logo

ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນຄັ້ງທີ22

2016/3/2 | 10:50:47
ກອງ​ປະຊຸມວົງ​ແຄບລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 22 (AEM Retreat -22) ​ແລະ ບັນດາກ​ອງປະຊຸມກ່ຽວຂ້ອງ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 2 – 3/3

ພາບປະກອບ

(vovworld) – ກອງ​ປະຊຸມວົງ​ແຄບລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 22 (AEM Retreat -22) ​ແລະ ບັນດາກ​ອງປະຊຸມກ່ຽວຂ້ອງ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 2 – 3/3 ຢູ່​ນະຄອນ ຊຽງ​ໄໝ່, ​ແຂວງ ຊຽງ​ໄໝ່, ປະ​ເທດ​ໄທ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ລັດຖະມົນຕີ, ​ເຈົ້າ​ໜ້າ​ທີ່​ເສດຖະກິດ​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມີ​ງ ​ແລະ ກຳມະການ​ການ​ຄ້າ ສະຫະພາບ ​ເອີ​ລົບ Cecilia Malmstrom. ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ເກີ໋ມຕູ່ ນຳ​ໜ້າ. ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ສຳຄັນ​ເພື່ອ​ໃຫ້​ບັນດາ​ລັດຖະມົນຕີ​​ເສດຖະກິດ 10 ປະ​ເທດ ອາ​ຊຽນ ​ແລກປ່ຽນ, ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ກຳນົດ​ທິດ​ໃຫຍ່ ​ແລະ ບັນດາ​ບຸລິມະສິດ​ຮ່ວມ​ມື​ເສດຖະກິດ ອາ​ຊຽນ ກໍ່​ຄື​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ໃນ​ວັນ​ທີ 31/12/2015.

TAG
vovworld/AEC

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ