logo

ກອງ​ປະ​ຊຸມ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ເດືອນ​ກຸມ​ພາ 2026

2026/2/27 | 10:44:42
(VOVWORLD) - ໃນວິວັດທະນາການສ້າງກົດໝາຍຕ້ອງຫັນແຜນນະໂຍບາຍ, ນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ; ແກ້ໄຂຂໍ້ຕິດຂັດ, ຈຸດອຸດຕັນ, ຄວາມຫຍຸ້ງຍາກຈາກສະພາບການຕົວຈິງ; ພ້ອມທັງ, ຕ້ອງສຳຫຼວດກວດຄືນ, ຫຼຸດຜ່ອນລະບຽບການບໍລິຫານ, ການລົບກວນ, ຄ່າທຳນຽບຂອງປະຊາຊົນ, ວິສາຫະກິດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້.
ບັນຍາກາດຂອງກອງປະຊຸມ (ພາບ: VOV)

ຕອນເຊົ້າວນັທີ 27 ກຸມພາ, ຢູູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ລັດຖະບານໄດ້ຈັດກອງປະຊຸມຕາມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກຸມພາ 2026. ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການການສະເໜີໂດຍຫຍໍ້; ບົດລາຍງານອະພິປາຍ, ຮັບຟັງຄຳເຫັນ; ພ້ອມທັງປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ, ເຊັ່ນ: ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ…

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລະບອບລະບຽບການຕ້ອງໄປກ່ອນພາທາງ, ແນໃສ່ແກ້ໄຂບັນດາຈຸດອຸດຕັນ, ບັນດາບັນຫາເກີດຂຶ້ນໃນຕົວຈິງ, ນຳລະບອບລະບຽບການກາຍເປັນທ່າແຮງແກ້ງແຍ້ງແຫ່ງຊາດ. ມະຕິບັນດາກອງປະຊຸມໃຫຍ່ຄັ້ງມໍ່ໆມານີ້ຂອງພັກກໍຢັ້ງຢືນວ່າ: ການສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບແມ່ນໜຶ່ງໃນສາມເສົາຄ້ຳຍຸດທະສາດໃນການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ. ດັ່ງນັ້ນ, ໃນວິວັດທະນາການສ້າງກົດໝາຍຕ້ອງຫັນແຜນນະໂຍບາຍ, ນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ; ແກ້ໄຂຂໍ້ຕິດຂັດ, ຈຸດອຸດຕັນ, ຄວາມຫຍຸ້ງຍາກຈາກສະພາບການຕົວຈິງ; ພ້ອມທັງ, ຕ້ອງສຳຫຼວດກວດຄືນ, ຫຼຸດຜ່ອນລະບຽບການບໍລິຫານ, ການລົບກວນ, ຄ່າທຳນຽບຂອງປະຊາຊົນ, ວິສາຫະກິດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້.

TAG
VOV/VOVworld/​ການ​ສ້າງ​ກົດ​ໝາຍ/ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ/ລະ​ບ​ອບ​ລະ​ບຽບ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ