logo

ກົດໝາຍ 6 ສະບັບມີຜົນບັນຄັບໃຊ້ນັບແຕ່ວັນທີ 01 ມີນາ: ການເລີ່ມຕົ້ນແຫຼ່ງກຳລັງເພື່ອພັດທະນາທີ່ດີ

2026/3/1 | 11:32:03
(VOVWORLD) - ສິ່ງທີ່ໜ້າສົນໃຈ, ກົດໝາຍວ່າດ້ວຍປັນຍາປະດິດ 2025 ແມ່ນກົດໝາຍສະບັບທຳອິດຢູ່ ຫວຽດນາມ ທີ່ກຳນົດກ່ຽວກັບປັນຍາປະດິດ (AI), ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນ ທັນວາ 2025.
(ພາບປະກອບ: Cnet)

ແຕ່ວັນທີ 01 ມີນາ, ກົດໝາຍໃໝ່ 6 ສະບັບເລີ່ມມີຜົນບັງຄັບໃຊ້, ລວມມີ: ກົດໝາຍວ່າດ້ວຍປັນຍາປະດິດ 2025; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ 2025; ກົດໝາຍວ່າດ້ວຍການຟື້ນຟູ, ລົ້ມລະລາຍ 2025; ກົດໝາຍວ່າດ້ວຍການລົງທຶນ 2025; ກົດໝາຍວ່າດ້ວຍການວາງແຜນຜັງ 2025 ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບແຫ່ງລັດ 2025.

ໃນນັ້ນ, ສິ່ງທີ່ໜ້າສົນໃຈ, ກົດໝາຍວ່າດ້ວຍປັນຍາປະດິດ 2025 ແມ່ນກົດໝາຍສະບັບທຳອິດຢູ່ ຫວຽດນາມ ທີ່ກຳນົດກ່ຽວກັບປັນຍາປະດິດ (AI), ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນ ທັນວາ 2025. ເລື່ອງສ້າງກົດໝາຍນີ້ແມ່ນເພື່ອສ້າງຂອບເຂດນິຕິກຳທີ່ເປັນເອກະພາບໃຫ້ແກ່ການພັດທະນາ ແລະ ການນຳໃຊ້ປັນຍາປະດິດ, ຮັບປະກັນການພັດທະນາຢ່າງປອດໄພ, ມີຄວາມຮັບຜິດຊອບ ແລະ ເພື່ອມະນຸດ; ຊຸກຍູ້ປັນຍາປະດິດໃຫ້ກາຍເປັນພື້ນຖານໂຄງລ່າງພູມປັນຍາແຫ່ງຊາດ, ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕທາງສະມັດຕະພາບ, ນະວັດຕະກຳ… ກົດໝາຍວ່າດ້ວຍປັນຍາປະດິດກໍ່ສະຫງວນຫຼາຍກົນໄກບຸລິມະສິດເພື່ອຊຸກຍູ້ການພັດທະນາລະບົບຊີວະພາບເຕັກໂນໂລຊີດີຈີຕອນຂອງ ຫວຽດນາມ.

ສະພາແຫ່ງຊາດກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ 2025 ໃນເດືອນ ທັນວາ 2025 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມີນາ ດ້ວຍຫຼາຍຈຸດໃໝ່ຕາມທິດໂປ່ງໃສ, ກະຈ່າງແຈ້ງກວ່າໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ຕາມນັ້ນແລ້ວ, ກົດໝາຍໄດ້ຫຼຸດຜ່ອນຂະແໜງ, ອາຊີບລົງທຶນດຳເນີນທຸລະກິດໂດຍມີເງື່ອນໄຂລົງຫຼາຍ. ນັກລົງທຶນຕ່າງປະເທດສາມາດສ້າງຕັ້ງວິສາຫະກິດກ່ອນທີ່ຈະມີໂຄງການໄດ້, ຖ້າຕອບສະໜອງເງື່ອນໄຂເຂົ້າເຖິງຕະຫຼາດ.

TAG
VOV/VOVworld/​ພັດ​ທະ​ນາ/​ປັນ​ຍາ​ປະ​ດິດ/ຮັບ​ປະ​ກັນ/​ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ