VOV WorldVOV World
ການປະດິດແຕ່ງຄວາມຮັກຕໍ່ທະເລ,ໝູ່ເກາະຂອງນັກສິລະປິນ,ນັກປະພັນວັນນະຄະດີຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
14/03/2016 12:07
(vovworld)- ທະ​ເລ ແລະ ໝູ່​ເກາະ ແມ່ນ​ຫົວ​ເລື່ອງທີ່ບໍ່​ມີ​ວັນ​ສິ້ນ​ສຸດ​ເພື່ອ​ໃຫ້ນັກ​ສິ​ລະ​ປິນ,ນັກ​ປະ​ພັນວັນ​ນະ​ຄະ​ດີປະ​ດິດ​ແຕ່ງ​.
ການປະດິດແຕ່ງຄວາມຮັກຕໍ່ທະເລ,ໝູ່ເກາະຂອງນັກສິລະປິນ,ນັກປະພັນວັນນະຄະດີຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
(vovworld)- ທະ​ເລ ແລະ ໝູ່​ເກາະ ແມ່ນ​ຫົວ​ເລື່ອງທີ່ບໍ່​ມີ​ວັນ​ສິ້ນ​ສຸດ​ເພື່ອ​ໃຫ້ນັກ​ສິ​ລະ​ປິນ,ນັກ​ປະ​ພັນວັນ​ນະ​ຄະ​ດີປະ​ດິດ​ແຕ່ງ​. ກໍ​ຄື​ກັນ​ກັບ​ຊາວ​ຫວຽດ​ນາມ ນັບ​ລ້ານໆ​ຄົນ, ຄວາມ​ຮັກ​ຕໍ່​ທະ​ເລ, ໝູ່​ເກາະ​ຍາມ​ໃດ​ກໍ​ຝັງ​ເລິກ​ໃຈໃນດວງ​ໃຈ​ຂອງ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີຫວຽດ​ນາມ ເວົ້າ​ລວມ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ປະ​ພັນ​​ວັນ​ນະ​ຄະ​ດີທີ່​ຂຶ້ນ​ກັບ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ ສິ​ລ​ະ​ປະ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​​ຕອນ​ພາກ​ໃຕ້​ຫວຽດ​ນາມເວົ້າສະ​ເພາະ. ພາບ​ປະ​ກອບ:internet  ໃນ​ຊຸມມື້​ຕົ້ນ​ປີ 2016,  ນັກ​ດົນ​ຕີ ໂດ໋​ເລີບ ຂອງ​ແຂວງ ເຫົ້າ​ຢາງ ຫາ​ກໍ​ສຳ​ເລັດ​ການ​ເດີນ​ທາງ​​ຈາກ​ພາກ​ເຫ​ນືອ​​ລົງຮອດ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ຈຸດ​ປ​ະ​ສົງ​ເຊື່ອມ​ຕໍ່​ຄວາມ​ຮັກ​​ຕໍ່ທະ​ເລ, ໝູ່​ເກາະ​ຂອງ​ປະ​ຊາ​ຊົນ​​ຢູ່​ທຸກ​ເຂດ​ແຄ້ວນ​ໃນ​ທົ່ວ​ປະ​ເທດ. ການ​ເດີ​ນ​ທາງ​ດ້ວຍ​ລົດ​ຈັກ ແລະ ໃຊ້​ເວ​ລາກວ່າ 1 ປີ ແລະ ຄາດ​ວ່າ ສະ​ສົມ​ໄດ້  20.000 ລາຍ​ລັກ​ອັກ​ສອນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຕໍ່​ທະ​ເລ, ໝູ່​ເກາະ. ພາຍ​ຫລັງ​ການ​ເດີນ​ທາງນັ້ນ, ນັກ​ດົນ​ຕີ ໂດ໋​ເລີບ ໄດ້​ມີ​ປື້ມ​ຄູ່​ມື ຈົດ​​​ເປັນລາຍ​ລັກ​ອັກ​ສອນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ.        
TAG
vovworld/ເຂດ​ທະ​ເລ​ໝູ່​ເກາະ