VOV WorldVOV World
ສິລະປິນໂງຮົ່ງກວາງ-ຜູ້ນຳດົນຕີພື້ນເມືອງ ເຈືອຈານເຂົ້າກັບດົນຕີຍຸກປັດຈຸບັນ
16/07/2018 11:31
(VOVWORLD) - ສິລະປິນ ໂງຮົ່ງກວາງ ຫາກໍ່ໃຫ້ສະເໜີຕົວຕໍ່ຜູ້ຊົມ album ໃໝ່ “ນາມຍີ” ໃນລາຍການສະແດງຢູ່ສູນວັດທະນະທຳ ຝະລັງ ໃນມື້ທ້າຍຂອງເດືອນ ມິຖຸນາ ປີ 2018. ເປັນຄັ້ງທຳອິດທີ່ ໂງຮົ່ງກວາງ ໄດ້ປະສານສົມທົບລະຫວ່າງດົນຕີພື້ນເມືອງ ແລະ ສິລະປະດົນຕີ beatbox ໃນຜະລິດຕະພັນດົນຕີຂອງຕົນ. “ນາມຍີ” ກໍ່ແມ່ນ album ໃໝ່ສຸດຂອງສິລະປິນ ໂງຮົ່ງກວາງ, ຖັດຈາກ “Hanoi Duo”, ຊຶ່ງໂງຮົ່ງກວາງ ໄດ້ສົມທົບພ້ອມກັນສິລະປິນດົນຕີ Jazz ຊາວຝະລັງ ເຊື້ອຊາດຫວຽດ ຫງວຽນເລ ຜະລິດ ແລະ ໄດ້ສະເໜີຕົວຕໍ່ຜູ້ຊົມ ເມື່ອປີ 2017
ສິລະປິນໂງຮົ່ງກວາງ-ຜູ້ນຳດົນຕີພື້ນເມືອງ ເຈືອຈານເຂົ້າກັບດົນຕີຍຸກປັດຈຸບັນ
ສິລະປິນ ໂງຮົ່ງກວາງ   ຄ່ຳຄືນສະແດງ “ນາມຍີ” ໄດ້ເລີ່ມຂຶ້ນດ້ວຍລາຍການສະແດງ ເສບພິນຕິ້ງທີ່ມີຊື່ວ່າ ຄວາມຮັກດົນຕີຂອງສິລະປິນ ໂງຮົ່ງກວາງ. ດ້ວຍສິລະປະການເສບເຄື່ອງດົນຕີທີ່ຍອດຢ້ຽມ, ນັບແຕ່ເວລາເປີດສາກ, ໂງຮົ່ງກວາງ ໄດ້ເຮັດໃຫ້ຜູ້ຊົມທັງ ຫຼາຍຫຼົງໄຫຼເຂົ້າກັບຈັ່ງຫວະສຽງດົນຕີຂອງຕົນ. ເວລາ ກວາງສະແດງໄດ້ເຄິ່ງໜຶ່ງຂອງບົດດົນຕີ, ສິລະປິນ beatbox ຈຸງບາວ ໄດ້ປະກົດຕົວ ແລະ ໄດ້ປະສານສຽງດົນຕີຂອງຕົນກັບສຽງພິນຕິ້ງ, ລາຍການສະແດງຂອງສິລະປິນສອງຄົນນີ້, ໃນທັນທີໄດ້ດຶງດູດຜູ້ຊົມທັງຫຼາຍ. ພາກທີ່ໜຶ່ງຂອງຄ່ຳຄືນສະແດງ “ນາມຍີ” ແມ່ນຟົດຟື້ນທີ່ສຸດ ດ້ວຍບົດດົນຕີ: ຄວາມຮັກດົນຕີ; ໄປຊອກຫາ; ກັບຄືນສູ່ໂນນພູ. ພາກທີ່ສອງຂອງຄ່ຳຄືນສະແດງ, ໂງຮົ່ງກວາງ ໄດ້ເລືອກເອົາບົດດົນຕີ: ນັ່ງຂີ່ເຮືອ, ຂຶ້ນແດນສະຫວັນ, ຄືນວານນີ້, ຄິດຮອດໝູ່, ຄິດຮອດຄິດເຖິງຫຼາຍໃນ album “ນາມຍີ” ເພື່ອທຳການສະແດງຕໍ່ຜູ້ຊົມຊາວ ຮ່າໂນ້ຍ.          ໃນ album “ນາມຍີ”, ໂງຮົ່ງກວາງ ມີຄວາມເກັ່ງກ້າສາມາດ ຂະນະທີ່ຍັງຄົງຮັກສາສີສັນຂອງ ຂັບກວານເຮາະ, ຂັບສຳ, ຂັບລຳເຜົ່າມົ້ງ, ແຕ່ດ້ານອື່ນຍັງໄດ້ດັດສ້າງດົນຕີພື້ນເມືອງ ດ້ວຍວິທີຊອກຫາຊ່ອງຫວ່າງຂອງດົນຕີພື້ນເມືອງເພື່ອນຳເອົາດົນຕີ beatbox ປະສານເຂົ້ານຳກັນ. ການປະສົມປະສານລະຫວ່າງ ປະເພດດົນຕີນີ້ໄດ້ສ້າງເປັນດົນຕີປະເພດໜຶ່ງທີ່ແປກປະລາດ. ກ່ຽວກັບການປະສົມປະສານລະຫວ່າງດົນຕີ beatbox ກັບຂັບກວານເຮາະ.      ໂງຮົ່ງກວາງ ໃຫ້ຮູ້ວ່າ:
TAG
VOV/VOVworld/ສິ​ລະ​ປີນ