logo

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກຸ່ມ​ ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ

2020/11/16 | 09:56:41
(VOVWORLD) - ທ່ານຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສ  ຂອງບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂານຸການອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM), ກອງປະຊຸມທາງອອນລາຍກຸ່ມເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+WG) ແລະ ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນເປີດກ້ວາງ (ADSOM+)       
ທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ກະຊວງປ້ອງກັນປະເທດໄດ້ເປັນປະທານກອງປະຊຸມ (ADSOM WG)

ກອງປະຊຸມກຸ່ມເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM WG) ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພະຈິກ ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ. ກອງປະຊຸມໄດ້ຈັດຕັ້ງຕາມຮູບການທາງອອນລາຍ ເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງບັນດາປະເທດອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນຕີ ຫວູຈຽນທັ໊ງ ເນັ້ນໜັກວ່າ:

ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດສືບຕໍ່ອັບເດັດໝາກຜົນຂອງການຜັນຂະຫຍາຍບັນດາຂໍ້ລິເລີ່ມຄື: ພື້ນຖານໂຄງລ່າງຕາໜ່າງສາຍຕິດຕໍ່ພົວພັນໂດຍກົງອາຊຽນ ໃນວິວັດທະນາການ ADMM, ເອກະສານຫຼີກລ້ຽງການແຕະຕ້ອງທາງອາກາດ ສຳລັບ ເຮືອບິນທະຫານ, ເຄືອຂ່າຍນັກຊ່ຽວຊານການປ້ອງກັນປະເທດອາຊຽນດ້ານເຄມີ, ຊີວະຊາດ…

ທ່ານຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສ  ຂອງບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂານຸການອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM), ກອງປະຊຸມທາງອອນລາຍກຸ່ມເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+WG) ແລະ ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນເປີດກ້ວາງ (ADSOM+)       

TAG
VOV/VOVworld/ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ/​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ