ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ
28/05/2018 12:21
(VOVWORLD) -ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ. ຂັບແທນແມ່ນປະເພດສິລະປະທີ່ມີຊື່ສຽງ ຍ້ອນແມ່ນມໍລະດົກວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ຍູ່ບັນດາແຂວງເຂດພູດອຍທາງທິດ ເໜືອຫວຽດນາມ. ດ້ວຍຄວາມຫວັງຢາກ ອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບແທນ, ບັນດາທ້ອງຖິ່ນໄດ້ ແລະ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອພັດທະນາສິລະປະຂັບແທນກາຍເປັນຂົງເຂດວັດທະນະທຳດ້ວຍຄວາມອຸດົມສົມບູນກ່ຽວກັບປະເພດ, ມີຄວາມຫຼາຍຮູບຫຼາຍສີທາງດ້ານຮູບການສະແດງ

ສິລະປະຂັບແທນ, ພິນຕິ໋ງ ງານມະໂຫລານ, ສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ 6 ທີ່ຫາກໍ່ຈັດຂຶ້ນຢູ່ແຂວງ ຮ່າຢາງ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ນັບຮ້ອຍຄົນທີ່ມາຈາກບັນດາກອງສິລະປະກອນຂອງ 14 ແຂວງ ແລະ ນະຄອນໃນທົ່ວປະເທດ. ໃນຊຸມວັນດຳເນີນງານມະໂມລານ, ບັນດາສຽງຂັບແທນ, ພິນຕິ໋ງ ໄດ້ດັງກ້ອງກັງວານຂຶ້ນໄປທົ່ວໝູ່ບ້ານຕ່າງໆຈາກນະຄອນຮ່າຢາງ ຈະຫຼອດຮອດບັນດາເສັ້ນທາງທີ່ລະອິດລະອ້ຽວບົນເຂດພູພຽງຫີນດົ່ງວັນ… ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວ ແລະ ພໍ່ແມ່ພີ່ນ້ອງບັນດາເຜົ່າຍູ່ແຫ່ງນີ້ມີຄວາມຫຼົງໄຫຼ. ເພື່ອນ ເຈິ່ນ ແທ່ງ ອານ ອາຍຸ 19 ປີ ສະມາຊິກໃນຄະນະສິລະປະກອນມະຫາຊົນແຂວງ ກາວ ບັ່ງ ແບ່ງປັນວ່າ: “ນ້ອງໄດ້ຮູ້ຂັບແທນແຕ່ຄາວຍັງນ້ອຍ, ສິລະປະຂັບແທນໄດ້ຊຶມເລິກເຂົ້າໃນຈິດໃຈຂອງມະນຸດ ແລະ ເມື່ອເຕີບໃຫຍ່ຂຶ້ນຈຶ່ງຮູ້ວ່າເຮົາມີຄວາມຮັກຕໍ່ຂັບແທນ, ຈາກນັ້ນນ້ອງກໍ່ເລີ່ມໄປຊອກຫາບ່ອນເພື່ອຮຽນຂັບແທນ. ເນື່ອງຈາກມີແມ່ແມ່ນຊາວເຜົ່າໄຕ່ ແລະ ດຳລົງຊີວິດຢູ່ ກາວ ບັ່ງ, ຟັງສຽງຂັບແທນແຕ່ຄາວຍັງນ້ອຍ, ດັ່ງນັ້ນການຮຽນກໍງ່າຍດາຍ. ນັບແຕ່ຄາວຍັງນ້ອຍເມື່ອໄດ້ຮັບຟັງສຽງຂັບແທນເຮົາກໍ່ແລ່ນໄປຫາເພື່ອຮັບຟັງ ແລະ ຄວາມຮັກຕໍ່ຂັບແທນກໍ່ໄດ້ເພີ່ມຂຶ້ນເປັນກ້າວໆ”. ທຳນອງຂັບແທນໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ເວົ້າສະເພາະກໍ່ຄືພໍ່ແມ່ພີ່ນ້ອງບັນດາເຜົ່າເຂດພູດອຍທາງທິດເໜືອເວົ້າລວມ. ຍ້ອນເຫດນີ້ເອງ, ໃນຊຸມປີທີ່ຜ່ານມາ ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນດຳເນີນງານມະໂຫລານຂັບແທນ, ການໂອ້ລົມສົນທະນາ, ກອງປະຊຸມສຳມະນາແນໃສ່ຈຸດປະສົງຊອກຫາທິດທາງເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບແທນຢ່າງມີປະສິດທິຜົນ. ທ່ານນາງ ຈ໋ຽວ ທິ ຕິ່ງ, ຮອງຫົວໜ້າພະແນກ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:
TAG
VOV/VOVworld/ສິລະປະ
Related








