VOV WorldVOV World
ຄວາມງາມຂອງສິລະປະຂັບເຈົາວັນໃນງານມະໂຫລານຢູ່ເຫ້ວ
18/06/2018 11:05
(VOVWORLD) -ງານມະໂຫລານຂັບເຈົາວັນທົ່ວປະເທດຫາກໍ່ຖືກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວຈັດຕັ້ງຂຶ້ນເມື່ອທ້າຍເດືອນ ເມສາ ປີ 2018 ຢູ່ແຂວງເທື່ອທຽນເຫ້ວ. ນີ້ແມ່ນງານມະໂຫລານຄັ້ງທີສອງພາຍຫຼັງທີ່ມໍລະດົກກ່ຽວກັບການປະຕິບັດການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມຖືກອົງການ UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ສືບຕໍ່ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງປະເພດສິລະປະພື້ນເມືອງນີ້
ຄວາມງາມຂອງສິລະປະຂັບເຈົາວັນໃນງານມະໂຫລານຢູ່ເຫ້ວ
ນາງທຽມໃນພິທີເຂົ້າຊົງ  ມີນັກສິລະປະການ, ສິລະປິນ ແລະ ນັກສະແດງຈຳນວນຫຼາຍກວ່າ 450 ຄົນທີ່ມາຈາກບັນດາທ້ອງຖິ່ນທີ່ມີການເຄື່ອນໄຫວເຫຼື້ອມໃສບູຊາພະແມ່ຢູ່ຫວຽດນາມໄດ້ທຳການສະແດງບັນດາບົດເພງຍ້ອງຍໍສັນລະເສີນຄວາມຮັກບ້ານເກີດເມືອງນອນປະເທດຊາດ ແລະ ຊາວຫວຽດນາມພ້ອມກັບມູນເຊື້ອແຫ່ງການສ້າງສາປະເທດຊາດຂອງຊາວຫວຽດນາມ. ໃນເວລາ 4 ວັນແຕ່ວັນທີ 26 ຫາ 29 ເມສາຢູ່ບັນດາເວທີສະແດງໃນແຂວງເທື່ອທຽນເຫ້ວແມ່ນເຕັມໄປດ້ວຍສີສັນ ຫຼາກຫຼາຍ ແລະ ສຽງດົນຕີ, ສຽງຂັບລຳທຳເພງທີ່ຟົດຟື້ນດ້ວຍບັນດາລາຍການຂັບເຈົາວັນ.       
TAG
VOV/VOVworld/ສິ​ລະ​ປະ/ຂັບ​ເຈົາ​ວັນ