VOV WorldVOV World
ຂີດໝາຍ 60 ປີຂອງຂະແໜງຮູບເງົາຫວຽດນາມ ຜ່ານ ງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18
28/10/2013 13:02
ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມ ຄັ້ງທີ 18 ປີ 2013 ທີ່ຫາກໍອັດລົງຢູ່ແຂວງ ກວາງນິງ ​ແມ່ນ​ເຫດການ​ວັດທະນະທຳທີ່​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ບັນດາ​ນິຍົມ​ຮູບ​ເງົາ​ໃນ​ທົ່ວ​ປະ​ເທດ
ຂີດໝາຍ 60 ປີຂອງຂະແໜງຮູບເງົາຫວຽດນາມ ຜ່ານ ງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18
ພິທີໄຂງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18 (ພາບ: http://dantri.com.vn )    ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມ ຄັ້ງທີ 18 ປີ 2013 ທີ່ຫາກໍອັດລົງຢູ່ແຂວງ ກວາງນິງ ​ແມ່ນ​ເຫດການ​ວັດທະນະທຳທີ່​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ບັນດາ​ນິຍົມ​ຮູບ​ເງົາ​ໃນ​ທົ່ວ​ປະ​ເທດ. ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມຄັ້ງ​ນີ້​ບໍ່​ພຽງ​ແຕ່​ເຊີດ​ຊູ, ມອບ​ລາງວັນ​ໃຫ້​ແກ່​ບັນດາ​ຜູ້​ກຳກັບ​ການສະ​ແດງ, ຮູບ​ເງົາ​ທີ່​ດີ​ເດັ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປີນ​ລຸ່ນຕ່າງໆ ທົບ​ທວນຄືນ​ມູນ​ເຊື້ອ​ປະຫວັດ ສາດ​ຜ່ານ 60​ ປີຂອງ​ພື້ນຖານ​ຮູບ​ເງົາຫວຽດນາມ.       ນັບ​ຕັ້ງ​ແຕ່​ທ່ານ​ປະທານ​ໂຮ່ຈິ​ມິນ​ເຊັນ​ລັດຖະດຳລັດ​ສ້າງ​ຕັ້ງ​ຂະ​ແໜງຮູບ​ເງົາ​ເມື່ອ​ປີ 1953 ມາ​ຮອດ​ປະຈຸ​ບັນ, ຂະ​ແໜງ ຮູບ​ເງົາ​ຫວຽດນາມ​ໄດ້​ຜ່ານ​ຜ່າ​ບັນດາ​ໄລຍະ​ແຫ່ງ​ປະຫວັດສາດ​ຂອງ​ຊາດ ​ແລະ ​ໄດ້​ບັນດາ​ລຸ​ບັນດາ​ຜົນ​ງານ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ. ຂີດ​ໝາຍ​ສຳຄັນ​ທຳ​ອິດ​ຂອງ​ພື້ນຖານ ຮູບ​ເງົາ​ປະຕິວັດ​ຫວຽດນາມ ​ແມ່ນ ຮູບ​ເງົາ​ເລື່ອງ : ຮ່ວມ​ແມ່ນ​ນ້ຳ​ສາຍ​ດຽວ ຊຶ່ງ​ໄດ້​ຮັບ​ການ​ຜະລິດ ​ແລະ ນຳ​ມາ​ສາຍ​ຮັບ​ໃຊ້​ມວນ​ຊົນ​ເມື່ອປີ 1959, ຮູບ​ເງົາ​ເລື່ອງ​ນີ້​ໄດ້​ຕິດ​ພັນ​ກັບ​ການ​ສ້າງ​ຕັ້ງ​​ໂຮງ​ຜະລິດ​ຮູບ​ເງົາ​ເລື່ອ​ງຫວຽດນາມ. ຫຼັງ​ຈາກ​ນັ້ນ, ມີຮູບ​ເງົາຫຼາຍ​ເລື່ອງ​​ໃນ​ໄລຍະ​ນີ້ ​ໄດ້​ບັນລຸ​ມາດຖານ​ທັງ​ດ້ານ​ເນື້ອ​ໃນກໍ​ຄື​ຮູບ​ການສະ​ແດງຄື ຮູບ​ເງົາ​ເລື່ອງ :
TAG
vov/vovworld/ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມ