logo

ກອງ​ປະຊຸມ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992

2012/1/31 | 10:03:39
ກອງ​ປະຊຸມ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992

( ພາບ : http://moj.gov.vn )
(vovworld) ວັນ​ທີ 31/1, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຢູ່​ນະຄອນ​ໂຮ່ຈິ​ມິນ. ກອງ​ປະຊຸມ​ລວບ​ລວມ​ບັນດາ​ຄຳ​ວິຈານ, ວິ​ເຄາະ​ກ່ຽວ​ກັບການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ໃນ​ເວລາ​ເກືອບ 20 ປີ​ກໍ​ຄື​ວິວັດ​ການພັດທະນາ, ສ້າງລະບົບ​ກົດໝາຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ໃຫ້​ສົມບູນ​ແບບ. ນີ້​ຈະ​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ຊ່ວຍ​ໃຫ້​ລັດຖະບານ​ມີ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ຕົວ​ຈິງ​ໃຫ້​ແກ່​ການ​ປັບປຸງ, ​ເ​ພີ່​ມ​ເຕີມລັດຖະທຳ​ມະນູນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບັນດາ​ຜູ້​ຊ່ຽວຊານ​ຂອງ​ຄະນະ​​ປັບປຸງ, ​ເ​ພີ່​ມ​ເຕີ່​ມ ລັດຖະທຳ​ມະນູນ​ປີ 1992 ພວມ​ຮີບ​ເຮັ່ງ​ເຮັດ​ສຳ​ເລັດ​ບັນດາ​ບົດ​ລາຍ​ງານ, ຂໍ້​ສະ​ເໜີ​ກ່ຽວ​ກັບລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເພື່ອ​ຍື່ນ​ຄະນະ​ກຳມະການ​ຮຽບຮຽງ​ປັບປຸງ, ​ເພີ່ມ​ເຕີມ ລັດຖະທຳ​ມະນູນ​ປີ 1992. ບັນດາ​ຄຳ​ວິ​ເຄາະ, ຂໍ້​ສະ​ເໜີ​ຂອງ​ວົງ​ການ​ນັກ​ຊ່ຽວຊານ ຈະ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຄະນະ​ກຳມະການ​ດັ່ງກ່າວ ລາຍ​ງານ​ຕໍ່​ກົມ​ການ​ເມືອງ ຫລັງ​ຈາກ​ນັ້ນ ກົມ​ການ​ເມືອງ​ຈະລາ​ຍງານ​ຕໍ່​ກອງ​ປະຊຸມ​ສູນ​ກາງພັກຄັ້ງຫລ້າ​ສຸດ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ການ​ກຳນົດ​ທິດ​ໃຫ່ຍ​ໃຫ້​ແກ່ການ​ປັບປຸງລັດຖະທຳ​ມະນູນ​ປີ 1992.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ