ເມື່ອຄ່ຳລົງມາກໍ່ແມ່ນຈຸດເວລາທີ່ມໍລະດົກ ວັນໝຽວກວັກຕື໋ຢ໊າມ ສະຫວ່າງສະໄຫວຫຼາຍຂຶ້ນ ຍ້ອນເຕັກໂນໂລຢີສົ່ງແສງສະຫວ່າງທີ່ທັນສະໄໝ ສົມທົບກັບສຽງທີ່ມີຊີວິດຊີວາ ເຊິ່ງໄດ້ເລົ່າເລື່ອງປະຫວັດສາດກ່ຽວກັບຈິດໃຈຮ່ຳຮຽນຂອງຊາວ ຫວຽດນາມ
ກ້າວເຂົ້າຜ່ານປະຕູໂຂງ, ເຂດສວນແສງສະຫວ່າງໄດ້ປາກົດຂຶ້ນ, ຕົ້ນໂພໃຫ່ຍໄດ້ກາຍເປັນເວທີສະແດງ ເຊິ່ງໄດ້ແຜ່ພາບການຮ່ຳຮຽນຂອງຊາວ ຫວຽດນາມ ທີ່ມີກ່ອນນີ້ນັບພັນປີ. ຮູບພາບພວກເດັກຮຽນຢູ່ຕາມສາລາ, ຕົ້ນໄຮ, ນ້ຳສ້າງ ຫຼື ເຮືອນຫຼັງຕ່າງໆ ເຮັດດ້ວຍໄມ້ໄຜ່ ແລະ ມຸງຫຍ້າໄດ້ປາກົດຂຶ້ນຢ່າງແທ້ຈິງຜ່ານເຕັກໂນໂລຢີແສງສະຫວ່າງ. ອ້າຍ ບຸ່ຍຮວ່າງຟັອງ ຜູ້ນຳທ່ອງລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວກວັກຕື໋ຢ໊າມ ໃຫ້ຮູ້ວ່າ:
“ນີ້ແມ່ນເຂດຢ້ຽມຊົມທັດສະນະສຶກສາທຳອິດ, ເຂດເລີ່ມເຂົ້າຮຽນ. ໃຕ້ຮົ່ມເຢັນຂອງຕົ້ນໂພໃຫຍ່ກໍ່ມີລາຍການສາຍ Mapping ພຽງອັນດຽວຢູ່ລາຍການທ່ອງທ່ຽວຄ່ຳຄືນ ວັນໝຽວ ເຊິ່ງແມ່ນລາຍການແຜ່ພາບກ່ຽວກັບຍາມສາຍັນດ້ວຍຄຳກ່ອມທີ່ອ່ອນຫວານ”
ຢູ່ແຈໜຶ່ງໃນສວນ, ກໍ່ມີໜ້າຈໍແຜ່ພາບຮູບເງົາສັ້ນ ເຊິ່ງໄດ້ເລົ່າເຖິງ ໝາກ ດິ໊ງຈີ ຜູ້ເສັງໄດ້ລະດັບປະລິນຍາເອກ ແມ່ນແບບຢ່າງມັກການຮ່ຳຮຽນຜ່ານຜ່າຄວາມຫຍຸ້ງຍາກທີ່ມີຊື່ສຽງທີ່ສຸດຢູ່ ຫວຽດນາມ. ອ້າຍ ຫງວຽນແທັງຕຸ່ງ ຜູ້ຄຸ້ມຄອງລາຍການທ່ອງທ່ຽວຄ່ຳຄືນ ວັນໝຽວກວັກຕື໋ຢ໊າມ ໃຫ້ຮູ້ວ່າ:
“ສິ່ງທີ່ພິເສດຂອງລາຍການທ່ອງທ່ຽວຄ່ຳຄືນ ວັນໝຽວ ບໍ່ພຽແຕ່ນອນຢູ່ໃນເລື່ອງແຂກທ່ອງທ່ຽວໄດ້ຢ້ຽມຊົມປູຊະນີຍະສະຖານໃນຍາມຄ່ຳຄືນເທົ່ານັ້ນ ຫາກຍັງແມ່ນການເດີນທາງຄົ້ນຫາມໍລະດົກທີ່ມີມານັບພັນປີເປັນໜ້າປະທັບໃຈອີກດ້ວຍ”.
ພ້ອມກັນນັ້ນ, ແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາໄລຍະທາງຮ່ຳຮຽນຂອງນັກຮຽນຄົນໜຶ່ງເມື່ອກ່ອນນີ້ຄື ນັ່ງຕູບສອບເສັງ, ຂີ່ມ້າ… ພິເສດແມ່ນການຄົ້ນຫາເຕັກໂນໂລຢີກະທົບຕອບທີ່ເປັນເອກະລັກ ຄື ແລກປ່ຽນພ້ອມກັບເຕົ່າໃຫຍ່, ແຕ້ມຕົວໜັງສືໃນເຂດເໝືອນຈິງ. ອ້າຍ ຫງວຽນແທັງບິ່ງ ຜູ້ນຳທ່ອງ ແບ່ງປັນວ່າ
“ການເຄື່ອນໄຫວຄົ້ນຫາແຕ້ມຕົວໜັງສືຜ່ານລະບົບເໝືອນຈິງ. ນີ້ແມ່ນການເຄື່ອນໄຫວທີ່ມີຜົນຜະໂຫຍດ ເຮົາຈະໄດ້ຂຽນຄືໃນໄລຍະກ່ອນນີ້, ເຮົາໄດ້ນັ່ງໃນຫ້ອງຮຽນ ໄດ້ຈັບປາກກາ. ນີ້ແມ່ນການຄົ້ນຫາທີ່ເປັນເອກະລັກພິເສດ”.
ລາຍການທ່ອງທ່ຽວຄ່ຳຄືນ ວັນໝຽວກວັກຕື໋ຢ໊າມ ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງການເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢາມ ຫວຽດນາມ ອີກດ້ວຍ. ນາງ ໂກໂລລາຍ ແຂກທ່ອງທ່ຽວ ອັງກິດ ໃຫ້ຮູ້ວ່າ:
“ລາຍການແຜ່ພາບແສງສະຫວ່າງ ແມ່ນມີຄວາມສວຍງາມທີ່ສຸດ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ຂ້າພະເຈົ້າຊົມຊອບລາຍການດົນຕີນັບແຕ່ຫົວທີ ພ້ອມກັບແສງເລເຊີ. ຂ້າພະເຈົ້າໄດ້ເຫັນຮູບພາບຫຼາຍຢ່າງຢູ່ ຮ່າໂນ້ຍ ເພາະສະນັ້ນເປັນໜ້າຈັບໃຈເມື່ອໄດ້ເຫັນຮູບພາບເຫຼົ່ານັ້ນປາກົດຂຶ້ນ ແລະ ສະແດງໃຫ້ເຫັນສີສັນວັດທະນະທຳ ຫວຽດນາມ ຢູ່ ວັນໝຽວ”.
ສ່ວນ ອ້າຍ ຮາຣີ ແຂກທ່ອງທ່ຽວ ອົດສະຕາລີ ເປີດເຜີຍວ່າ:
“ລາຍການແຜ່ພາບແສງສະຫວ່າງ ແມ່ນເປັນໜ້າຈັບໃຈທີ່ສຸດ ສະແດງໃຫ້ເຫັນສີສັນວັດທະນະທຳ ແລະ ມີຄວາມແທດເໝາະກັບທຸກໆຄົນ ທຸກເພດທຸກໄວ. ບັນດາຮູບພາບພັນລະນາທຸກສິ່ງໄດ້ມີຂຶ້ນຢູ່ທີ່ນີ້ ກໍ່ຄືໄລຍະຮ່ຳຮຽນ ເພື່ອກາຍເປັນອາຈານ ຫຼື ເປັນເຈົ້າເສນາອາມາດທີ່ເກັ່ງກ້າ”.
ເມື່ອໄດ້ຄົ້ນຫາລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວກວັກຕື໋ຢ໊າມ, ແຂກທ່ອງທ່ຽວບໍ່ພຽງແຕ່ເພີ່ມຄວາມເຂົ້າໃຈກ່ຽວກັບການຮ່ຳຮຽນຂອງ ຫວຽດນາມ ກ່ອນນີ້ໜຶ່ງພັນປີເທົ່ານັ້ນ ຫາກຍັງມີການສັງເກດຢ່າງຮອບດ້ານ ກ່ຽວກັບພື້ນຖານການຮ່ຳຮຽໜຂອງ ຫວຽດນາມ, ແມ່ນແຫ່ງທີ່ແຕ່ລະຄົນບໍ່ພຽງແຕ່ໄດ້ຮຽນຕົວໜັງສືເທົ່ານັ້ນ ຫາກຍັງໄດ້ຮຽນກ່ຽວກັບຄວາມສຸດຈະລິດ ຄວາມປານີດບັນດາຄຸນຄ່າທີ່ຫຼັກແຫຼ່ງແກ່ນສານ ມຸ່ງໄປສູ່ຄວາມສົມບູນຂອງມະນຸດ ແລະ ການດຳລົງຊີວິດອີກດ້ວຍ.







