logo

ກອງ​ປະຊຸມ​ໂຄສະນາ​ກ່ຽວກັບ ອາຊຽນ ​ແລະ ກະກຽມ​ໃຫ້​ແກ່​ປີ​ເປັນ​ປະທານ ອາຊຽນ 2020

2019/12/2 | 12:04:00
(VOVWORLD) - ຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງກອງປະຊຸມໂຄສະນາກ່ຽວກັບ ອາຊຽນ ແລະ ກະກຽມໃຫ້ແກ່ປີເປັນປະທານ ອາຊຽນ 2020.
ກອງປະຊຸມໂຄສະນາກ່ຽວກັບ ອາຊຽນ ແລະ ກະກຽມໃຫ້ແກ່ປີເປັນປະທານ ອາຊຽນ 2020 (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ເລກວນ, ຮອງລັດຖະມົນຕີກະຊວງແຮງງານ, ທະຫາຍເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ຫວຽດນາມ ພວມຢູ່ໃນຈຸດເວລາສໍາຄັນ ເມື່ອລັດຖະບານບັນດາກະຊວງ, ຂະແໜງການ ພວມຮີບຮ້ອນ ແລະ ຍູ້ໄວຄວາມຄືບໜ້າບັນດາວຽກງານກະກຽມໃຫ້ປີເປັນປະທານ ອາຊຽນ 2020. ທ່ານກ່າວວ່າ:

        “ຫວຽດນາມ ມຸ່ງໄປສູ່ການເພີ່ມທະວີຄາດໝາຍພັດທະນາແຫຼ່ງຊັບພະຍາກອນມະນຸດ, ປຶກສາຫາລືກ່ຽວກັບບັນຫາການສຶກສາ, ສາທາລະນະສຸກຢ່າງລະອຽດກວ່າອີກ; ພິເສດ, ແມ່ນສະກັດກັ້ນບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ. ນີ້ແມ່ນປີສໍາຄັນທີ່ສຸດຂອງປະຊາຄົມອາຊຽນ. ດ້ວຍບົດບາດເປັນຫົວໜ່ວຍປະສານງານຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈະສົມທົບກັບຄະນະເລຂາອາຊຽນ ໃນການສ້າງໂຄງການເຄື່ອນໄຫວໃຫ້ແກ່ປີເປັນປະທານ ອາຊຽນ ປີ 2020. ຂ້າພະເຈົ້າປາດຖະໜາວ່າ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນປະຊາຄົມຂອງພວກເຮົາ ຈະເພີ່ມທະວີການສ້າງແຜນການເຄື່ອນໄຫວ ແລະ ສົມທົບກັບພວກຂ້າພະເຈົ້າ ເພື່ອປະຕິບັດໜ້າທີ່ອັນສໍາຄັນນີ້ໃນ 2020”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ໃນປີ 2020, ໃນນັ້ນ ຮັບຮູ້ວ່າ ຈະເພີ່ມທະວີບັນດາການປຶກສາຫາລືກ່ຽວກັບບັນຫາການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ກໍານົດບັນດາເນື້ອໃນໃນວຽກງານກະກຽມກໍຄື ການສົມທົບລະຫວ່າງຄະນະເລຂາ ອາຊຽນ ກັບ ຫວຽດນາມ ໃນປີ 2020. 

TAG
VOV/VOVworld/ປະທານອາຊຽນ/ແຮງ​ງານ/ຊັບພະຍາກອນມະນຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ