logo

ກວາງນິງ: ຈັງຫວະຊີວິດເສດຖະກິດຍາມກາງຄືນ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ

2025/12/31 | 04:41:00
(VOVWORLD) - ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ” ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ
(ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ”)

 

ໃນພາບພົດການພັດທະນາຕົວເມືອງທັນສະໄໝ, ເສດຖະກິດຍາມກາງຄືນພວມຄ່ອຍໆກາຍເປັນຈຸດພົ້ນເດັ່ນຍຸດທະສາດ, ບໍ່ພຽງແຕ່ໃຫ້ແກ່ຂະແໜງການທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນໄມ້ງັດເປີດກວ້າງຕ່ອງໂສ້ຄຸນຄ່າເສດຖະກິດ-ສັງຄົມໃຫ້ແກ່ບັນດາຕົວເມືອງໃຫ່ຍອີກດ້ວຍ. ຢູ່ພາກເໜືອ ຫວຽດນາມ, ກວາງນິງ ພວມມານະພະຍາຍາມຂຸດຄົ້ນຄວາມສາມາບົ່ມຊ້ອນນີ້, ມຸ່ງໄປເຖິງການສ້າງ “ຕົວເມືອງບໍ່ນອນ” ທີ່ຟົດຟື້ນທັງວັນ ແລະ ຄືນ.

ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ” ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຕາມແຜນຮ່າງ “ພັດທະນາເສດຖະກິດຍາມກາງຄືນຢູ່ ຫວຽດນາມ” ໂດຍນາຍົກລັດຖະມົນຕີປະກາດໃຊ້. ທ່ານ ດວ່ານແອັງຫວູ້, ຜູ້ອຳນວຍການຝ່າຍ Marketing ກຸ່ມບໍລິສັດ BIM Group, ຫົວໜ່ວຍພວມພັດທະນາບັນດາຜະລິດຕະພັນຖະໜົນຍ່າງ, ການສະແດງລະບຳນ້ຳພຸ, ຄອນເສີດ… ໄດ້ໃຫ້ຄຳເຫັນວ່າ:

ກວາງນິງ ຕ້ອງການມີຜະລິດຕະພັນໜຶ່ງທີ່ມີຈຸດພົ້ນເດັ່ນທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອເຕື້ອງເຖິງ ກວາງນິງ ແມ່ນຕ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວນັ້ນ. ພວກຂ້າພະເຈົ້າກໍ່ຢາກສະເໜີຕ້ອງຍູ້ແຮງການພັດທະນາເສດຖະກິດກາງຄືນໃນລະດູທີ່ບໍ່ມີແຂກທ່ອງທ່ຽວມາຫຼາຍ, ຫຼັງຈາກນັ້ນແມ່ນໃນເວລາຈຸດສຸມລະດູແລ້ງ ຍ້ອນວ່າ ນີ້ແມ່ນລະດູຂອງແຂກທ່ອງທ່ຽວສາກົນ.

ໜຶ່ງໃນບັນດາສະຖານທີ່ເສດຖະກິດກາງຄືນທີ່ພົ້ນເດັ່ນທີ່ສຸດຢູ່ ກວາງນິງ ແມ່ນ Halong Marina Street Fest, ຖະໜົຍ່າງກາງຄືນຢູ່ຕາແສງ ບາຍໄຈ.

(ກວາງນິງ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ຫຼວງ ເພື່ອຫັນເສດຖະກິດກາງຄືນ)

ບັນດາການເຄື່ອນໄຫວຢູ່ Halong Marina Street Fest ໄດ້ດຳເນີນໄປຕະຫຼອດທຸກວັນໃນອາທິດ ດ້ວຍຮ້ານອາຫານນັບຮ້ອຍຮ້ານ ແລະ ບັນດາເຂດລະຫຼີ້ນ, ເຂດຂາຍເຄື່ອງ, ບັນດາສະຖານທີ່ check-in ສິລະປະ ແລະ ບັນດາເຫດການທີ່ມີຫຼາຍຮູບຫຼາຍແບບ. ເອື້ອຍ ຫງວຽນທິແທັງຢູງ ຢູ່ຕາແສງ ບາຍໄຈ ແບ່ງປັນວ່າ:

ນີ້ແມ່ນການລົງຕົວຈິງທີ່ຈັບໃຈພິເສດໃນທ້າຍອາທິດພ້ອມກັບຄອບຄົວ, ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງ. ພິເສດ, ຢູ່ນີ້ມີລາຍການສະແດງດົນຕີມ່ວນທີ່ສຸດ.

ຕາມພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງນິງ, ເສດຖະກິດກາງຄືນຢູ່ທ້ອງຖິ່ນໄດ້ພັດທະນາບໍ່ທັນສົມກັບຄວາມຄາດຫວັງເທື່ອ, ຂອບຂະໜາດຍັງຈຳກັດຢູ່, ຂາດລັກສະນະເຊື່ອມຕໍ່ເຂດ, ພື້ນຖານໂຄງລ່າງ ແລະ ຄວາມສະຫງົບຍາມກາງຄືນຢູ່ບາງເຂດບໍ່ທັນຄົບຊຸດ…

ເມື່ອປະກອບຄຳເຫັນເພື່ອພັດທະນາເສດຖະກິດກາງຄືນຢູ່ ກວາງນິງ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ, ທ່ານປະລິນຍາເອກ ຫງວຽນແອັງຕວັນ, ຫົວໜ້າສະຖາບັນເສດຖະກິດທ່ອງທ່ຽວ ຖືວ່າ:

ໃນແຜນຮ່າງ ແລະ ການພັດທະນາ ກວາງນິງ ກາຍເປັນສູນເຊື່ອມຕໍ່ພາກພື້ນ ແລະ ສາກົນ, ພວກຂ້າພະເຈົ້າໄດ້ເນັ້ນໜັກວ່າ ຕ້ອງມີລາຍການສະແດງສິລະປະທີ່ມີຂອບຂະໜາດໃຫ່ຍໂດຍໄວ, ລາຍການສະແດງສະທ້ອນສະພາບຕົວຈິງ ຍ້ອນວ່າ ບໍ່ມີສະຖານທີ່ໃດດີກວ່າຢູ່ ຮະລອງ. ດັ່ງນັ້ນ, ຕ້ອງວາງແຜນຜັງລະບົບພື້ນຖານໂຄງລ່າງ, ບັນດາຜະລິດຕະພັນ, ການບໍລິການເຊື່ອມຕໍ່ກັນເພື່ອກາຍເປັນຜະລິດຕະພັນກາງຄືນທີ່ຄົບຊຸດ.

(ກວາງນິງ ມີເງື່ອນໄຂຄົບຖ້ວນ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນເສດຖະກິດກາງຄືນໃຫ້ໄດ້ສູງທີ່ສຸດ)

ກວາງນິງ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ຫຼວງ ເພື່ອຫັນເສດຖະກິດກາງຄືນເປັນກຳລັງໜູນພັດທະນາແບບຍືນຍົງ, ບໍ່ພຽງແຕ່ໃຫ້ແກ່ການທ່ອງທ່ຽວເທົ່ານັ້ນ ຫາກຍັງໃຫ້ແກ່ທັງເສດຖະກິດທ້ອງຖິ່ນອີກດ້ວຍ. ເຖິງວ່າຍັງມີສິ່ງທ້າທາຍຫຼາຍປະການກໍ່ຕາມ, ແຕ່ດ້ວຍການກຳນົດທິດຍຸດທະສາດ, ການລົງທຶນຢ່າງມີແບບມີແຜນ ແລະ ການບໍລິຫານທີ່ເປັນມືອາຊີບນັ້ນ, ກວາງນິງ ມີເງື່ອນໄຂຄົບຖ້ວນ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນເສດຖະກິດກາງຄືນໃຫ້ໄດ້ສູງທີ່ສຸດ, ຫັນ “ເວລາຍາມກາງຄືນ” ເປັນແຫຼ່ງປະໂຫຍດໃໝ່, ປະກອບສ່ວນຍົກລະດັບການລົງຕົວຈິງ, ດຶງດູດແຂກທ່ອງທ່ຽວ, ຊຸກຍູ້ການເຕີບໂຕ ແລະ ສ້າງເຂດຕົວເມືອງທ່ອງທ່ຽວ-ການບໍລິການທີ່ຂະຫຍັນຂັນເຄື່ອນຢ່າງແທ້ຈິງໃນແຜນທີ່ການທ່ອງທ່ຽວ ຫວຽດນາມ ແລະ ສາກົນ./.

TAG
VOV/VOVworld/ກຳ​ນົດ/​ຍຸດ​ທະ​ສາດ/ການ​ລົງ​ທຶນ/​​ມີ​ແບບ​ມີ​ແຜນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ