ວັນກາບກອນຫວຽດນາມ- ຈຸດນັດພົບຂອງບັນດາຜູ້ນິຍົມກາບກອນ
07/03/2016 10:10
(Vovworld) - ນັບແຕ່ 14 ປີມານີ້, ໂດຍໄດ້ເປັນທຳນຽມແລ້ວ, ເມື່ອຮອດ ວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນ

(Vovworld) - ນັບແຕ່ 14 ປີມານີ້, ໂດຍໄດ້ເປັນທຳນຽມແລ້ວ, ເມື່ອຮອດ ວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຢູ່ ນະຄອນຫລວງ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ໄດ້ດຳເນີນເຫດການວັນກາບກອນຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ບັນດາ ນັກກະວີ, ນັກປະພັນວັນນະຄະດີ ກໍຄື ຜູ້ນິຍົມກາບກອນ ຫວຽດນາມ ໄດ້ພົບປະກັນ, ແລກປ່ຽນ ແລະ ແບ່ງປັນນຳກັນບັນດາບົດກະວີທີ່ຕົນເອງປະດິດແຕ່ງໃນຕະຫລອດປີຜ່ານມາ. ພ້ອມກັນນັ້ນ ແຕ່ລະສະຖານທີ່ຈັດຕັ້ງວັນກາບກອນຫວຽດນາມ ຢູ່ ແຕ່ລະທ້ອງຖິ່ນນັ້ນ ກໍແມ່ນເຫດການວັດທະນະທຳທີ່ເປັນເອກະລັກສະເພາະ, ແມ່ນບອ່ນພົບເຫັນບັນດາຜູ້ມີຄວາມເກັ່ງກ້າສາມາດໃນການປະດິດແຕ່ງບົດກະວີ ແລະ ປະກອບສ່ວນນຳກາບກອນໃກ້ຊິດຕິດແທດກັບຜູ້ນິຍົມກາບກອນກວ່າ.
TAG
vovworld/ວັນກາບກອນ
Related








