VOV WorldVOV World
ສິລະປະດົນຕີຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ-ວັດທະນະທຳທີ່ດູດດື່ມ
23/07/2018 13:10
(VOVWORLD) -ເມື່ອຮອດຍາມຄ້ອຍຄ່ຳ, ຊີວິດຂອງປະຊາຊົນເບິ່ງຄືວ່າກໍ່ໄດ້ມິດງຽບລົງ ແຕ່ກໍ່ແມ່ນຈຸດເວລາທີ່ຜູ້ຄົນທັງຫຼາຍ ເຫັນໄດ້ເຖິງຄວາມງາມ ຂອງຄຸ້ມຖະໜົນເກົ່າ. ແຂກທ່ອງທ່ຽວເມື່ອຍ່າງເລາະຕາມຖະໜົນເກົ່າສາຍຕ່າງໆໃນບໍລິເວນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃນຍາມຄ້ອຍຄ່ຳທ້າຍອາທິດ ກໍ່ລ້ວນແຕ່ມີໂອກາດໄດ້ຄົ້ນຫາການດຳລົງຊີວິດ ຂອງປະຊາຊົນຢູ່ຄຸ້ມຖະໜົນເກົ່າ ໃນຍາມຄ່ຳຄືນ, ແຂກທ່ອງທ່ຽວຈະໄດ້ຮັບຊົມ ການສະແດງດົນຕີພື້ນເມືອງ ແລະ ດົນຕີທັນສະໄໝປະເພດຕ່າງໆ. ການດຳລົງຊີວິດນີ້ ໄດ້ປະກອບສ່ວນສ້າງຈຸດວັດທະນະທຳທີ່ດູດດື່ມ ຂອງນະຄອນຫຼວງຮ່າໂນ້ຍ
ສິລະປະດົນຕີຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ-ວັດທະນະທຳທີ່ດູດດື່ມ
 ສິລະປະດົນຕີຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ ໃນລິເວນອັນຄັບແຄບ ຢູ່ຕາມຖະໜົນເກົ່າສາຍຕ່າໆ, ແຂກທ່ອງທ່ຽວສາມາດໄດ້ຮັບຟັງສິລະປະດົນຕີພື້ນເມືອງ ຂອງຫວຽດນາມ. ນັ້ນແມ່ນ ການຂັບກາຈູ່ ຢູ່ສາລາກີມເງິນ ໃນຖະໜົນຫ່າງບາກ, ແລ້ວກໍ່ຮອດສິລະປະຂັບສຳ ຢູ່ບໍລິເວນຕະຫຼາດດົງຊວນ, ຫຼື ສິລະປະຂັບເຈົາວັນທີ່ຟົດຟື້ນມ່ວນຊື່ນ ຢູ່ແຈຖະໜົນໝ້າເມິຍ-ເລືອງງັອກກວຽນ. ຖະໜົນໝ້າເມິຍດ້ວຍແສງໄຟຍິບຍັບລຶກລັບມະຫັດສະຈັນ ເມື່ອຄ່ຳລົງມາໄດ້ກາຍເປັນຖະໜົນຍ່າງ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມລະຫຼິ້ນ ໃນສາມຄ່ຳຄືນທ້າຍອາທິດ. ຢູ່ໜ້າເຮືອນມໍລະດົກ ເລກທີ່ 87 ຖະໜົນໝາເມິຍ, ກໍ່ມີກອງດົນຕີ ພວມທຳການສະແດງດ້ວຍບັນດາຈັງຫວະທີ່ຈັບອົກຈັບໃຈ. ຢູ່ພະວິຫານເຮືອງເຕື້ອງ, ບັນດານັກສິລະປິນໄດ້ສະແດງ ຂັບເຈົາວັນເຊິ່ງແມ່ນສິລະປະທີ່ດູດດື່ມ. ທັງໄດ້ຮັບຟັງສຽງຂັບຮ້ອງ, ແຂກທ່ອງທ່ຽວທັງໄດ້ຮັບຟັງແນະນຳກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ເພື່ອມີຄວາມເຂົ້າໃຈຕື່ມກ່ຽວກັບຊາວຮ່າໂນ້ຍ. ນາງ ເລທິເຮືອງ ຢູ່ເມືອງດົ໋ງດາ ຮ່າໂນ້ຍ ໃຫ້ຮູ້ວ່າ:     “ນັບແຕ່ມື້ມີລາຍການຂັບເຈົາວັນມາສະແດງຢູ່ທີ່ນີ້,  ຂ້າພະເຈົ້າໄດ້ມາຊົມຕະຫຼອດ ເພາະວ່າຂ້າພະເຈົ້າມີຄວາມຊົມຊອບສິລະປະ ປະເພດນີ້, ມານີ້ໄດ້ຮັບຟັງ ບັນດາສິລະປິນອາຊີບສະແດງ ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ”.         ມີແຂກທ່ອງທ່ຽວຊາວຕ່າງປະເທດ ກໍ່ໄດ້ແວ່ຢາມຄຸ້ມຖະໜົນເກົ່າຫຼາຍທີ່ສຸດ ເພື່ອຮັບຊົມການສະແດງສິລະປະດົນຕີ ຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ບໍ່ພຽງແຕ່ມີຂັບເຈົາວັນ, ຂັບກາຈູ່, ຂັບສຳ ທີ່ພັດປ່ຽນກັນສະແດງຢູ່ຕາມສາລາ, ວິຫານໃນບໍລິເວນຄຸ້ມຖະໜົນເກົ່າເທົ່ານັ້ນ, ຫາກຍັງມີບັນດາເວທີສະແດງສິລະປະທັນສະໄໝ ຢູ່ຫຼາຍສະຖານທີ່ໃນຖະໜົນເກົ່າ ຫຼາຍສາຍອີກດ້ວຍ. ຢູ່ແຈຖະໜົນຫ່າງໄຢ ເລືອງງັອກກວຽນ ຫຼື ຢູ່ໜ້າປະຕູໂຂງຕະຫຼາດດົງຊວນ ກໍ່ມີບັນດາເວທີສະແດງມະຫາຊົນທີ່ດູດດື່ມ. ຜູ້ຊົມ, ແຂກທ່ອງທ່ຽວຫຼາຍຄົນ ກໍ່ໄດ້ຂຶ້ນເວທີສະແດງເພື່ອເຕັ້ນລຳ, ຂັບຮ້ອງພ້ອມກັບກອງດົນຕີ, ອັນໄດ້ສ້າງບັນຍາກາດແຫ່ງສິລະປະທີ່ ຟົດຟຶື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ. ທ່ານ ຫວຽນຍືຮ໋ຽວ ສັງກັດບໍລິສັດທ່ອງທ່ຽວທາງໄກ ເບ໋ນແທັງ, ຮ່າໂນ້ຍ ໃຫ້ຮູ້ວ່າ:
TAG
VOV/VOVworld/ດົນ​ຕີ/ຖະ​ຫ​ນົນ​ເກົ່າ