logo

ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ - ອາ​ຊຽນ ຄັ້ງ​ທີ 12

2023/3/16 | 09:24:48
(VOVWORLD) -ວັນທີ 15 ມີນາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ໄດ້ໄຂກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 12 ດ້ວຍຫົວຂໍ້ “ສະພາບການຄວາມໝັ້ນຄົງຢູຸ່ພາກພື້ນ ແລະ ບັນດາຍຸດທະສາດປ້ອງກັນຊາດໃໝ່”. 
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ: ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງຫຼາຍຢ່າງ, ນັບທັງແບບເກົ່າ ແລະ ແບບໃໝ່, ໃນນັ້ນ ສິ່ງທີ່ໜ້າສົນໃຈແມ່ນຄວາມໝັ້ນຄົງໃນການເດີນເຮືອ, ການກໍ່ການຮ້າຍ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ… ອັນໄດ້ວາງອອກຄວາມຮຽກຮ້ອງທີ່ຈຳເປັນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງຝ່າຍ

        ກ່ຽວກັບຄວາມໝັ້ນຄົງທາງທະເລ, ທ່ານພົນໂທ ຮວ່າງຊວັນຈຽນ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການເພີ່ມທະວີຄວາມມານະພະຍາຍາມລວມໃນການຮັບປະກັນການປະຕິບັດກົດໝາຍສາກົນ ແລະ ຫຼັກການຕ່າງໆໃນການພົວພັນສາກົນ; ຢຶດໝັ້ນ ແລະ ພ້ອມກັນພະຍາຍາມສະກັດກັ້ນ ແລະ ຄວບຄຸມການປະທະກັນເພື່ອຮັກສາສັນຕິພາບ, ສະຖຽນລະພາບລວມຂອງພາກພື້ນ.

        ຢູ່ນອກກອງປະຊຸມ, ທ່ານພົນໂທ ຮວ່າງຊວັນຈຽນ ກໍມີການພົບປະກັບທ່ານພົນເອກ ນຽງຟາດ, ລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ ກຳປູເຈຍ.


 

TAG
VOV/VOVworld/ກະ​ຊວງ​ປ້ອງ​ກັນ​ປະ​ເທດ/ຄວາມໝັ້ນຄົງ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ