logo

ກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ

2025/12/3 | 10:05:54
(VOVWORLD) - ໃນຕໍ່ໜ້າໃນປີ 2026, 2 ຝ່າຍສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ, ຂໍ້ຕົກລົງທີ່ໄດ້ເຊັນໃນກອງປະຊຸມຄັ້ງນີ້ໃຫ້ເປັນຢ່າງດີ
ທີ່ກອງປະຊຸມ
(ພາບ: VGP)

ຕອນເຊົ້າວັນທີ 03 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ໄດ້ເປັນປະທານກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ເພື່ອເປັນເອກະພາບທິດທາງ ແລະ ໜ້າທີ່ການຮ່ວມມືປີ 2026, ໄລຍະ 2026 – 2030. ພິເສດ, ຜັນຂະຫຍາຍໝາກຜົນກອງປະຊຸມຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ເປັນລະອຽດໃນທັນທີ.

ທີ່ກອງປະຊຸມ, ໃນຕໍ່ໜ້າໃນປີ 2026, 2 ຝ່າຍສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ, ຂໍ້ຕົກລົງທີ່ໄດ້ເຊັນໃນກອງປະຊຸມຄັ້ງນີ້ໃຫ້ເປັນຢ່າງດີ; ເຫັນດີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ຊຸກຍູ້ການຮ່ວມມືລົງທຶນ - ການຄ້າ ຫວຽດນາມ - ລາວ. ໃນນັ້ນ, ສູ້ຊົນຊຸກຍູ້ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2026 ໃຫ້ບັນລຸລະດັບແຕ່ 10 – 15% ເມື່ອທຽບໃສ່ປີ 2025, ນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເປັນ 5 ຕື້ USD ແລະ ມຸ່ງໄປເຖິງ 10 ຕື້ USD/ປີ ໂດຍໄວ. ຈັດການສຳຫຼວດກວດກາບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ລາວ; ຄົ້ນຄວ້າຜັນຂະຫຍາຍບັນດາໂຄງການມີຂອບຂະໜາດໃຫຍ່ຢູ່ ລາວ ຄື: ສ້າງມະຫາວິທະຍາໄລ ຫວຽດນາມ - ລາວ, ສູນວາງສະແດງ…

ທີ່ກອງປະຊຸມ, 2 ຝ່າຍໄດ້ລົງນາມໃນເອກະສານຫຼາຍສະບັບກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ.

TAG
VOV/VOVworld/ຊຸກ​ຍູ້​/​ຮ່ວມ​ມື/​ລົງ​ທຶນ/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ