logo

ກອງປະຊຸມສະຫຼຸບ ຂອງຄະນະຂົນຂວາຍ ປະຊາຊົນສູນກາງປີ 2011

2012/1/13 | 11:49:30

ກອງ​ປະຊຸມ​ສະຫຼຸບ​ຂອງ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ປີ 2011


ກອງປະຊຸມສະຫຼຸບວຽກງານປີ 2011 ຂອງຄະນະຂົນຂວາຍປະຊາຊົນສູນກາງ
(ພາບ:soha.vn/)

ວັນ​ທີ 13/1, ຢູ່​ນະຄອນ​ດ່າ​ໜັງ, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ຈັດ​ງຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2011 ​ແລະ ພິຈາລະນາ​ທິດ​ທາງ, ໜ້າ​ທີ່ ປີ 2012. ປີ 2011, ຄະນະ​ຂົນຂວາຍ ປະຊາຊົນ​ສູນ​ກາງ ​ແລະ ຄະນະ​ຂົນຂວາຍ​ປະຊາຊົນ​ທຸກ​ຂັ້ນ​​ໄດ້ຕັ້ງໜ້າ​ເປັນ​ເສລາ​ທິການ​ໃຫ້​ແກ່​ອົງຄະ​ນະ​ພັກຂັ້ນ​ຕ່າງໆ ຊີ້ນ​ຳ, ນຳພາ, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຍູ້​​ແຮງ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ປະກອບສ່ວນ​ປະຕິບັດ​ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄວບ​ຄຸບ​ໄພ​ເງິນ​ເຟີ້, ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ປີ 2012, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ໄດ້​ວາງ​ອອກ 8 ໜ້າ​ທີ່​ຈຸດ​ສຸມ ​ແລະ 6 ມາດ​ຕະການ​ຕົ້ນ​ຕໍ່ ​ເພື່ອ​ແນ​ໃສ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມຄັ້ງທີ 11 ​ແລະ ​ແຜນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ ຫງວຽນ​ແທ໋ຈູງ, ຮອງ​ຫົວ​ໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ຊີ້​ແຈງ​ວ່າ:

“ປີ 2012, ທີ່ 1 ​ແມ່ນຕ້ອງ​ສົມທົບ​ລະຫວ່າງ​ຄະນະ​ຂົນຂວາ​ຍປະຊາຊົນ​ສູນ​ກາງ ​ແລະ ທຸກຂັ້ນ, ທຸກຂະ​ແໜງ​ການ ​ເພື່ອ​ເປັນ​ເສນາ​ທິການ, ກໍ່ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ໝູ່​ມະຫາຊົນ​ໃນ​ສະພາບ​ການ​ໃໝ່. ​ເນື້ອ​ໃນ​ທີ່ 2 ​ແມ່ນ​ສົມທົບ​ກັບສະຫຼຸບ 5 ປີ​​ແຫ່ງ​ການ​ປະຕິບັດມະຕິ​ເລກ​ທີ 11 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 10ກ່ຽວ​ກັບ​ວຽກ​ງານ​ແມ່ຍິງ. ມີ​ເນືອ​ໃນ​ໜຶ່ງ​ອີກ​ນັ້ນແມ່ນ​ສືບ​ຕໍ່​ຕິດຕາມ​ກວດກາ​ບັນດາ​ມະຕິ​ຂອງ​ສູນ​ກາງ, ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ສາສະໜາ, ຂົນຂວາຍ​ໝູ່​ມະຫາຊົນ…”

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ