logo

ກອງ​ປະ​ຊຸມ “ວິ​ສາ​ຫະ​ກິດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຕໍ່​ວິ​ສາ​ຫະ​ກິດ”

2026/3/27 | 11:34:22
(VOVWORLD) -         ຕອນເຊົ້າວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມ “ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະ ນາຍົກລັດຖະມົນຕີສະແດງຄວາມຮູ້ບຸນຄຸນຕໍ່ວິສາຫະກິດ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ 

   ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ   ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນເປົ້າໝາຍເຕີບໂຕສະເລ່ຍຈາກ 10% ຕໍ່ປີຂຶ້ນໄປ, ນຳ ຫວຽດນາມ ກ່າວຂຶ້ນສັງກາດໃໝ່ຢ່າງມີຄວາມໝັ້ນແກ່ນ. ເຖິງຢ່າງໃດກໍຕາມ, ສະພາບການສາກົນ ແລະ ພາຍໃນປະເທດ ຍັງມີສິ່ງທ້າທາຍຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ສາມາດສືບຕໍ່ອີງໃສ່ກຳລັງໜູນແບບເກົ່າຄື: ການສົ່ງອອກ, ການລົງທຶນ, ການບໍລິໂພກ ໄດ້ອີກແລ້ວ, ຫາກຍັງຕ້ອງຫັນໄປສູ່ຮູບບແບບເຕີບໂຕໃໝ່ ອີງໃສ່ວິສາຫະກິດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງອີກດ້ວຍ. ທ່ານກ່າວວ່າ:

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ

“ຄວາມຮັບຮູ້ກ່ຽວກັບວິສາຫະກິດຂອງພວກເຮົາໄດ້ມີການປ່ຽນແປງ. ພວກເຮົາເຫັນພາລະກຳຂອງວິສາຫະກິດຢ່າງຈະແຈ້ງໃນການພັດທະນາປະເທດຊາດແບບວ່ອງໄວ ແລະ ຍືນຍົງ. ດັ່ງນັ້ນ, ວິສາຫະກິດຕ້ອງເປັນເຈົ້າກຳ, ເປັນໃຈກາງຂອງຂະບວນວິວັດປ່ຽນແປງໃໝ່ການພັດທະນານີ້. ວິສາຫະກິດທັງຕ້ອງປະກອບສ່ວນສ້າງແນວທາງນະໂຍບາຍ, ສ້າງລະບອບລະບຽບການ, ວິສາຫະກິດທັງຈັດຕັ້ງ, ປະຕິບັດແນວທາງນະໂຍບາຍ ແລະ ລະບອບລະບຽບການນີ້ຢ່າງມີປະສິດທິຜົນ”.

ລ້າຍຮວາ

TAG
VOV/VOVworld/ວິ​ສາ​ຫະ​ກິດ/ນາ​ຍົກ​ລັດ​ຖະ​ມົນ​ຕີ/ການ​ເຕີບ​ໂຕ​ສອ​ງ​ຕົວ​ເລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ