logo

ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່ອາ​ວຸ​ໂສ​ (SOM) ໃນ​ຂອບ​ເຂດ ອາ​ຊຽນ, ອາ​ຊຽນ +3, ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ແລະ ເວ​ທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF)

2025/6/12 | 10:19:59
(VOVWORLD) -    ໃນລະຫວ່າງວັນທີ 10 – 11 ມິຖຸນາ, ຢູ່ ປີນັງ, ມາເລເຊຍ, ໄດ້ດຳເນີນຫຼາຍກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ໃນຂອບເຂບ ອາຊຽນ, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF), ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 10 ປະເທດ ອາຊຽນ ແລະ 17 ຄູ່ຮ່ວມມື.

ທີ່ກອງປະຊຸມ, ຜ່ານບົດລາຍງານຂອງກອງເລຂາ ອາຊຽນ ໄດ້ຊີ້ໃຫ້ເຫັນການຮ່ວມມືໃນບັນດາກົນໄກສືບຕໍ່ມີຄວາມຄືບໜ້າທີ່ຕັ້ງໜ້າ. ໃນຂອບເຂດກົນໄກ ອາຊຽນ +3, ການເຄື່ອນໄຫວໃນແຜນການປະຕິບັດງານໄລຍະ 2023 – 2027 ກວ່າ 60% ໄດ້ ແລະ ກຳລັງໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ ແຕ່ການຄ້າ, ການລົງທຶນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕະຫຼອດຮອດການທ່ອງທ່ຽວ, ການເຊື່ອມຕໍ່ລະບົບສະໜອງ. ແຜນການເຄື່ອນໄຫວ EAS ໄລຍະ 2024 – 2028 ເບື້ອງຕົ້ນບັນລຸໝາກຜົນທີ່ໜ້າຊື່ນຊົມໃນບັນດາຂົງເຂດຄື: ດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ສາທາລະນະສຸກ, ການເຊື່ອມຕໍ່ ແລະ ການເດີນເຮືອ. ບັນດາກົນໄກຂຶ້ນກັບ ARF ກໍພວມຜັນຂະຫຍາຍຢ່າງຕິດແທດຕາມແຜນການປະຕິບັດງານທີ່ໄດ້ວາງອອກ ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ, ການຄວບຄຸມ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ, ການຮັບມືກັບອາດຊະຍາກຳຂ້າມຊາດ, ການປ້ອງກັນ, ຕ້ານການກໍ່ການຮ້າຍ...

        ໃນບັນດາວາລະປຶກສາຫາລື, ບັນດາປະເທດໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນ, ຄື: ທະເລຕາເວັນອອກ, ມຽນມາ, ແຫຼມ ເກົາຫຼີ, ຕາເວັນອອກກາງ, ການປະທະກັນຢູ່ ຢູແກຼນ..., ພ້ອມທັງເນັ້ນໜັກເຖິງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ບັນດາປະເທດເຫັນດີຊຸກຍູ້ບັນດາຂອບເຂດການຮ່ວມມືຄື ສັນຍາແມ່ເສດຖະກິດດີຈີຕອນ, ຕາໜ່າງໄຟຟ້າ ອາຊຽນ, ຍົກລະດັບສັນຍາການຄ້າເສລີ ອາຊຽນ - ຈີນ 3.0, ກອງທຶນສຳຮອງເຂົ້າສຸກເສີນ ອາຊຽນ +3, ລະບົບນິເວດລົດໄຟຟ້າ, ການເຊື່ອມຕໍ່ໃນການຊຳລະຂ້າມຊາຍແດນ...


TAG
VOV/VOVworld/ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່ອາ​ວຸ​ໂສ​ (SOM)/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ