logo

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ ອາ​ຊຽນ (ADSOM)

2020/11/17 | 16:19:56
(VOVWORLD) -ຕອນເຊົ້າວັນທີ 17 ພະຈິກ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສ ການປ້ອງກັນຊາດ ອາຊຽນ (ADSOM) ຕາມຮູບການທາງອອນລາຍພາຍໃຕ້ການເປັນປະທານຂອງ ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ຫວຽດນາມ.

ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສ ການປ້ອງກັນຊາດ ອາຊຽນ (ADSOM)

(ພາບ: qdnd.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ ແລະ ພວມສົ່ງຜົນກະທົບ ແລະ ສ້າງສີ່ງກີດຂວາງຕໍ່ຫຼາຍການເຄື່ອນໄຫວສາກົນ, ໃນນັ້ນມີບັນດາການເຄື່ອນໄຫວໃນອາຊຽນ, ບັນດາປະເທດອາຊຽນໄດ້ສືບຕໍ່ຮັກສາບັນດາການຮ່ວມມືຫຼາຍຝ່າຍ ພິເສດແມ່ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ:

          ໃນຊຸມປີ ຜ່ານມາ, ພວກເຮົາໄດ້ຈັດຕັ້ງບັນດາການເຄື່ອນໄຫວດ້ວຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ດ້ວຍຄຸນນະພາບສູງ ເຖິງວ່າ ພວກເຮົາບໍ່ພົບປະກັນໂດຍກົງກໍ່ຕາມ. ຍິ່ງໄປກ່ວານັ້ນ, ພວກເຮົາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ເຊິ່ງພົ້ນເດັ່ນຂຶ້ນແມ່ນ ຖະແຫຼງການຮ່ວມ ຢູ່ກອງປະຊຸມວົງແຄບລັດຖະມົນຕີປ້ອງກັນຊາດ ລະຫວ່າງ ບັນດາປະເທດ ອາຊຽນ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

 

TAG
VOV/VOVworld/ກອງ​ປະ​ຊຸມ​/​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ/ກ​ານ​ປ້ອງ​ກັນ​ຊາດ/ອາ​ຊຽນ/ADSOM)

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ