ຄວາມສຸດຈິດສຸດໃຈ, ເປີດອົກເປີດໃຈ ແລະ ຈິງໃຈ ແມ່ນຈຸດລວມຂອງບັນດາເພື່ອນໜຸ່ມໃນກຸ່ມ link VN, ມີສະມາຊິກສົມບູນ 11 ຄົນ ແລະ ເພື່ອນຮ່ວມງານ 35 ຄົນ ສ່ວນຫຼາຍແມ່ນນັກສຶກສາຢູ່ມະຫາວິທະຍາໄລຕ່າງໆທີ່ຮ່າໂນ້ຍ ໄດ້ພົບປະກັນ, ພ້ອມກັນເຄື່ອນໄຫວອາສາສະໝັກ ແລະ ມີການກະທຳເພື່ອປະຊາຄົມ.

(vovworld)- ຄວາມສຸດຈິດສຸດໃຈ, ເປີດອົກເປີດໃຈ ແລະ ຈິງໃຈ ແມ່ນຈຸດລວມຂອງບັນດາເພື່ອນໜຸ່ມໃນກຸ່ມ link VN, ມີສະມາຊິກສົມບູນ 11 ຄົນ ແລະ ເພື່ອນຮ່ວມງານ 35 ຄົນ ສ່ວນຫຼາຍແມ່ນນັກສຶກສາຢູ່ມະຫາວິທະຍາໄລຕ່າງໆທີ່ຮ່າໂນ້ຍ ໄດ້ພົບປະກັນ, ພ້ອມກັນເຄື່ອນໄຫວອາສາສະໝັກ ແລະ ມີການກະທຳເພື່ອປະຊາຄົມ.
ຈຸດລວມຂອງບັນດາສະມາຊິກໃນກຸ່ມ link VN ນັ້ນແມ່ນຄວາມໜຸ່ມແໜ້ນ, ຂະຫຍັນຂັນເຂື່ອນ, ສຸດຈິດສຸດໃຈ, ກ້າຄິດກ້າທຳ. ເຂົາເຈົ້າລ້ວນແຕ່ປາຖະໜາຢາກອຸທິດສ່ວນ, ປະກອບກຳລັງທີ່ໜຸ່ມແໜ້ນ ເພື່ອເຮັດວຽກງານສ້າງຜົນປະໂຫຍດໃຫ້ແກ່ສັງຄົມ. ພວກເພື່ອນໄດ້ພ້ອມກັນສ້າງມາດຖານແຫ່ງການເຄື່ອນໄຫວຢ່າງເປັນເອກະພາບນັ້ນແມ່ນ: ເຊື່ອມຕໍ່ - ຮັບຟັງ - ມີຄວາມຮັບຜິດຊອບ - ຄວາມຍຸຕິທຳ ແລະ ສະນິດຕິດພັນ. ກຸ່ມ link VN ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ຕົ້ນປີ 2012, ແຕ່ກ່ອນນັ້ນ ພວກເພື່ອນໄດ້ພ້ອມກັນປະຕິບັດວຽກງານອາສາສະໝັກໄດ້ຫຼາຍວຽກງານ.
”ພວກນ້ອງໄດ້ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ ທຸງກວງ, ໂມກເຈົາ, ເຊີນລາ. ພວກນ້ອງໄດ້ລະດົມການບໍລິຈາກເພື່ອມອບຂອງຂວັນ, ໂສ້ງເສື້ອ, ປື້ມໃຫ້ແກ່ເດັກນ້ອຍ ກໍ່ຄືກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ຕ້ອງເສຍເງິນ…”

link VN ໝາຍຄວາມວ່າການເຊື່ອມຕໍ່, ດັ່ງນັ້ນບັນດາສະມາຊິກໃນໜ່ວຍລ້ວນແຕ່ປາຖະໜາຢາກເຊື່ອມຕໍ່ກັບທຸກຄົນເພື່ອມຸ່ງໄປສູ່ປະຊາຄົມ. Tran Thu Huong, ນັກຮຽນຫ້ອງ 12, ເຊິ່ງແມ່ນສະມາຊິກໜຸ່ມກວ່າໝູ່ໃນໜ່ວຍກໍ່ໄດ້ຢັ້ງຢືນວ່າ:
”link VN ເລີ່ມມາຈາກການເຄື່ອນໄຫວອາສາສະໝັກ, ແລະ ພາຍຫຼັງການເຄື່ອນໄຫວນັ້ນ ພວກນ້ອງຢາກສ້າງຂະບວນອາສາສະໝັກຫຼາຍກວ່າອີກ, ດັ່ງນ້ັນຈຶ່ງ ສ້າງຕັ້ງກຸ່ມ link VN ຂື້ນ ເພື່ອເປັນການພົບປະແລກປ່ຽນ ແລະ ຊ່ວຍເຫຼືອຄົນອື່ນທີ່ຍັງດ້ອຍໂອກາດໃນສັງຄົມ ”
ໃນເບື້ອງຕົ້ນທີ່ເຂົ້າຮ່ວມຂະບວນການເຄື່ອນໄຫວອາສາສະໝັກ, ບັນດາສະມາຊິກເຫັນວ່າຕ້ອງມີການເຄື່ອນໄຫວເປັນລະບົບ ສະນັ້ນຈຶ່ງຂໍການອຸປະຖຳ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ link VN ກໍໄດ້ຈັດຕ້ັງງານອາຫານເຈ ສຳເລັດ, ເຊິ່ງມີລາຄາ 65000-75000/ ຫົວ. ນາງ Duong hoai linh ໃຫ້ຮູ້ວ່າ:
“ທຳອິດພວກນ້ອງໄດ້ໄປຊອກຮູ້ວິທີການປຸງແຕ່ງຢູ່ຕາມຮ້ານອາຫານເຈແຫ່ງຕ່າງໆໃນຮ່າໂນ້ຍ, ຫຼັງຈາກນັ້ນຊື້ວັດຖຸດິບມາລວມຢູ່ເຮືອນໃຜຜູ້ຫນຶ່ງແລ້ວທຸກຄົນພ້ອມກັນເຮັດ. ບັນຍາກາດມ່ວນຊື່ນຫຼາຍ”
ທັງ ຫາຍ ແລະ ລິ່ງ ລ້ວນແຕ່ ຕົກສະເງີ້ຕໍ່ຜົນສຳເລັດໃນງານຄັ້ງນີ້. ນັກສຶກສາແຕ່ລະໂຮງຮຽນໄດ້ສ່າລືກັນແລະພ້ອມກັນປະກອບສ່ວນສ້າງເປັນຜົນສຳເລັດ. ນາງ ດັງແອັງກຽດ ນັກສຶກສາ ມະຫາວິທະຍາໄລ ຊັບພະວິຊາ ໃຫ້ຮູ້ວ່າ:
“ນ້ອງເຫັນວ່າ ງານລ້ຽງອາຫານເຈ ມີຄວາມໝາຍ, ບໍ່ພຽງແຕ່ເປັນໂອກາດໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກຮັກແພງກັບໝູ່ເພື່ອນເທົ່ານັ້ນ, ງານຄັ້ງນ້ີຍັງມີປະໂຫຍດຫຼາຍຢ່າງ ແລະ ຊ່ວຍໃຫ້ພວກນ້ອງນັກສຶກສາໄດ້ເຕົ້າໂຮມກັນ ເພື່ອແລກປ່ຽນ, ລະດົມກຳລັງໃຈສູ້ຊີວິດຢ່າງບໍ່ທໍ້ຖອຍ”

ຈຳນວນເງິນທີ່ໄດ້ມາຈາກການຈັດງານອາຫານເຈນັ້ນ, ກຸ່ມ link VN ຈະນຳໃຊ້ເພື່ອຈັດງານ ບຸນໄຫວ້ພະຈັນແບບບູຮານ. link VN ພຽງແຕ່ຢາກສ້າງເວທີເພື່ອແນະນຳ ແລະ ຮັກສາສີສັນວັດທະນະທຳພື້ນເມືອງທີ່ເປັນເອກະລັກໃຫ້ແກ່ນັກຮຽນປະຖົມ, ມັດທະຍົມ ຢູ່ບໍລິເວນ ເມືອງ ແທງຊວນ ແລະ ດົງດ່າ. ສ່ວນທ້າຍປີ link VN ຈະກັບມາຈັດຕັ້ງຢູ່ ຕາແສງ ທຸງກວງ, ໝົກເຈົ່າ ເພື່ອສະຫຼຸບຕີລາຄາໝາກຜົນຂອງຂະບວນການເຄື່ອນໄຫວ ແລະ ຊ່ວຍເຫຼືອເດັກປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກສອກຫຼີກ. ເພື່ອເສີມຂະຫຍາຍຂະບວນການອາສາສະໝັກໃໝ່ທີ່ມີປະສິດທິຜົນ, ຍຸດຕິທຳ, ໂປ່ງໃສ ແລະ ມີຄຸນນະພາບດີ.




