logo

ກອງປະ​ຊຸມ​ສຸດຍອດ ອາ​ຊຽນ 46: ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ເປີດ​ອີງ​ໃສ່​ກົດ​ໝາຍ

2025/5/25 | 08:34:25
(VOVWORLD) - ໃນສະພາບພູມີສາດການເມືອງ ແລະ ເສດຖະກິດມີການຜັນແປ, ອາຊຽນ ໃຫ້ຄຳໝັ້ນສັນຍາຢຶດໝັ້ນກັບລະບົບການຄ້າຫຼາຍຝ່າຍເປີດ, ອີງໃສ່ກົດໝາຍ, ເພີ່ມທະວີການເຊື່ອມໂຍງພາຍໃນກຸ່ມ ແລະ ການພົວພັນກັບບັນດາຄູ່ຮ່ວມມື ເພື່ອແນໃສ່ຈຸດປະສົງປັບປຸງຄວາມສາມາດຟື້ນຟູເສດຖະກິດ, ສະຖຽນລະພາບ ແລະ ຄວາມສາມາດແກ້ງແຍ້ງຍາວນານຂອງພາກພື້ນ. 
ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn (ພາບ:VOV)

ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ກ່ອນດຳເນີນກອປະຊຸມສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນໃນວັນທີ 26 ແລະ 27 ພຶດສະພາ.

ທ່ານເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ ເສດຖະກິດ ແມ່ນໜຶ່ງໃນບັນດາໂຄງການດຳເນີນງານທີ່ໄດ້ຮັບຄວາມສົນໃຈຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ໃນສະພາບການບັນດາປະເທດ ອາຊຽນ ຕ້ອງປະເຊີນໜ້າກັບການຈັດວາງອັດຕາພາສີຈາກ ອາເມລິກາ. ຕາມທ່ານເລຂາທິການໃຫຍ່ ອາຊຽນ ແລ້ວ, ນອກຈາກບັນດາບາດກ້າວເດີນຕ່າງຫາກ, ບັນດາປະເທດ ອາຊຽນ ກໍຕ້ອງມີບັນດາບາດກ້າວເດີນພ້ອມກັນໂດຍໄດ້ຕົກລົງເປັນເອກະພາບກັນກ່ຽວກັບບັນດານະໂຍບາຍພາສີໃໝ່ຂອງ ອາເມລິກາ ເຊັ່ນ ອອກຖະແຫຼງການຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ (AEM) ກ່ຽວກັບເລື່ອງ ອາເມລິກາ ໝູນໃຊ້ນະໂຍບາຍພາສີ, ຢັ້ງຢືນຄືນຄຳໝັ້ນສັນຍາຂອງພາກພື້ນສຳລັບລະບົບການຄ້າຫຼາຍຝ່າຍອີງໃສ່ກົດໝາຍ, ຈະແຈ້ງ ແລະ ຮອບດ້ານ. ນອກຈາກນັ້ນ, ເພື່ອຮັບປະກັນຜົນປະໂຫຍດໃຫ້ບັນດາປະເທດສະມາຊິກ, ຫຼີກລ້ຽງບັນດາຜົນກະທົບທີ່ອາດຈະເກີດຂຶ້ນ, ອາຊຽນ ກໍພວມດຳເນີນຫຼາຍວາລະປຶກສາຫາລືກັບບັນດາປະເທດຄູ່ຮ່ວມມືຄື ຈີນ, ຍີ່ປຸ່ນ ແລະ ອົດສະຕາລີ...

ນອກຈາກບັນດາບັນຫາເສດຖະກິດແລ້ວ, ທ່ານເລຂາທິການໃຫຍ່ ກໍຕີລາຄາສູງຫົວຂໍ້ “ກວມລວມ ແລະ ຍືນຍົງ” ຂອງປະເທດປະທານ ມາເລເຊຍ ດ້ວຍຄວາມມັກໃຫຍ່ໄຝ່ສູງ, ວິໄສທັດຍາວໄກ ໃຫ້ແກ່ອະນາຄົດຂອງ ອາຊຽນ ໃນ 20 ປີຈະມາເຖິງ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ
TAG
VOV/VOVworld/ກອງປະ​ຊຸມ​ສຸດຍອດ ອາ​ຊຽນ 46/ລັດຖະມົນຕີເສດຖະກິດ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ