ໂດຍ​ມີ​ຊາຍ​ແດນ​ຕິດ​ກັບ ຈີນ, ລາວ, ແຂວງ ດ້ຽນ​ບຽນ ເຂດ​ດິນ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ ຫວຽດ​ນາມ ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ 19 ຊົນ​ເຜົ່າ. ສິ່ງນີ້​ໄດ້​ສ້າງ​ເປັນ​ສີ​ສັນຫຼາກຫຼາຍ ແຕ່​ລະ​ໝູ່​ບ້ານກໍ່​ແມ່ນ​ສະ​ຖານ​ທີ່​ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ທີ່​ມີ​ຊີ​ວິດ​ເປັນ​ເອ​ກະ​ລັກ ມີ​ຄວາມ​ສ​ະ​ດວກ​ເພື່ອ​ພັດ​ທະ​ນາ​ທ່ອງ​ທ່ຽວ​ຊຸ​ມ​ຊົນ. ມານີ້​ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ເຮືອນ​ຕ່າງໆ ທີ່​ຝາ​ຖືກກໍ່​ດ້ວຍ​ດິນ, ໄດ້​ຮັບ​ປະ​ທານ​ບັນ​ດາເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​​ຊາວເຜົ່າ ຮ່າ​ຢີ່ ຫຼື ໄດ້​ເຂົ້າ​ຮ່ວມ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ຫຼື ພ້ອມ​ກັບ​ເຜົ່າ​ລາວ ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ. ທ່ານ ດັ້ງ​ມິ​ງເຟືອງ ຫົວ​ໜ້າ​ພະ​ແນກ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ສູນ​ສົ່ງ​ການ​ລົມ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ:

“ດ້ວຍ​ການ​ປະ​ສານ​ສົມ​ທົບ ແລະ ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໄວ້​ເໝືອນ​ເດີມ​ຂອງ 19 ຊົນ​ເຜົ່າ, ອັນ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ພິ​ເສດ​ສຳ​ລັບ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ການ​ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ມະ​ນຸດ. ທາງ​ດ້ານ​ການ​ທ່ອງ​ທ່ຽວ, ສີ​ສັນ​ບັນ​ດາ​ເຜົ່າ ແລະ ທັດ​ຊະ​ນີ​ຍະ​ພາບກໍ່​ແມ່ນ​ການ​ຄົ້ນ​ຫາ​ເຂດ​ທີ່​ມີ​ຊີ​ວິດ, ຮີດ​ຄອງ​ປະ​ເພ​ນີ, ບັນ​ດາ​ງານ​ບຸນ​ຢູ່​ທ້ອງ​ຖິ່ນ”.

ສະ​ໜາມ​ຮົບ ດ້​ຽນ​ບຽບ​ຝູ໋ ກໍ່​ແມ່ນ​ພະ​ຍານ​ຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊ​ີ​ວາ ກ່ຽວ​ກັບ​ການ​ຕໍ່​ຕ້ານ​ທີ່​ປະ​ຕິ​ຫານ ແ​ລະ ໄຊ​ຊະ​ນະ​ທີ່​ລື່​ຊາ​ຜາ​ກົດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ. ສະ​ໜາມ​ຮົບ ດ້ຽນບຽນ​ຝູ໋ ພວມ​ກາຍ​ເປັນ​ສະ​ຖານ​ທີ່​ຄົ້ນ​ຫາ​ປະ​ຫວັດ​ສາດ ຂະ​ນະ​ທີ່​ລະ​ບົບ​ອູ່​ລອຍ​ຟ້າ​ສົມ​ທົບ​ກັບ​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ດ້ຽນ​ບຽ​ນ​ຝູ໋ ພວມ​ໄດ້​ຮັບ​ການ​ລົງ​ມືກໍ່​ສ້າງ​ດ້ວຍ​ເນື້ອ​ທີ່ 35 ກວ່າ​ເຮັກ​ຕາ ລຽບ​ຕາມ​ບໍ​ລິ​ເວນ​ສອ​ຕາ​ແສງ ເມື່ອ​ຟັງ ແລະ ປູ່​ຢີ. ທ່ານ ດັ້ງ​ມິງ​ເຈື່ອງ ປະ​ທານ​ສະ​ພາ​ບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດ ຊັນ​ກ​ຣັບ ໃຫ້​ຮູ້​ວ່າ:

“ບໍ່​ມີ​ຢູ່​ແຫ່ງ​ໃດ​ໃນ​ໂລກມີ​ສະ​ໜາມ​ຮົບ​ຄື ດ້ຽນ​ບຽນ​ຝູ໋. ດ້ວຍ​ເລື່ອ​ງລາວ​ເຊື່ອມ​ຕໍ່​ຄວາມ​ໃນ​ໃຈ ກັບ​ແຂກ​ທ່ອງ​ທ່ຽວ​ນັບ​ລ້ານ​ຄົນ​ທີ່​ມາຈາກ ອາ​ເມ​ລິ​ກາ, ຝ​ຣັ່ງ, ຍີ່​ປຸ່ນ ຕະຫຼອດ​ຮອດ ຫວຽມ​ນາມ, ພວກຂ້າພະເຈົ້າ ເຊື່ອ​ໝັ້​ນວ່າ ຂະ​ນະ​ທີ່​ພື້​ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ກາ​ນ ລົງ​ທຶນຢ່າງ​ຄົບ​ຊຸດ, ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ເປັນ​ແບບ​ເປັນ​ແຜນ ແລະ ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ຖືກວາງ​ອອກ, ດ້ຽນ​ບຽນ ຈະ​ກາຍ​ເປັນ​ສະ​ຖານ​ທີ່ ເຊິ່ງ​ແຂກ​ທ່ອງ​ທ່ຽວ​ຈາກ​ທົ່ວໂລກ​ມາ​ຊອກ​ຫາ ບໍ່​ພຽງ​ແຕ່​ມາ​ທັດ​ສະ​ນະ​ສຶກ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ຈະ​ເຫັນ​ໄດ້​ເຖິງ​ບັນ​ຍາ​ກາດ ແລະ ນ​້ຳ​ໃຈ ຫວຽດ​ນາມ ອີກ​ດ້​ວຍ“

ດ້ຽນ​ບຽນ ໄດ້​ເອົາ​ໃຈ​ໃສ່​ນັບ​ແຕ່​ຫົວ​ທີ ແລະ ໄດ​້​ໝູນ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ເຂົ້າ​ໃນ​ການ​ທ່ອງ​ທ່ຽວ, ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນ​ດີ​ຈີ​ຕອນ, ຫັນ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ເປັນ​ດີ​ຈີ​ຕອນ, ໂຄ​ສະ​ນາ​ທາງ​ແຟ​ຣດ​ຟອມ​ດີ​ຈີ​ຕອນ ແລະ ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ, ທ່ານ ຟາມເຕິມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

“ດ້ຽນບຽນ ບໍ່​ຂາດ​ແຄນ​ຊັບ​ພະ​ຍາ​ກອນ ແຕ່​ຕ້ອງ​ການ​ຄວາມ​ເປັນ​ເອ​ກະ​ພາບ ເພື່ອ​ເຊື່ອມ​ລະ​ຫວ່າງ​ປະ​ຫວັດ​ສາດ​ສີ​ສັນ​ບັນ​ດາ​ເຜົ່າ, ນ້ຳ​ໃຈ ດ້ຽນ​ບຽນ, ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ຄາດຫວັງ​ພັດ​ທະ​ນາ​ໃໝ່. ດ້ຽນ​ບຽນ ແທດ​ເໝາະເພື່ອ​ຂະ​ຫຍາຍ​ລາຍ​ການ​ປະ​ຫວັດ​ສາດ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ສົມ​ທົບ​ກັບ​ເຕັກ​ໂນ​ໂລຢ​ີ​​ທັນ​ສະ​ໄໝ ດ້ວຍ​ສິ​ລະ​ປະ​ພື້ນ​ເມືອງເຂດ ເຕິຍ​ບັກ ເພື່ອ​ເລົ່າ​ເລື່ອງ ດ້ຽນ​ບຽນ​ຝູ໋ ດ້ວຍ​ການ​ຄົ້ນ​ຫາ​ຕົວ​ຈິງ”.

ສາງວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ 19 ຊົນ​ເຜົ່າ ແລະ ລວງ​ເລິກ​ປະ​ຫວັດ​ສາດ ກໍ່​ແມ່ນ​ປັດ​ໄຈ​ດຶງ​ດູດ​ແຂກ​ມາ​ທ່ຽວມາ​ທ່ຽວ​ຢູ່ ດ້ຽນ​ບຽນ. ຂະ​ນະ​ທີ່​ບັນ​ດາ​ຄຸນ​ຄ່າ​ທ້ອງ​ຖິ່ນໄດ້​ຮັບ​ຄວາມ​ເຄົາ​ລົບ ແ​ລະ ອະ​ນຸ​ລັກ​ຢ່າງ​ໝັ້ນ​ຄົງ, ສົມ​ທົບ​ກັບ​ບັນ​ດາ​ປັດ​ໄຈ​ຄົ້ນ​ຫາ​ທີ່​ທັນ​ສະ​ໄໝ, ດ້ຽນ​ບຽນ ຍາມ​ໃດ​ກໍ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ບໍ່​ອາດ​ທົດ​ແທນ​ໄດ້ ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ.