logo

ກຸ່ມ​ທະ​ນາຍ​ຄວາມ ຟີລິບ​ປິນ ຮຽກ​ຮ້ອງ​ ຈີນ ​​ຈົ່ງຢຸດ​ຕິ​ການ​ກະ​ທຳເກາະ​ຜິດ​ຢູ່ ທະ​ເລ​ຕາ​ເວັນ​ອອກ

2021/4/20 | 07:01:33
(VOVWORLD) -ບັນດາຜູ້ທີ່ມີຊື່ໃນຖະແຫຼງການນີ້ ໄດ້ສະແດງຄວາມສະໜັບສະໜູນ ຕໍ່ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໃນການຮຽກຮ້ອງໃຫ້ ຈີນຖອນກ່ຳປັ່ນ ທັງໝົດ ອອກຈາກເຂດທະເລຂອງ ຟີລິບປິນ.
(ພາບປະກອບ: Philstar)

ວັນທີ 19 ເມສາ, ກຸ່ມທະນາຍຄວາມ ຟີລິບປິນ ແລະ ບັນດາສາດສະດາຈານ ຟີລິບປິນ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການກະທຳທີ່ໄດ້ຮັບຖືວ່າ ແມ່ນການເກາະຜິດຢູ່ ທະເລຕາເວັນອອກ, ແທນທີ່ນັ້ນແມ່ນຕ້ອງຊ່ວຍເຫຼືອບັນດາປະເທດຕ້ານໂລກລະບາດໂຄວິດ - 19. ຖະແຫຼງການຂອງ ສາດສະດາຈານ ແລະ ທະນາຍຄວາມ “ເພື່ອສັນຕິພາບ” 528 ທ່ານມາຈາກບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ທີ່ແຕກຕ່າງກັນ ຂອງ ຟີລິບປິນ ໂດຍຖືວ່າ ໃນຂະນະທີ່ໂລກລະບາດໂຄວິດ  - 19 ພວມຄຸກຄາມຢູ່ຫຼາຍປະເທດ, ການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ບັນດາປະເທດຂາດການສຸມແນວຄິດໃສ່ເປົ້າໝາຍຄວບຄຸມໂລກລະບາດໂຄວິດ - 19. ກຸ່ມນີ້ໄດ້ຮຽກຮ້ອງໃຫ້ ຈີນ ຢຸດຕິການກະທຳເກາະຜິດ ຢູ່ທະເລຕາເວັນອອກ ແລະ ພ້ອມກັບບັນດາປະເທດ ອາຊຽນ ຕ້ານຄືນໂລກລະບາດໂຄວິດ - 19.

ບັນດາຜູ້ທີ່ມີຊື່ໃນຖະແຫຼງການນີ້ ໄດ້ສະແດງຄວາມສະໜັບສະໜູນ ຕໍ່ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໃນການຮຽກຮ້ອງໃຫ້ ຈີນຖອນກ່ຳປັ່ນ ທັງໝົດ ອອກຈາກເຂດທະເລຂອງ ຟີລິບປິນ ແລະ ຮຽກຮ້ອງໃຫ້ ຈີນ ປະຕິບັດຕາມບັນດາຫຼັກການກົດໝາຍສາກົນ ດ້ວຍຖານະເປັນຝ່າຍທີ່ໄດ້ລົງນາມ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

TAG
VOV/VOVworld/ທະ​ເລ​ຕາ​ເວັນ​ອອກ/ຈີນ/ຟີ​ລິບ​ປິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ