logo

ກອ​ງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາຊຽນ (SLOM) ຄັ້ງ 16

2020/10/26 | 11:13:42
(VOVWORLD) - ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SLOM) ຄັ້ງທີ 16 ຕາມຮູບການທາງອອນລາຍໄດ້ດຳເນີນໃນວັນທີ 26 ຕຸລາ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າເຈົ້າໜ້າທີ່ອາວຸໂສ 10 ປະເທດ ສະມາຊິກ ອາຊຽນ, ຄະນະເລຂາອາຊຽນ.
 ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ສະຖານທີ່ເຊື່ອມຕໍ່ຖ່າຍທອດສົດຮ່າໂນ້ຍ, ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ອັບເດດຄວາມຄືບໜ້າ ແລະ ວິວັດຂະບວນການປະຕິບັດ ວິວັດແຫ່ງການສ້າງ ແລະ ຮັບຮອງເອົາຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການວຽກງານທີ່ພວມປ່ຽນແປງໃນໂລກ ໂດຍເປັນການເຄື່ອນໄຫວທີ່ຫວຽດນາມເປັນປະທານ. ທ່ານນາງ ຮ່າທິມິງດຶກ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ຫຼາຍກ່ວາອີກ ເພື່ອແນໃສ່ຜັນຂະຫຍາຍວິວັດຂະບວນການຖະແຫຼງການໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

        ທີ່ກອງປະຊຸມ, ບັນດາຄະນະຜູ້ແທນກໍ່ໄດ້ຮັບຮູການອັບເດດຂອງຄະນະເລຂາອາຊຽນ ກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງຂອງບັນດາກອງປະຊຸມອາຊຽນທີ່ກ່ຽວຂ້ອງເຖິງ SLOM, ຂໍ້ມູນຂ່າວສານກ່ຽວກັບບັນດາຖະແຫຼງການຂອງ ອາຊຽນທີ່ໄດ້ຮັບຮອງເອົາໃນໄລຍະທີ່ຜ່ານມາ.

TAG
VOV/VOVworld/ອາຊຽນ/SLOM

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ