logo

ກວາງຈິ ປະຕິບັດວຽກງານກວດກາ, ຄວບຄຸມກຳປັ່ນຫາປາຢູ່ບັນດາປາກແມ່ນ້ຳ, ທ່າເຮືອຫາປາ

2026/2/26 | 11:40:14
(VOVWORLD) - ໃນໄລຍະຈະມາເຖິງ, ບັນດາຫົວໜ່ວຍ, ທ້ອງຖິ່ນຕ້ອງຮີບເຮັ່ງກວດກາຄືນໜ້າທີ່ຕ້ານການຂຸດຄົ້ນ IUU ທີ່ໄດ້ຮັບມອບໝາຍຢ່າງຮອບດ້ານດ້ວຍຕົນເອງ
(ກຳລັງທີ່ມີໜ້າທີ່ກວດກາກຳປັ່ນປາຫາ)

        ຕອນເຊົ້າວັນທີ 26 ກຸມພາ, ຄະນະບັນຊາການທະຫານຊາຍແດນແຂວງ ກວາງຈິ ໄດ້ຈັດກອງປະຊຸມຕີລາຄາໝາກຜົນການປະຕິບັດໜ້າທີ່ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ປີ 2025, ວາງອອກທິດທາງ, ມາດຕະການແກ້ໄຂປີ 2026.

        ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານ ເລວັນບາວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາຫົວໜ່ວຍ, ທ້ອງຖິ່ນຕ້ອງຮີບເຮັ່ງກວດກາຄືນໜ້າທີ່ຕ້ານການຂຸດຄົ້ນ IUU ທີ່ໄດ້ຮັບມອບໝາຍຢ່າງຮອບດ້ານດ້ວຍຕົນເອງ, ກະກຽມສຳເນົາເອກະສານເພື່ອພິສູດໃຫ້ຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ) ເຫັນການປະຕິບັດການຕ້ານການຂຸດຄົ້ນ IUU ແມ່ນສັດຊື່, ພາວະວິໄສ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ສະແດງໃຫ້ເຫັນໄດ້ຄວາມມານະພະຍາຍາມໃນການຕ້ານການຂຸດຄົ້ນ IUU.

   ຄະນະບັນຊາການທະຫານປ້ອງກັນຊາຍແດນແຂວງ ສືບຕໍ່ປະຕິບັດການຕິດຕາມກວດກາຢ່າງມີປະສິດທິຜົນ, ຮັບປະກັນໃຫ້ກຳປັ່ນຫາປາທີ່ອອກຈາກທ່າເຮືອ 100% ຕ້ອງມີເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ກຳນົດ, ເດັດດ່ຽວບໍ່ປະໃຫ້ກຳປັ່ນຫາປາທີ່ລະເມີດອອກທ່າເຮືອໄປຫາສິນທະເລ.

ກອງບັນຊາການທະຫານແຂວງ, ຄະນະບັນຊາການທະຫານຊາຍແດນແຂວງ ເພີ່ມທະວີການຄວບຄຸມກຳປັ່ນເຂົ້າ - ອອກທ່າເຮືອຢ່າງເຂັ້ມງວດ
(ພາບປະກອບ)

        ສ່ວນຢູ່ແຂວງ ເລິມດົ່ງ, ຄະນະກຳມະການປະຊາຊົນແຂວງ ຫາກໍ່ມີເອກະສານຮຽກຮ້ອງບັນດາຄະນະ, ຂະແໜງການ, ທ້ອງຖິ່ນ ເດັດດ່ຽວຜັນຂະຫຍາຍມາດຕະການຄວບຄຸມ, ກວດກາກຳປັ່ນຫາປາບໍ່ມີເງື່ອນໄຂຢ່າງຄົບຖ້ວນ. ປະທານຄະນະກຳມະການປະຊາຊົນບັນດາຕາແສງ ແລະ ເຂດພິເສດ ຝູກຸຍ ມີກຳປັ່ນຫາປາ ກວດກາຄືນ, ຈັດແຍກກຳປັ່ນຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນທັງໝົດມາຈອດຢູ່ບັນດາທ່າເຮືອຫາປາ, ເຂດປ່ອຍສະໝໍລົງຈອດທີ່ໄດ້ຈັດສັນໄວ້ແລ້ວ; ບໍ່ອະນຸຍາດໃຫ້ອອກຝັ່ງຢ່າງເຂັ້ມງວດ. ເນື້ອໃນນີ້ຕ້ອງປະຕິບັດສຳເລັດກ່ອນວັນທີ 02 ມີນາ 2026.

        ກອງບັນຊາການທະຫານແຂວງ, ຄະນະບັນຊາການທະຫານຊາຍແດນແຂວງ ເພີ່ມທະວີການຄວບຄຸມກຳປັ່ນເຂົ້າ - ອອກທ່າເຮືອຢ່າງເຂັ້ມງວດ; ບໍ່ປະໃຫ້ກຳປັ່ນທີ່ບໍ່ມີເງື່ອນໄຂຢ່າງຄົບຖ້ວນເຂົ້າຮ່ວມການຂຸດຄົ້ນສິນທະເລຢ່າງເດັດຂາດ; ຈັດການລາດຕະເວນ, ຄວບຄຸມແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ.

TAG
VOV/VOVworld/ຂຸດຄົ້ນ/IUU/ສັດຊື່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ