ໃນ​ການ​ດຳ​ລົງ​ຊີ​ວິດ​ຍຸກ​ທັນ​ສະ​ໄໝ, ແທນ​ທີ່​ເລືອກ​ເອົາ​ບັນ​ດາ​ເຂດ​ລະຫຼິ້ນ​ບັນ​ເທີງ​ທີ່​ຟົດ​ຟື້ນ, ຫຼາຍ​ຄອບ​ຄົວ ແລະ ບັນ​ດາ​ເພື່ອນ​ໜຸ່ມ​ພວມ​ມີ​ທ່າ​ອ່ຽງ ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ. ນີ້ບໍ່​ພຽງ​ແຕ່​ກາ​ນ​ເຄື່ອນ​ໄຫວ ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ເດີນ​ທາງ​ຄົ້ນ​ຫາ​ລວງ​ເລິກ​ຂອງ​ມໍ​ລະ​ດົກແຫ່ງ​ທີ່​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ຄວາມ​ງາມ​ປາ​ນີດ​ຂອງ​ຊາດໄດ້​ຮັບ​ການ​ຮັກ​ສາ​ໄວ້​ເໝືອນ​ເດີມ.

ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສິນ ຫວຽດ​ນາມ ດ້ວຍ​ງານ​ວາງ​ສະ​ແດງ “ສີ​ສັນ​ວັດ​ທະ​ນະ​ທຳ” ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ສ້າງ​ແຫຼ່ງ​ບັນ​ດາ​ໃຈ ແລະ ດຶງ​ດູດມວນ​ຊົນ​ຢ່າງຫຼວງຫຼາຍ. ນີ້​ແມ່ນ​ເທື່ອ​ທີ່​ສອງ ທີ່​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສີນ ຫວຽດ​ນາມ ສົມ​ທົບ​ກັບ​ຫໍ​ພິ​ພິ​ທະ​ພັນ ກິ໊ງ​ຮ​ວາ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແນະ​ນຳ​ມໍ​ລະ​ດົກວັດ​ທະ​ນະ​ທຳ ທີ່​ມີ​ຄຸນ​ຄ່າ​ເຖິງມວນ​ຊົນ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ວັດ​ຖຸ​ພັນ 130 ຢ່າງ ຂອງ​ຫໍ​ພິ​ພິ​ທະ​ພັນ ກິ໊​ງຮ​ວາ ພິ​ເສດ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງວັດ​ຖຸ​ພັນ 4 ຢ່າງ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຂອງ​ປະ​ເສີດ​ແຫ່ງ​ຊາດ ເມື່ອ​ປີ 2025. ທ່ານ ຫງວຽນ​ຕ໊ວ​ນ​ເກື່ອງ ຢູ່​ຕາ​ແສງ ເກົ່າ​ເຢິ໊ຍ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ເຮົາ​ຮູ້​ສຶກ​ມີ​ຄວາມ​ສັກ​ສິດ​ໃນ​ມື້​ນີ້. ທີ່​ຈິງ​ແລ້ວ​ເຮົາ​ໄດ້​ຮັບ​ຊົມ​ຜ່ານ​ປຶ້ມ​ໜັ​ງ​ສື​ພິມຫຼາຍ​ແລ້ວ. ແຕ່ມື້ນີ້​ໄດ້​ຮັບ​ຊົມ​ໂດຍ​ກົງ​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງ​ແຈ້ງ ​ກ່ຽວ​ກັບ​ວັດ​ຖະ​ພັນຄື ​ຄ້ອງ​ບ້າງ, ແຕ່​ລະ​ໄຍະ​ກໍ່​ຈະ​ມີ​ບັນ​ດາ​ລວ​ດາຍ​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ເຫດນີ້​ເອງ​ເຮົາ​ກໍ່​ຊົມ​ຊອບ​ທີ່​ສຸດ ເຮົາ​ມີ​ຄວາມ​ປະ​ທັບ​ໃຈຕໍ່​ສັດ​ປະ​ເພດ​ຕ່າງໆ​ຢູ່​ໜ້າ​ຄ້ອງ​ບ້າງ ມີ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ການ​ດຳ​ລົງ​ຊີ​ວິດ”.

ມາ​ຢ້ຽມ​ຊົມງານ​ວາງ​ສະ​ແດງ​, ແຂກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຮັບ​ຊົມເຄືີອງ​ຂອງ​ບູ​ຮານຫຼາຍ​ຢ່າງ​ທີ່​ມີ​ຄຸນ​ຄ່າ. ວັດ​ຖຸ​ພັນເຫຼົ່າ​ນີ້​ຖືກ​ຈັດ​ສັນ​ຜ່ານ​ສາມ​ເຂດ​ວາງ​ສະ​ແດງຫຼັກ ລວມ​ມີ​ພື້ນ​ຖານ​ອະ​ລິ​ຍະ​ທຳ ດົງ​ເຊີນ; ອະ​ລິ​ຍະ​ທຳ ດ້າຍ​ຫວຽດ; ອະ​ລິ​ຍະ​ທຳ ຈຳ​ປາ ໃນ​ນັ້ນ​ເຂດ​ອະ​ລິ​ຍະ​ທຳ ດົງ​ເຊີນ ໄດ້​ແນະ​ນຳ​ວັດ​ຖຸ​ພັນ​ໃນ​ໄລ​ຍະ​ປະ​ຫວັດ​ສາດນີ້ ຄື ໂຄມໄຟ, ລະ​ຄັງ​ທອງ, ມີດ… ເຊິ່ງ​ໄດ້​ສ່ອງ​ແສງ​ລະ​ດັບຫຼອມ​ໂລ​ຫະ ແລະ ຊີ​ວິດ​ປະ​ຈຳ​ວັນ​ທີ່​ອຸ​ດົມ​ສົມ​ບູນ. ເຂດ​ອະ​ລິ​ຍະ​ທຳ ດ້າຍ​ຫວຽດ ໄດ້​ແນະ​ນຳ​ບັນ​ດາວັດ​ຖຸ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຄືອບ​ທີ່​ລະ​ອຽດ​ອ່ອນ. ຊຸດ​ກາ​ປະ​ທັບ​ທ​ອງ ໃນ​ສະ​ໄໝ​ລາດ​ຊະ​ວົງ ເລ, ພ້ອມ​ກັບ​ຮູບ​ປັ້ນ​ເຈົ້າ​ຊີ​ວິດ ຫຼີແທັງ​ຕົງ, ບັນ​ດາ​ຂີ​ດ​ໝາຍ​ທີ່​ພົ້ນ​ເດັ່ນ ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ດ້າຍ​ຫວຽດ… ອ້າຍ ຫວຽ​ນ​ຈຸງ​ດຶກ ຢູ່​ຕາ​ແສງ ຮ​ວ່ານ​ກ໊ຽມ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ຢູ່​ທີ່ນີ້​ມີ​ວັດ​ຖຸ​ພັນຫຼາຍ​ຢ່າງ, ປະ​ທັບ​ໃຈ​ທີ່​ສຸດ​ສຳ​ລັບ​ເຮົາ ແມ່ນ​ຊຸດ​ໂຄມ​ໄຟ​ເປັນ​ສັນ​ຍາ​ລັກ​ຂອງວັດ​ທະ​ນະ​ທຳ ດົງ​ເຊີນ, ຊຸດ​ລະ​ຄັງ ແລະ ບາງວັດ​ຖຸ​ພັນ​ສະ​ໄໝ​ຈຳ​ປາ ເຊິ່ງ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ປະ​ເພ​ນີ ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ​ເ​ມື່ອ​ກ່ອນນີ້”.

ສຳ​ລັບຫຼາຍ​ຄອບ​ຄົວ​ທີ່​ມີ​ລູກ​ນ້ອຍ, ນີ້ກໍ່​ແມ່ນ​ໂອ​ກາດ​ທີ່​ຫາ​ຍາກ​ເພື່ອ​ໃຫ້​ພໍ່​ແມ່​ພ້ອມ​ກັບ​ລູກ​​ມາ​ຢ້ຽ​ມ​ຊົມຊອກຮູ້ ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ປະ​ຫວັດ​ສາດ ຜ່ານ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຄຸນ​ຄ່າ ແລະ ​ຫາ​ຍາກ. ນາງ ດັ້ງ​ທິ​ຮ​ວ່ຽນ ຢູ່ ຮ່າ​ດົງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ນ້ອງກໍ່​ຢາກ​ໃຫ້​ລູກ​ນ້ອຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ຕື່ມ​ອີກ ເຊິ່ງ​ເປັນ​ການ​ຊ່ວຍ​ລູກ​ເຕົ້າ​ເພີ່ມ​ຄວາມ​ຮັກ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ”.

ສຳ​ລັບ​ບັນ​ດາ​ເພື່ອນໜຸ່ມ​ການ​ມາ​ຢ້ຽ​ມ​ຊົມ​ງານ​ວາງ​ສະ​ແດງກໍ່​ແມ່ນ​ເວ​ລາ​ທີ່​ເປັນ​ໜ້າ​ຈັບ​ໃຈ ເພື່ອ​ສາ​ມາດ​ເຫັນ​ດ້ວຍ​ຕາ​ບັນ​ດາ​ລວດ​ລາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຖືກ​ຮັກ​ສາ​ໄວ້ ໃນ​ວັດ​ຖຸ​ພັນ​ແຕ່​ລະ​ຢ່າງ

“ບັນ​ດາ​ວັດ​ຖຸ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຍັງ​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ. ສຳ​ລັບ​ບັນ​ດາ​ວັດ​ຖຸ​ພັ​ນ​ທີ່​ເປັນ​ຂອງ​ປະ​ເສີດ​ແຫ່ງ​ຊາດ, ນ້ອງເຫັນ​ວ່າ​ບັນ​ດາ​ວຽກ​ງານ​ແນະ​ນຳ ແລະ ອະ​ນຸ​ລັກ ແມ່ນ​ດີ​ທີ່​ສຸດ”.

ຜ່ານ​ວັດ​ຖຸ​ພັນ​ແຕ່​ລະ​ຢ່າງ ມວນ​ຊົນ​ສາ​ມາດ​ເຫັນ​ຮູບ​ພາບຫຼາກຫຼາຍ​​ສີ​ສັນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ມີ​ລັກ​ສະ​ນະ​ເກົ່າ​ແກ່ ແຕ່​ຍັງ​ຄົງ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ. ເພື່ອບໍ່​ໃຫ້​ພາດ​ໂອ​ກາດ​ຊອກ​ຫາບັນ​ດາ​ຄຸ​ນ​ຄ່າ​ເໝືອນ​ເດີມ​ເຫຼົ່າ​ນີ້, ແຂກ​ທ່ອງ​ທ່ຽວ​ຄວນ​ແວ່​ຢາມ​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສິນ ຫວຽດ​ນາມ ເພື່ອ​ຈະ​ໄດ້​ເຊື່ອມ​ຕໍ່​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ.