logo

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາຊຽນ - ຈີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ

2020/7/2 | 07:49:57
(VOVWORLD) -ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ (ACSOC) ຄັ້ງທີ 26 ໄດ້ຈັດຂຶ້ນໃນວັນທີ 01 ກໍລະກົດປີ 2020 ຕາມຮູບການທາງອອນລາຍ. 
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ (ACSOC) (ພາບ: ກະຊວງການຕ່າງປະເທດ) 

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າSOM ອາຊຽນຂອງຫວຽດນາມ ເປັນຕາງໜ້າໃຫ້ຫວຽດນາມເຂົ້າຮ່ວມກອງປະຊຸມໃນບົດບາດເປັນປະທານອາຊຽນ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ ອາຊຽນໄດ້ສະແດງຄວາມຕັດສິນໃຈດ້ານການເມືອງຢູ່ລະດັບສູງສຸດ, ຍູ້ແຮງການສົມທົບກັນເຄື່ອນໄຫວ ແລະ ຮັບມືລວມ ຕາມເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງອາຊຽນໃນປີ 2020. ທ່ານຫງວຽນກ໊ວກຢຸງ ໄດ້້ເນັ້ນໜັກວ່າໃນໄລຍະຈະມາເຖິງ, ອາຊຽນ ແລະ ຈີນໃນຖານະເປັນຄູ່ຮ່ວມມືຍຸດທະສາດຂອງກັນ, ຄວນສືບຕໍ່ເພີ່ມທະວີການສົມທົບກັນຮັບມືກັບໂລກລະບາດຢ່າງມີປະສິດທິຜົນ.

ທ່ານ ຫງວຽນກ໊ວກຢຸງ ຢັ້ງຢືນວ່າ ອາຊຽນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຈີນໃນການຜັນຂະຫຍາຍຖະແຫຼງການວ່າດ້ວຍວິທີການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສູ້ຊົນ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ບັນດາປະເທດກໍ່ໄດ້ຮັບຮູ້ການປະກາດຂອງຫວຽດນາມ, ໃນບົດບາດເປັນປະທານອາຊຽນກ່ຽວກັບແຜນການຈັດຕັ້ງບັນດາກອງປະຊຸມຂັ້ນລັດຖະມົນຕີ ແລະ ຂັ້ນສູງລະຫວ່າງ ອາຊຽນ ແລະ ຈີນໃນປີ 2020.

TAG
VOV/VOVworld/ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາຊຽນ/ຈີນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ