logo

ກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ​​ແມ່ຍິງ ອາ​ຊຽນ

2020/11/13 | 07:46:00
(VOVWORLD) -ບົດບາດຂອງ ແມ່ຍິງໄດ້ຢັ້ງຢືນຢ່າງຈະແຈ້ງໃນການຕໍ່ສູ້, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢູ່ກອງປະຊຸມ

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ຕອນຄ່ຳວັນທີ 12 ພະຈິກ, ໄດ້ດຳເນີນກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ ດ້ວຍຫົວຂໍ້ “ບົດບາດຂອງແມ່ຍິງໃນການກໍ່ສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ຍືນຍົງ ແລະ ກວມລວມ ໃນໂລກພາຍຫຼັງໂລກລະບາດໂຄວິດ-19”. ກອງປະຊຸມແມ່ນຂໍ້ລິເລີ່ມຂອງ ຫວຽດນາມ, ປະເທດປະທານ ອາຊຽນ ປີ 2020 ແລະ ແມ່ນການເຄື່ອນໄຫວສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນ ສ.ປ.ຊ ຮັບຮອງເອົາໂຄງການການເມືອງ ປັກກິ່ງ ກ່ຽວກັບການຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບົດບາດສຳຄັນຂອງແມ່ຍິງສຳລັບການພັດທະນາຂອງທຸກໆປະເທດ. ບົດບາດຂອງ ແມ່ຍິງໄດ້ຢັ້ງຢືນຢ່າງຈະແຈ້ງໃນການຕໍ່ສູ້, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ເພື່ອເສີມຂະຫຍາຍບົດບາດສັງລວມຂອງແມ່ຍິງພາຍຫຼັງໂລກລະບາດໂຄວິດ-19, ອາຊຽນ ຄວນມີວິທີສຳຜັດແບບໃໝ່, ປະດິດຄິດສ້າງ ແລະ ມີປະສິດທິຜົນກ່ວາ.

ອາຊຽນ ຄວນສັບຊ້ອນແມ່ຍິງເຂົ້າໃນກິດຈະການກໍ່ສ້າງ ແລະ ພື້ນຟູຄືນໃໝ່; ເພີ່ມທະວີບົດບາດການນຳພາ ແລະ ທັດສະນະຂອງແມ່ຍິງໃນວິວັດການອອກລັດຖະນະໂຍບາຍ, ກໍ່ຄື່ເພີ່ມສິດອຳນາດດ້ານເສດຖະກິດໃຫ້ແກ່ແມ່ຍິງ. ຍົກເອົາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບໃຫ້ສິດອຳນາດໃຫ້ແກ່ແມ່ຍິງເປັນບຸລິມະສິດສຳຄັນໃນວິວັດການສ້າງວິໄສທັດປະຊາຄົມພາຍຫຼັງປີ 2025.

ເພື່ອຍົກສູງກຳລັງຄວາມສາມາດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງ, ຄາດວ່າໃນປີ 2021, ຫວຽດນາມ ຈະຈັດຕັ້ງກອງປະຊຸມເວທີປາໄສສຸດຍອດ ອາຊຽນ ກ່ຽວກັບບົດບາດຂອງແມ່ຍິງເພື່ອປະກອບສ່ວນໃຫ້ແກ່ການຟື້ນຟູຮອບດ້ານ ແລະ ຍືນຍົງ.

TAG
VOV/VOVworld/ຜູ້​ນຳ​​ແມ່ຍິງ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ