logo

ກອງປະຊຸມເທື່ອທີ 4 ກຸ່ມວຽກງານລະຫວ່າງຂະແໜງ ອາຊຽນ ກ່ຽວກັບການຮັບມືກັບກໍລະນີການແພດສຸກເສີນທາງສາທາລະນະ

2020/10/15 | 06:27:55
(VOVWORLD) - ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ໄດ້ຢັ້ງຢືນບັນດາໝາກຜົນຕັ້ງໜ້າຢູ່ບັນດາປະເທດສະມາຊິກ ອາຊຽນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງບັນດາອົງການວິຊາສະເພາະຂອງ ອາຊຽນ ໃນການຕໍ່ສູ້ຕ້ານໂຄວິດ-19.
ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຫວຽດນາມ  (ພາບ: TTXVN) 

  ວັນທີ 14 ຕຸລາ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຫວຽດນາມ ໄດ້ຮຽກໂຮມ ແລະ ເປັນປະທານກອງປະຊຸມເທື່ອທີ 4 ກຸ່ມວຽກງານລະຫວ່າງຂະແໜງສະພາປະສານງານ ອາຊຽນ ກ່ຽວກັບບັນດາກໍລະນີດ້ານສາທາລະນະສຸກສຸກເສີນ (ACCWG-PHE) ດ້ວຍຮູບການທາງອອນລາຍ ເຊິ່ງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ບັນດາປະເທດ ອາຊຽນ ໃນ 2 ເສົາຄ້ຳປະຊາຄົມ ອາຊຽນ, ຜູ້ຕາງໜ້າອົງການລົງເລິກຂະແໜງສາທາລະນະສຸກ, ຄົມມະນາຄົມ, ເຂົ້າ-ອອກເມືອງ…ແລະ ບັນດາຮອງເລຂາທິການໃຫຍ່ ອາຊຽນ.

        ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ໄດ້ຢັ້ງຢືນບັນດາໝາກຜົນຕັ້ງໜ້າຢູ່ບັນດາປະເທດສະມາຊິກ ອາຊຽນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງບັນດາອົງການວິຊາສະເພາະຂອງ ອາຊຽນ ໃນການຕໍ່ສູ້ຕ້ານໂຄວິດ-19.

        ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ດ້ວຍບົດບາດເປັນປະທານກຸ່ມ ACCWG-PHE, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ຕີລາຄາສູງຕໍ່ບົດບາດຂອງກຸ່ມ ACCWG-PHE ໃນການປະສານງານຮັບມືລວມຂອງ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ, ສະເໜີໃຫ້ບັນດາອົງການວິຊາສະເພາະ ສັງກັດກຸ່ມວຽກງານ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອສາມາດປະຕິບັດບັນດາຂໍ້ລິເລີ່ມຕົ້ນຕໍຂອງ ອາຊຽນ ກ່ຽວກັບໂຄວິດ-19 ໃຫ້ສຳເລັດຖືກຕາມແຜນການວາງອອກ.

TAG
VOV/VOVworld/ອາຊຽນ/ກໍລະນີການແພດ/ສາທາລະນະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ