ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຫວຽດ​ນາມ ບໍ່​ພຽງ​ແຕ່​ຕ້ອງ​ການ​ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ການ​ແຫຼ່ງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຕິດ​ພັນ​ກັບ​ນະ​ວັດ​ຕະ​ກຳ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ FDI ກັບ​ວິ​ສາ​ຫະ​ກິດພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ເພາະ​ສະ​ນັ້ນ, ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ສ້າງ​ລະ​ບົບ​ນິ​ເວດ​ແຫ່ງ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ ລະ​ຫວ່າງວິ​ສາ​ຫະ​ກິດ FDI ແລະ​ ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ແນ​ໃສ່​ສ້າງ​ແຮງ​ກະ​ຕຸ້ນ​ໃຫ້​ແກ່ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ.

ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ໂຄງ​ການ FDI ກວ່າ 46.500 ​ໂຄງ​ການ​ຍັງ​ມີ​​ຜົນບັງຄັບໃຊ້, ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ກວ່າ 543 ຕື້ USD, ທຶນ​ປະ​ຕິ​ບັດ​ສະ​ສົມ​ບັນ​ລຸ​ປະ​ມານ 357,6 ຕື້ USD. ປັດ​ຈຸ​ບັນ, FDI ປະ​ກອບ​ກວ່າ 20% GDP, ປະ​ມານ 70% ວົງ​ເງິນນ​ສົ່ງ​ອອກ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ​ນັບ​ລ້ານ​ຄົນ. ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ດຶງ​ດູດ FDI ແຖວ​ໜ້າ​ໃນ​ພາກ​ພື້ນ. ຕາມ​ທ່ານ ​ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລ້ວ, ໃນ​ສະ​ພາບ​ກະ​ແສ​ທຶນ FDI ທົ່ວ​ໂລກຫຼຸດ​ລົງ​ຢູ່ຫຼາຍ​ພາກ​ພື້ນ, ແຕ່ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງໃນ​ກຸ່ມ​ບັນ​ດາ​ປະ​ເທດ​ດຶງ​ດູດ​ທຶນ FDI ແຖວ​ໜ້າໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ສິ່ງ​ນີ້​ສ່ອງ​ແສງ​ໃຫ້ເຫັນເຖິງຄວາມ​​ເຊື່ອໝັ້ນຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ ຕໍ່​ແງ່​ຫວັງ​ພັດ​ທະ​ນາ, ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງ​ຄົມ ແລະ ສະ​ພາບແວດລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ. ພິ​ເສດ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່ທີ່​ມີ ຫຼາຍ​ກຸ່ມ​ບໍ​ລິ​ສັດ​​ໃຫຍ່ໃນ​ຂົງ​ເຂດ​ເອ​ເລັກ​ໂຕ​ນິກ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ​ສູງ, ພະ​ລັງ​ງານ, logistics, ການ​ເງິນ, ນະ​ວັດ​ຕະ​ກຳ ແລະ ການ​ບໍ​ລິ​ການ​ທັນ​ສະ​ໄໝ​ເຂົ້າ​ມາ ແລະ ເປີດກວ້າງ​ການ​ລົງ​ທຶນ​. ຜ່ານ​ນັ້ນ, ປະ​ກອບ​ສ່ວນ​ສ້າງ​ລະ​ບົບ​ນິ​ເວດ​ແຫ່ງ​ການ​ຜະ​ລິດ ແລະ ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ​ໃໝ່​ຢູ່ ຫວຽດ​ນາມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ໝູນ​ໃຊ້​ໝາກ​ຜົນ​ຂອງກະ​ແສ​ທຶນ FDI ໃນ​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດໂດຍ​ໄວ ແລະ ຍືນ​ຍົງນັ້ນ ແມ່ນ ຕ້ອງ​ສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ FDI ແລະ ວິ​ສາ​ຫະ​​ກິດ​ພາຍ​ໃນ​ປະ​ເທດ. ປັດ​ຈຸ​ບັນ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​​ການ​ເຊື່ອມ​ຕໍ່ລະ​ຫວ່າງທຶນ FDI ກັບພາກ​ສ່ວນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ຍັງ​ບໍ່ທັນ​ບັນ​ລຸ​ໄດ້​ໝາກ​ຜົນ​ຄື​ດັ່ງ​ໄດ້​ຄາດ​ຫວັງເທື່ອ. ມີຫຼາຍ​ວິ​ສາ​ຫະ​ກິດ ຫວຽດນາມ ຍັງ​ເຂົ້າ​​ຮ່ວມ​ໃນລະ​ດັບ​ມູນ​ຄ່າເພີ່ມ​ຕ່ຳ, ອັດ​ຕາການ​ຫັນ​ເປັນ​ພາຍ​ໃນປະເທດ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຈຳນວນໜຶ່ງ​ຍັງ​​ຈຳ​ກັດຢູ່; ລະ​ດັບ​ແຜ່​ກະ​ຈາຍ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ, ການ​ຄຸ້ມ​ຄອງ ແລະ ສະ​ມັດ​ຕະ​ພາບ​ຍັງ​ບໍ່​ທັນ​ສູງ,​ບໍ່​ທັນ​ຕອງ​ສະ​ໜອງ​ໄດ້ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ​ເທື່ອ. ຄວາມ​ຮຽກ​ຮ້ອງ​ທີ່​ວາງ​ອອກ​ໃນ​ໄລ​ຍະ​ໃໝ່​ແມ່ນ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​​ການ​ຮ່ວມ​ມື, ລະ​ດັບ​ແຜ່​ກະ​ຈາຍ​ ແລະ ຄວາມ​ສາ​ມາດ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ FDI ກັບ ພື້ນ​ຖານ​ເສ​ດ​ຖະ​ກິດ​ພາຍ​ໃນ​ປະ​ເທດກວ່າ​ອີກ. ທ່ານ ຫງວຽນ​ວັນ​ທັ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕັ້ງ​ຄວາມ​ຫວັງ​ວ່າ:

ໃນ​ໄລ​ຍະ​ພັດ​ທະ​ນ​າ​ໃໝ່, ຫວຽດ​ນາມ ມີ​ການ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຢ່າງ​ແຮງ​ຈາກ “ການດຶງ​ດູດ FDI ທົ່ວ​ໄປ” ໄປ​ສູ່ “ການ​ຮ່ວມ​ມື​ລົງ​ທຶນ​ທີ່​ມີ​ການ​ຄັດ​ເລືອກ, ມີຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ”. ພວກ​ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ຕີ​ລາ​ຄາ ແລະ ເອົາ​ໃຈ​ໃສ່​ເຖິງ​ເລື່ອງນັກ​ລົງ​ທຶນ​ລົງທຶນ​​​ເຂົ້າ ຫວຽດ​ນາມ ເທົ່າ​ໃດເທົ່າ​ນັ້ນ ​ຫາກ​​ສິ່ງສຳ​ຄັນ​ກວ່າ​ນັ້ນ​ແມ່ນ ນຳ​ເຕັກ​ໂນ​ໂລ​ຢີ​ຫຍັງ, ສ້າງ​ມູນ​ຄ່າ​ເພີ່ມ​ຫຍັງ, ບຳ​ລຸງ​ສ້າງຊັບ​ພະ​ຍາ​ກອນ​ມະ​ນຸດຄື​ແນວ​ໃດ, ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້ຈັກ​ແຫ່ງ ເພື່ອ​ເຂົ້າ​ຮ່ວມ​ລະ​ບົບ​​ຕ່ອງ​ໂສ້​ການສະ​ໜອງ, ປະ​ກອບ​ສ່ວນ​​ຄືແນວ​ໃດ​ເຂົ້າໃນ​ການ​ຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ພາຍ​ໃນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ຫວຽດ​ນາມ​ ມີ​ວິ​ສາ​ຫະ​ກິດກວ່າ 1 ລ້ານ​ແຫ່ງ​ແຕ່ມີ​ພຽງ​ 5.000 ແຫ່ງ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ ຫຼື​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາ​ໆຊາດ. ທ່ານ​ນາງ ໂດ​ທິ​ຖຸຍ​ເຮືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ຖື​ວ່າ:

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປັດ​ໄຈ​ຕັດ​ສິນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ດ້ານເຕັກ​ໂນ​ໂລຢີ, ​ການປ່ຽນ​ແປງ​ໃໝ່​ການ​ຜະ​ລິດ​ແມ່ນ​ບັນ​ດາ​ປ​ັດ​ໄຈ​ພິ​ເສດ​ເຊິ່ງວິ​ສາ​ຫະ​ກິດ ຫວຽດ​ນາມ ຕ້ອງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ວິ​ສາ​ຫະ​ກິດ​ໃດ​ສຸມ​ໃສ່​ເຕັກ​ໂນ​ໂລ​ຢີ, ປັນ​ຍາ​ປະ​ດິດ (AI), ຫັນ​ການຫັນ​ເປັນ​ດີ​ຈີ​ຕອນ​ສີ​ຂຽວເປັນ​ອັດ​ຕະ​ໂນ​ມັດ ຈະ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​​ເຊື່ອມ​ຕໍ່ ແລະ ເຂົ້າ​ຮ່ວມ​ລະ​ບົບ​ຕ່ອງ​ໂສ້​ການສ​ະ​ໜອງ​ທົ່ວ​ໂລກ​ສຳ​ເລັດ​ຜົນ. ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ່​ຕ້ອງ​ເປັນ​ເຈົ້າ​ການກວ່າ​ອີກ​ໃນ​ການ​ເຂົ້າ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ FDI, ພວກ​ເຮົາ​ຕ້ອງ​ພິ​ສູດໃຫ້ເຫັນຄວາມ​ສາ​ມາດ ແລະ ຊອກ​ຫາ​ເຂົາ​ເຈົ້າ, ເພື່ອ​ພ້ອມ​ກັນ​ຈະເລີນຮຸ່ງເຮືອງ..

ຫວຽດ​ນາມ ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ຮັບ​ເອົາ​ກະ​ແສການ​ລົງ​ທຶນ​ໃໝ່​ໃນວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ​ຄືນ​ໃໝ່. ແຕ່​ໂອ​ກາດ​ຈະ​​ກາຍ​ເປັນ​ກຳ​ລັງຂັບ​ເຄື່ອນການເຕີບ​ໂຕ​ໄດ້ຢ່າງ​ແທ້​ຈິງ ຖ້າກະ​ແສ​ທຶນ FDI ບໍ່​ພຽງ​ແຕ່ຢຸດຢູ່​ຂອບ​ຂະ​ໜາດ​ຈົດ​ທະ​ບຽນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ບັນ​ດາ​ການ​ເຊື່ອມ​ຕໍ່​ເລິກ​ເຊິ່ງ​ພໍ​ສົມ​ຄວນ​ເຂົ້າກັບ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ທ່ານ ຫງວຽນ​ວັນ​ທັ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ຕື່ມ​ອີກວ່າ:

​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ອຸດ​ສາ​ຫະ​ກຳສະໜັບສະ​ໜູນ​​ຢ່າງ​ແຮງເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ. ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ​ ນີ້​ແມ່ນ​ໜ້າ​ທີ່​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຍາວ​ນານ. ລັດ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສ​າຫະ​ກິດ​ຍົກ​ສູງຄວາມ​ສາ​ມາດ​ໃນ​ການ​ຄຸ້ມຄອງບໍ​ລິ​ຫານ, ມາດ​ຕະ​ຖານ​ຄຸນ​ນະ​ພາບ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຢີ, ການຫັນ​ເປັນ​ດີ​ຈີ​ຕອນ, ການເຂົ້າ​ເຖິງ​ສິນ​ເຊື່ອ ແລະ ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາ​ໆຊາດ.

​ຕົ້ນ​ເດືອນ​ເມ​ສາ ທີ່​ຜ່ານ​ມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ເຊັນ​ປະ​ກາດ​ໃຊ້​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເງິນ​ແຫ່ງ​ຊາດ, ການກູ້​ຢຶມ​ຈ່າຍໜີ້​ສາ​ທາ​ລະ​ນະ ແລະ ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລຍະ​ກາງ​ ໃນໄລ​ຍະ 5 ປີ (2026 - 2030), ໃນ​ນັ້ນ ນະ​ໂຍ​ບາຍ​ດຶງ​ດູດ FDI ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ການ​ເຊື່ອມ​ຕໍ່ກັບ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ. ສິ່ງ​ນີ້​ຢັ້ງ​ຢືນ​ຄວາ​ມ​ຄາດ​ຫວັງ​ຂອງ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາພາກ​ສ່ວນ​ເສດ​ຖະ​ກິດທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ໃນສາຍ​ສຳພັນເຊື່ອມ​ຈອດ​ກັນ ແລະ ຄວາມ​ສະ​ເໝີ​ພາບ​ກັບ​ບັນ​ດາພາກ​ສ່ວນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ. ຈາກ​ນັ້ນ, ກສ້າງ​ກຳ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ໄລ​ຍະ 10 ປີ​ຈະ​ມາ​ເຖິງ, ເມື່ອ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ - ສັງ​ກາດ​ແຫ່​ງ​ການ​ພັດ​ທະ​ນາ​ຮັ່ງ​ມີ​ເຂັ້ມ​ແຂງ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ຊາດ.