ວັນບຸນປຶ້ມ-ວັນບຸນຂອງວັດທະນະທຳການອ່ານ
26/08/2018 15:21
(VOVWORLD) -ນັບແຕ່ປີ 2014 ມານີ້, ບັນດາເຫດການທີ່ກ່ຽວຂ້ອງ ເຖິງການໂຄສະນາ, ແນະນຳປຶ້ມອ່ານ ໄດ້ຖືກຈັດຂຶ້ນປະຈຳປີ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ຄິດສະເລ່ຍ ບັນດາງານບຸນປຶ້ມ, ງານວາງສະແດງປຶ້ມ, ງານຕະຫຼາດນັດປຶ້ມກໍໄດ້ຖືກຈັດຂຶ້ນປະມານ 3-4 ເດືອນຕໍ່ຄັ້ງ, ອັນໄດ້ດຶງດູດຜູ້ອ່ານໃນທຸກເກນອາຍຸ ມາຮ່ວມຢ່າງຫຼວງຫຼາຍ. ບັນດາວັນບຸນປຶ້ມ ບໍ່ພຽງແຕ່ແມ່ນສະຖານທີ່ຊື້ຂາຍປຶ້ມເທົ່ານັ້ນ, ຫາກຍັງໄດ້ດຳເນີນແມ່ນເພື່ອແນໃສ່ສ້າງຄວາມລຶ້ງເຄີຍໃນການອ່ານ, ຊື້ປຶ້ມໃຫ້ແກ່ວົງຄະນະຍາດ ໂດຍຜ່ານບັນດາການເຄື່ອນໄຫວເປັນປະຈຳ, ເພີ່ມທະວີຄວາມຜູກຮັດລະຫວ່າງບັນດາຜູ້ອ່ານປຶ້ມ

ວັນບຸນປຶ້ມ ລະດູໃບໄມ້ຫຼົ່ນ ປີ 2018 ໃນບໍລິເວນທີ່ກວ້າງຂວາງຢູ່ສວນສາທາລະນະ ຖົງເຍິດ ຢູ່ຮ່າໂນ້ຍພວມຈັດ “ວັນບຸນປຶ້ມ ລະດູໃບໄມ້ຫຼົ່ນ ປີ 2018”. ວັນບຸນປຶ້ມຄັ້ງນີ້ໄດ້ດຶງດູດ 50 ຫົວໜ່ວຍພິມຈຳໜ່າຍ, ຈຳໜ່າຍ, ການສຶກສາບຳລຸງສ້າງ ດ້ວຍຮ້ານວາງສະແດງເກືອບ 60 ຮ້ານ. ນີ້ແມ່ນສະຖານທີ່ ທີ່ຜູ້ອ່ານສະມາດຊອກເຫັນ ບັນດາສິ່ງພິມທີ່ຫາກໍພິມຈຳໜ່າຍໃໝ່ສຸດ ຖືກພິມຈຳໜ່າຍຕາມຫຼາຍຫົວເລື່ອງ ທີ່ອຸດົມສົມບູນ ແລະ ໃນຫຼາຍຂົງເຂດເຊັ່ນ: ການເມືອງ, ກົດໝາຍ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ປຶ້ມກ່ຽວກັບການສຶກສາ, ວັດທະນະທຳ, ວັດທະນະທຳ - ສັງຄົມ, ສາສະໜາ… ອັນໄດ້ຕອບສະໜອງຄວາມຕ້ອງການ ຂອງເປົ້າໝາຍຜູ້ອ່ານຫຼາຍຄົນ. ນາງ ຫງວຽນທິເຮືອງ ຢູ່ຕາແສງ ຫຼາງຫະ, ຮ່າໂນ້ຍ ເວົ້າວ່າ: “ຂ້າພະເຈົ້າມັກອ່ານປຶ້ມທີ່ສຸດ, ດັ່ງນັ້ນ ເມື່ອມີບັນດາວັນບຸນປຶ້ມເຊັ່ນນີ້, ແລະ ເມື່ອມີເວລາ, ຂ້າພະເຈົ້າກໍ່ໄດ້ໄປເຂົ້າຮ່ວມ. ວັນບຸນປຶ້ມນີ້ ກໍ່ມີຫຼາຍຫົວໜ່ວຍພິມຈຳໜ່າຍ ເຄີຍມີປື້ມມ່ວນ, ປຶ້ມດີ, ຍົກຕົວຢ່າງເຊັ່ນ ກີມດົ່ງ ກໍ່ເຄີຍມີປຶ້ມຂອງເດັກ, ແມ່ຍິງກໍ່ແມ່ນຂົງເຂດທີ່ມີປຶ້ມອຸດົມສົມບູນ, ດັ່ງນັ້ນ ຂ້າພະເຈົ້າມານີ້ເພື່ອເລືອກເອົາຫຼາຍຫົວເລື່ອງ, ລາຄາກໍ່ຖືກຫຼຸດລົງອີກ”. ພ້ອມກັບບັນດາການເຄື່ອນໄຫວແນະນຳປຶ້ມ, ຢູ່ບັນດາຮ້ານວາງສະແດງ ກໍ່ຍັງຈັດໃຫ້ມີບັນດາລາຍການບໍລິຈາກປຶ້ມເກົ່າເພື່ອມອບໃຫ້ ພວກນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນໃນໂຄງການ “ຕູ້ປຶ້ມເຂດພູສູງ” ອັນໄດ້ປະກອບສ່ວນສ້າງ 1000 ຕູ້ປຶ້ມໃຫ້ແກ່ເດັກນ້ອຍຢູ່ເຂດພູສູງ ຕາຢາເຄົາ, ເມື່ອງເຄືອງ, ແຂວງ ລາວກາຍ. ທ່ານ ຫງວຽນ ງອັກ ບາວ ຮອງຫົວໜ້າກົມ ພິມຈຳໜ່າຍ, ການພິມ, ຈຳໜ່າຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມຫວັງວ່າ ບັນດາການເຄື່ອນໄຫວ ໃນວັນບຸນປຶ້ມຈະສ້າງ ເປັນຂົວເຊື່ອມຕໍ່ ລະຫວ່າງບັນດາຜູ້ເຮັດວຽກງານ ພິມຈຳໜ່າຍກັບຜູ່ອ່ານ, ພິເສດແມ່ນການຜູກຮັດລະຫວ່າງ ການຜະລິດ ດຳເນີນທຸລະກິດ ແລະ ຕະຫຼາດ. ຈຸດໝາຍຂອງວັນບຸນປຶ້ມແມ່ນບໍ່ຖືເອົາຜົນກຳໄລທາງດ້ານເສດຖະກິດແມ່ນ ສຳຄັນ ແຕ່ຖືປະສິດທິຜົນທາງດ້ານສັງຄົມ ແມ່ນເໜືອກວ່າສ່ິງໃດໝົດ ເພື່ອແນໃສ່ເປົ້າໝາຍ ທີ່ພວກເຮົາຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນ ແລະ ພັດທະນາວັດທະນະທຳວົງຄະນະຍາດ”. ວັນບຸນປຶ້ມລະດູໃບໄມ້ຫຼົ່ນ ແມ່ນໜຶ່ງໃນບັນດາວັນບຸນ ຖືກຈັດຂຶ້ນປະຈຳປີ, ນອນໃນບັນດາເຫດການໂຄສະນາປືຶ້ມອ່ານ, ປະກອບສ່ວນ ຍົກສູງຄຸນນະພາບ ວັດທະນະທຳການອ່ານ ຂອງມວນຊົນ. ໃນແຕ່ລະປີ ກໍ່ອາດຈະເວົ້າເຖິງບາງເຫດການໃຫ່ຍເຊັ່ນ ວັນບຸນປຶ້ມລະດູບານໃໝ່, ວັນບຸນປຶ້ມລະດູໃບໄມ້ຫຼົ່ນ, ວັນບຸນປຶ້ມຫວຽດນາມ, ວັນບຸນປຶ້ມ ຮ່າໂນ້ຍ… ນາງ ຄຸກທິຮວາເຟື້ອງ ຜູ້ອຳນວຍການ ສຳນັກພິມແມ່ຍິງຖືວ່າ: “ນີ້ແມ່ນວັນບຸນຂອງທົ່ວປວງຊົນ ດ້ວຍວັດທະນະທຳ ການອ່ານ ແລະ ວັນບຸນຂອງບັນດາຜູ້ເຮັດປຶ້ມ. ມາຮ່ວມວັນບຸນປຶ້ມເຊັ່ນນີ້, ພວກຂ້າພະເຈົ້າໄດ້ພົບປະ ແລກປ່ຽນທາງດ້ານວິຊາຊີບ ແລະ ຜູ້ອ່ານກໍ່ໄດ້ພົບປະກັນ ເພື່ອແລກປ່ຽນບັນດາເນື້ອໃນ ຂອງບັນດາປຶ້ມອ່ານຕ່າງໆ ແລະ ສາມາດຊອກຫາໄດ້ປຶ້ມອ່ານທີ່ມ່ວນ ທີ່ດີ ດ້ວຍຄວາມສົນໃຈທີ່ສຸດ. ສຳລັບວັນບຸນປຶ້ມໃຫ່ຍ, ທຸກຄົນກໍ່ໄດ້ມານີ້ ເພື່ອເລືອກເອົາປຶ້ມອ່ານຕ່າງໆທີ່ຕົນຊົມຊອບ. ນີ້ກໍ່ແມ່ນຄວາມສຸກສຳລັບບັນດາຜູ້ເຮັດປຶ້ມ”. ແຕ່ລະເຫດການກ່ຽວກັບປຶ້ມອ່ານ ກໍ່ລ້ວນແຕ່ຕິດພັນກັບ ຫົວເລື່ອງທີ່ມີຄວາມໝາຍເຊັ່ນ “ປຶ້ມອ່ານ-ພູມປັນຍາສ້າງອະນາຄົດ”. “ປຶ້ມອ່ານ ແລະ ເລີ່ມທຸລະກິດ”, “ປຶ້ມອ່ານກັບຄອບຄົວ”, “ປຶ້ມອ່ານແມ່ນເພື່ອນທີ່ສະໜິດສະໝົມ”, “ປຶ້ມອ່ານ-ພູມປັນຍາ ແລະ ພັດທະນາສັງຄົມ”… ທັງໝົດເຫຼົ່ານີ້ ກໍ່ລ້ວນມຸ່ງໄປສູ່ເປົ້າໝາຍ ເພື່ອຢັ້ງຢືນ, ເຊີດຊູຄຸນຄ່າ, ທີ່ຕັ້ງ ແລະ ຄວາມສຳຄັນຂອງປຶ້ມອ່ານ ທີ່ມີຕໍ່ຊີວິດສັງຄົມ; ເຊີດຊູຜູ້ອ່ານປຶ້ມ ແລະ ບັນດາຜູ້ເຂົ້າຮ່ວມເກັບກຳ, ຮຽບຮຽງ ແຕ່ງປຶ້ມ, ພິມຈຳໜ່າຍ ແລະ ໂຄສະນາປື້ມອ່ານ. ເພື່ອນ ເວືອງເຍິດແອັງ ນັກສຶກສາ ສັງກັດສະຖາບັນຄຸ້ມຄອງການສຶກສາ ໃຫ້ຂໍ້ສັງເກດວ່າ:
TAG
VOV/VOVworld/ປຶ້ມອ່ານ
Related








