັດຢູ່ໃນວຽກງານວາງສະແດງວັດຖຸພັນຂອງອະດີດຕະການເທົ່ານັ້ນ, ຫາກຍັງແມ່ນການເຊື່ອມຕໍ່ລະຫວ່ງອະດີດ ແລະ ປັດຈຸບັນ, ການກະທົບຕໍ່ກັນລະຫວ່າງວັດຖຸພັນ ແລະ ແຂກມາຢ້ຽມຊົມອີກດ້ວຍ. ຍ້ອນເຫດນີ້ເອງ, ຫໍພິພິທະພັນຫຼາຍແຫ່ງຢູ່ຫວຽດນາມບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງມວນຊົນເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມໃນການແຂ່ງຂັນດ້ວຍບັນດາຮູບການບັນເທີງ ໃນສັງຄົມ ເພື່ອດຶງດູດມວນຊົນດ້ວຍການເຄື່ອນໄຫວທີ່ແຕກຕ່າງກັນອີກດ້ວຍ
ຫໍພິພິທະພັນຫວຽດນາມປ່ຽນແປງໃໝ່ວິທີຮັບໃຊ້ມວນຊົນ
 ບັນດາວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນ ດັກລັກ ນັກສິລະປະການ ອີມິບ ອາຢຸນ ຊາວເຜົ່າເອເດຢູ່ບ້ານບ້ານ ໂກຊຽກ ນະຄອນ ບວນມາທວດ, ແຂວງດັກລັກ, ແມ່ນຜູ້ຜະລິດ ແລະ ສະແດງເສບເຄື່ອງດົນຕີຕ່າງໆໃນບໍລິເວນຫໍພິພິທະພັນດັກລັກ ແລະ ບາງຄັ້ງຄາວ, ມີແຂກທ່ອງທ່ຽວຢາກມາຊອກຮູ້ ດ້ວຍການທົດລອງຕົວຈິງນັ້ນ, ລາວກໍ່ມີຄວາມກະຕືລືລົ້ນຊີ້ບອກກ່ຽວກັບວິທີຜະລິດ ແລະ ວິທີເປົ່າຂຸ່ຍ. ນາງ ເຮີດຸຍ ເອບານ, ຊາວເຜົ່າເອເດ ຊຶ່ງແມ່ນນັກສິລະປະການຕ່ຳແຜ່ນແພພື້ນເມືອງ, ທັງແມ່ນພະນັກງານນຳທ່ຽວຊົມໃນຫໍພິພິທະພັນດັກລັກ, ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ແນະນຳໃຫ້ແຂກທ່ອງທ່ຽວຮູ້ ກ່ຽວກັບຄຸນຄ່າບັນດາວັດທະນະທຳຂອງເຜົ່າຕົນ. ນາງໃຫ້ຮູ້ວ່າ:      “ດ້ວຍອາຊີບຕ່ຳແຜ່ນແພພື້ນເມືອງນີ້, ມັນຈະແມ່ນໂອກາດເພື່ອໂຄສະນາກ່ຽວກັບປະເພນີຂອງເຜົ່າຕົນ, ອີກອັນໜຶ່ງແມ່ນເຮົາຈະມີໂອກາດເພື່ອອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າ. ຜ່ານນັ້ນເພື່ອໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຊົມຫໍພິພິທະພັນດັກລັກ ມີໂອກາດຊອກຮູ້ຕົວຈິງ, ທັງສາມາດຮຽນວິທີຕ່ຳແຜ່ນ, ເຮັດແນວໃດເພື່ອຕ່ຳບັນດາລວດລາຍ, ແຜ່ນແພທີ່ສວຍງາມ”. ໂດຍຜ່ານບັນດາໂອກາດໄດ້ສະແດງເຊັ່ນນັ້ນ, ບັນດານັກສິລະປະການໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງວັດທະນະທຳພື້ນເມືອງ ແລະ ທັນສະໄໝ, ລະຫວ່າງວົງຄະນາຍາດວັດທະນະທຳຂອງຕົນກັບມວນຊົນ, ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ, ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກແຂກທ່ອງທ່ຽວ. ໃນຂະນະນັ້ນ, ກວ່າໜື່ງປີມານີ້, ຫໍພິພິທະພັນ ຫາຍຟ່ອງ, ໄດ້ຈັດລາຍການ “ນ້ອງແມ່ນຜູ້ນຳທ່ຽວ ແລະ ພາກລາຍການຢູ່ຫໍພິພິທະພັນ” ດ້ວຍເປົ້າໝາຍຊ່ວຍໃຫ້ບັນດາເພື່ອນໜຸ່ມຈົດຈຳບັນດາຄວາມຮູ້ປະຫວັດສາດດ້ວຍວິທີເຫັນປະຈັກຕາຢ່າງມີຊີວິດຊີວາ. ນີ້ກໍ່ແມ່ນວິທີສຳພັດໃໝ່ກັບມວນຊົນໂດຍຜ່ານການເຄື່ອນໄຫວສຶກສາ. ທ່ານນາງ ບຸ່ຍທິຫງວຽດງາ, ຮອງຜູ້ອຳນວຍການຫໍພິພິທະພັນ ຫາຍຟ່ອງ ເປີດເຜີຍວ່າ:
TAG
VOV/VOVworld/ຫໍ​ພິ​ພິ​ທະ​ພັນ